ສາຍອາຊີວະສຶກສາ ກັບຄວາມຕ້ອງການຂອງຕະຫຼາດແຮງງານ


ເມື່ອເວົ້າເຖິງການເຂົ້າຮຽນໃນສາຍອາຊີບ ຫຼື ອາຊີວະສຶກສາ ແມ່ນເປັນໜຶ່ງໃນຂະແໜງການສຶກສາທີ່ສຳຄັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດແຮງງານເຊັ່ນດຽວກັນກັບການຮຽນໃນລະບົບທົ່ວໄປ. ການຮຽນສາຍອາຊີວະສຶກສາ ສ່ວນໃຫຍ່ຈະເນັ້ນໜັກລົງທີ່ພາກປະຕິບັດຕົວຈິງເຊັ່ນ: ຮຽນຊ່າງແປງລົດ, ຮຽນເສີມສວຍ, ຮຽນປຸງແຕ່ງອາຫານ-ການໂຮງແຮມ ເປັນຕົ້ນ ເມື່ອຮຽນຈົບແລ້ວກໍສາມາດປະກອບອາຊີບຕາມທີ່ຮຽນຈົບໄດ້ເລີຍ ຫຼື ຈະສະໝັກເຂົ້າເຮັດວຽກນຳຂະແໜງການທີ່ກ່ຽວຂ້ອງກໍໄດ້ເຊັ່ນກັນ.

ແຕ່ເຖິງຢ່າງໃດກໍຕາມ ຈຳນວນຄວາມພຽງພໍຂອງບຸກຄະລາກອນທີ່ປະກອບໃຫ້ແກ່ສະຖານປະກອບການຕ່າງໆ ຍັງພົບກັບບັນຫາຂາດແຄນແຮງງານທີ່ມີທັກສະສະເພາະດ້ານເລື້ອຍໆ ແລະ ບາງຂະແໜງການກໍຍັງມີຄວາມຈຳເປັນຈະຕ້ອງຈ້າງແຮງງານທີ່ມີຄວາມສາມາດສະເພາະດ້ານມາຈາກຕ່າງປະເທດ ຈຶ່ງເຮັດໃຫ້ຄວາມສາມາດໃນການນຳໃຊ້ແຮງງານພາຍໃນປະເທດຍັງບໍ່ທັນເຕັມປະສິດທິພາບ. ມື້ນີ້ ເຮົາມາເບິ່ງຂໍ້ດີຂອງການຮຽນສາຍອາຊີວະສຶກສາ ແລະ ຄວາມສຳຄັນຕໍ່ຄວາມຕ້ອງການຂອງຕະຫຼາດແຮງງານ ເພື່ອເປັນແນວທາງເລືອກໜຶ່ງໃຫ້ແກ່ນ້ອງໆນັກຮຽນໃນການເລືອກສາຍຮຽນຂອງຕົນ.​

ຮຽນອາຊີວະສຶກສາ ມີຫຼັກສູດຫຍັງແດ່ທີ່ໜ້າສົນໃຈ?

ລະບົບອາຊີວະສຶກສາຢູ່ ສປປ ລາວ ມີ 2 ລະບົບຄື: ອາຊີວະສຶກສາໃນໂຮງຮຽນ ແລະ ອາຊີວະສຶກສານອກໂຮງຮຽນ ເຊິ່ງໂຄງປະກອບອາຊີວະສຶກສາ ແບ່ງອອກເປັນ 3 ລະດັບດັ່ງນີ້: ຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງ. ສຳລັບປະເພດສະຖານອາຊີວະສຶກສາ ແບ່ງອອກເປັນ 4 ຮູບແບບຄື: ສູນເຝິກອົບຮົມ,​ ໂຮງຮຽນ, ວິທະຍາໄລ, ສະຖາບັນ.

ສຳລັບຫຼັກສູດການຮຽນ-ການສອນໃນລະບົບອາຊີວະສຶກສາຂອງແຕ່ລະສະຖານການສຶກສາແມ່ນມີຄວາມແຕກຕ່າງກັນ ແຕ່ສ່ວນໃຫຍ່ແລ້ວ ຫຼັກສູດການຮຽນ-ການສອນທີ່ເດັ່ນໆ ມີຄື: ສາຂາຕັດຫຍິບ, ສາຂາເທັກໂນໂລຢີຄອມພິວເຕີ, ສາຂາຊ່າງໄມ້ເຟີນິເຈີ, ສາຂາຊ່າງສ້ອມແປງ ແລະ ຜະລິດເຄື່ອງຈັກກົນ, ຊ່າງໄຟຟ້າອາຄານ, ຊ່າງສ້ອມແປງຕິດຕັ້ງເຄື່ອງປັບອາກາດ, ຊ່າງສ້ອມແປງລົດຈັກ ແລະ ລົດໃຫຍ່, ຊ່າງປຸງແຕ່ງອາຫານລາວ ແລະ ສາກົນ ເປັນຕົ້ນ.

ຂໍ້ດີຂອງການຮຽນອາຊີວະສຶກສາມີຫຍັງແດ່?

  • ມີກອງທຶນພັດທະນາອາຊີວະສຶກສາ: ກອງທຶນພັດທະນາອາຊີວະສຶກສາ ແມ່ນກອງທຶນທີ່ສ້າງຕັ້ງຂຶ້ນເພື່ອນຳໃຊ້ເຂົ້າໃນການຈັດຕັ້ງການຮຽນ-ການສອນ, ສົ່ງເສີມເບ້ຍລ້ຽງໃຫ້ແກ່ຜູ້ດ້ອຍໂອກາດ, ຜູ້ທຸກຍາກ. ທັງນີ້ ແຫຼ່ງເງິນທຶນສ່ວນໃຫຍ່ແມ່ນໄດ້ມາຈາກການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ການປະກອບສ່ວນຈາກພາກລັດ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ. ນອກນັ້ນ ກໍຍັງມີໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ ພາຍໃຕ້ການຊ່ວຍເຫຼືອຂອງເຢຍລະມັນເພື່ອປະຕິຮູບລະບົບອາຊີວະສຶກສາ ຢູ່ ສປປ ລາວ ແລະ ອື່ນໆ.
  • ວຸດທິການສຶກສາບໍ່ສູງ ແຕ່ກໍສາມາດເຂົ້າຮຽນໄດ້: ການຮຽນໃນສາຍອາຊີວະສຶກສາ ແມ່ນເປີດກວ້າງກວ່າສາຍສາມັນທົ່ວໄປ ໂດຍນັກຮຽນທີ່ສາມາດເຂົ້າຮຽນແມ່ນເລີ່ມແຕ່ລະດັບຈົບຊັ້ນປະຖົມກໍສາມາດເຂົ້າຮຽນໃນຫຼັກສູດຊັ້ນຕົ້ນສາຍອາຊີວະສຶກສາໄດ້, ຈົບ ມ.ຕົ້ນ ຂຶ້ນໄປ ສາມາດຮຽນໃນຫຼັກສູດຊັ້ນກາງ ແລະ ຈົບ ມ.ປາຍ ຂຶ້ນໄປ ສາມາດຮຽນໃນລະດັບຊັ້ນສູງໄດ້.
  • ມີຄວາມຮູ້ສະເພາະທາງ, ມີທັກສະອາຊີບຕິດຕົວ: ເນື່ອງຈາກການຮຽນສາຍອາຊີບ ສ່ວນໃຫຍ່ຈະໄດ້ມີໂອກາດເຝິກໜ້າງານຕົວຈິງຢູ່ສະເໝີ ຈຶ່ງຊ່ວຍໃຫ້ຜູ້ຮຽນມີຄວາມຮູ້ຫຼາຍກວ່າໃນປຶ້ມຕຳລາຮຽນ, ຊ່ວຍໃຫ້ເກີດທັກສະ, ຄວາມຊ່ຽວຊານສະເພາະດ້ານຕິດຕົວ.
  • ເປັນທີ່ຕ້ອງການຂອງຕະຫຼາດແຮງງານ: ປັດຈຸບັນ ຫົວໜ່ວຍແຮງງານຕ່າງໆແມ່ນລ້ວນແລ້ວແຕ່ຕ້ອງການແຮງງານທີ່ມີທັກສະ ສະເພາະດ້ານ. ການຮຽນສາຍອາຊີບ ກໍເປັນອີກທາງເລືອກໜຶ່ງທີ່ເໝາະສຳລັບນ້ອງໆທີ່ຮູ້ເປົ້າໝາຍຂອງຕົນເອງຊັດເຈນແລ້ວວ່າຕ້ອງການຢາກເຮັດຫຍັງໃນອະນາຄົດ ເພາະການຮຽນສາຍອາຊີບຈະຊ່ວຍໃຫ້ນ້ອງໆມີທັກສະສະເພາະດ້ານຕິດຕົວ ແລະ ກຽມພ້ອມເຂົ້າສູ່ຕະຫຼາດແຮງງານໄດ້ທັນທີພາຍຫຼັງຮຽນຈົບ ຫຼື ບາງສະຖານການສຶກສາ ອາດມີບໍລິສັດຕິດຕໍ່ເຂົ້າມາຕັ້ງແຕ່ໃນໄລຍະຮຽນ.
  • ສາມາດຜັນຕົວມາເປັນນາຍຕົນເອງ: ເມື່ອມີວິຊາສະເພາະທາງຕິດຕົວ ຊ່ວຍໃຫ້ເຮົາສາມາດຜັນຕົວອອກມາເປັນນາຍຕົນເອງໄດ້ເຊັ່ນກັນ ຍົກຕົວຢ່າງເຊັ່ນ: ຮຽນສາຂາຕັດຫຍິບ ເມື່ອຮຽນຈົບ ແລະ ສະສົມປະສົບການຈາກການເປັນລູກມືໃນຮ້ານຕັດຫຍິບ ຫຼື ເຮັດວຽກໃນໂຮງງານພຽງພໍແລ້ວ ກໍສາມາດອອກມາເປີດຮ້ານຕັດຫຍິບເປັນຂອງຕົນເອງໄດ້, ຮຽນຊ່າງສ້ອມແປງເຄື່ອງຟອກອາກາດ ເມື່ອຮຽນຈົບ ແລະ ສະສົມປະສົມການພຽງພໍ ກໍສາມາດຜັນຕົວອອກມາເປັນເຈົ້າຂອງກິດຈະການດ້ວຍຕົນເອງ ເຊັ່ນກັນ.
  • ໄດ້ໂອກາດເຂົ້າຮຽນຕໍ່ໃນລະດັບທີ່ສູງຂຶ້ນ: ນ້ອງໆຫຼາຍຄົນ ອາດເຂົ້າໃຈຜິດວ່າການຮຽນໃນສາຍອາຊີວະບໍ່ສາມາດຕໍ່ໃນລະດັບທີ່ສູງຂຶ້ນໄດ້. ແຕ່ຄວາມເປັນຈິງແລ້ວ ໃນປັດຈຸບັນນ້ອງໆສາມາດຮຽນຕໍ່ໃນລະດັບທີ່ສູງຂຶ້ນໄດ້ ເຊັ່ນ: ເມື່ອຮຽນຈົບໃນລະດັບຊັ້ນສູງ ສາມາດຮຽນລະບົບເຊື່ອມຕໍ່ລະດັບປະລິນຍາຕີໄດ້ເຊັ່ນກັນ.

ສະຖາບັນການສຶກສາອາຊີວະສຶກສາຢູ່ລາວ ມີຢູ່ໃສແດ່?

ອີງຕາມຂໍ້ມູນເຜີຍແຜ່ໃນເວັບໄຊກະຊວງສຶກສາທິການ ແລະ ກິລາ, ສະຖານອາຊີວະສຶກສາພາກລັດທີ່ຂຶ້ນກັບການຄຸ້ມຄອງຂອງກົມອາຊີວະສຶກສາ ທັງໝົດມີ 23 ແຫ່ງ; ໃນນັ້ນ ມີສະຖາບັນ 2 ແຫ່ງ, ວິທະຍາໄລ 9 ແຫ່ງ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ 9 ແຫ່ງ ແລະ ໂຮງຮຽນເຕັກນິກ-ວິຊາຊີບ 3 ແຫ່ງ ຕົວຢ່າງເຊັ່ນ: ສະຖາບັນການທ່ອງທ່ຽວ ແລະ ໂຮງແຮມແຫ່ງຊາດ,ວິທະຍາໄລວຽງຈັນພັດທະນາອາຊີບ, ວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກວຽງຈັນ-ຮ່າໂນຍ, ສະຖາບັນພັດທະນາອາຊີວະສຶກສາ ແລະ ໂຮງຮຽນເຕັກນິກ-ວິຊາຊີບ ປະຈຳຢູ່ແຕ່ລະແຂວງ ເປັນຕົ້ນ ເຊິ່ງສາມາດຕິດຕາມລາຍລະອຽດໄດ້ເພີ່ມເຕີມທີ່ລິ້ງ: http://cuts2.com/etemA

ໂດຍລວມແລ້ວ, ການຮຽນໃນສາຍອາຊີວະສຶກສາ ກໍເປັນອີກທາງເລືອກໜຶ່ງສຳລັບນ້ອງໆ ທີ່ສົນໃຈຮຽນໃນສາຍອາຊີບ. ໃນປັດຈຸບັນ ຢູ່ບ້ານເຮົາກຳລັງຂາດແຄນຊ່າງທີ່ມີສີມື ແລະ ບຸກຄະລາກອນທີ່ມີວິຊາຊີບທັກສະສະເພາະທາງເປັນຈຳນວນຫຼາຍ. ເມື່ອປຽບທຽບກັບການຮຽນໃນສາຍສາມັນ ເຖິງແມ່ນວ່າຈະມີວຸດທິປະລິນຍາກົງກັບສາຍງານກໍຕາມ ແຕ່ກໍຖືວ່າຍັງຂາດປະສົບການໃນການເຮັດວຽກຕົວຈິງເມື່ອທຽບກັບສາຍອາຊີວະສຶກສາ. ດັ່ງນັ້ນ,ຄົນທີ່ຈົບສາຍອາຊີບ ຈຶ່ງມີຂໍ້ໄດ້ປຽບຫຼາຍກວ່າ, ມີຄວາມພ້ອມຫຼາຍກວ່າອີກດ້ວຍ. ນອກຈາກນັ້ນ ໃນລະຫວ່າງທີ່ຮຽນສາຍອາຊີວະສຶກສາ ຖ້າຫາກຮຽນຄວບຄູ່ກັບພາສາຕ່າງປະເທດ ພາສາທີ 2 ຫຼື 3 ຍັງສາມາດເດີນທາງໄປເຮັດວຽກຢູ່ຕ່າງປະເທດໄດ້ອີກດ້ວຍ.

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/vvtRo

http://cuts2.com/QJzIg

http://cuts2.com/dTdhD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/