ສັດເຄິ່ງບົກເຄິ່ງນ້ຳໂຕທຳອິດທີ່ລ້ຽງລູກດ້ວຍນ້ຳນົມ


‘Caecilians’ ເປັນສັດເຄິ່ງບົກເຄິ່ງນ້ຳ ແບບດຽວກັບກົບ ຫຼື ຊາລາແມນເດີ ແຕ່ມັນບໍ່ມີແຂນຂາ ມີຕາທີ່ບໍ່ຄ່ອຍເຫັນແຈ້ງ ໃຊ້ຊີວິດທັງໝົດຢູ່ໃຕ້ດິນ.

ທີມງານ BBC ໄດ້ຖ່າຍທຳຊີຣີ້ເລື່ອງ ‘Life in Cold Blood’ ໂດຍໃຊ້ກ້ອງເພື່ອບັນທຶກພາບການດຳລົງຊີວິດຂອງພວກມັນ. ໃນຂະນະທີ່ບັນທຶກພາບຢູ່ ທີມງານໄດ້ສັງເກດເຫັນລູກໆຂອງ Caecilians ກະຕືລືລົ້ນຂຶ້ນມາຢ່າງກະທັນຫັນ ແລະ ມຸດເຂົ້າໄປທີ່ຜິວໜັງຂອງແມ່ມັນ ຈາກນັ້ນຜິວໜັງຊັ້ນນອກກໍຫຼຸດອອກມາເປັນເສັ້ນນ້ອຍໆ ແລ້ວລູກໆຂອງມັນກໍດູດກິນ. ພວກລູກນ້ອຍດູດກິນສິ່ງນີ້ຈົນເຮັດໃຫ້ພວກມັນມີນ້ຳໜັກເພີ່ມຂຶ້ນ 2 ເທົ່າພາຍໃນ 2 ອາທິດ.

ເພື່ອຄົ້ນຫາຄຳຕອບ ນັກວິໄຈໄດ້ນຳຕົວຢ່າງໄປທົດລອງໃນຫ້ອງປະຕິບັດການ. Carlos Jared ນັກສັດຕະວິທະຍາໃນບຣາຊິວກ່າວວ່າ ພວກມັນຫາຍາກ ບໍ່ຈະເລີນເຕີບໂຕໃນຫ້ອງທົດລອງ ຍາກຕໍ່ການປະສົມພັນ ແລະ ຍາກຕໍ່ການສັງເກດການໂດຍບໍ່ລົບກວນພວກມັນ.

ພວກເຂົາພົບວ່າສານຕ່າງໆທີ່ລູກຂອງມັນກິນ ອຸດົມໄປດ້ວຍນ້ຳຕານ ໂປຣຕີນ ແລະ ໄຂມັນ ເຊິ່ງເປັນແບບດຽວກັນກັບນ້ຳນົມຂອງມະນຸດ ນົມງົວ ຫຼື ສັດລ້ຽງລູກດ້ວຍນ້ຳນົມອື່ນໆ.

ພວກເຂົາຍັງພົບອີກວ່າ ການທີ່ລູກນ້ອຍຂອງມັນສາມາດສົ່ງສຽງຮ້ອງເວລາຫິວນົມ ຈະກະຕຸ້ນໃຫ້ພວກມັນປ່ອຍນ້ຳນົມໄດ້.

ນີ້ເປັນຄັ້ງທຳອິດທີ່ສັດເຄິ່ງບົກເຄິ່ງນ້ຳສາມາດຜະລິດສານຂົ້ນໜຽວທີ່ມີສານອາຫານຄືກັບນ້ຳນົມໄດ້ ໃນລະຫວ່າງສອງເດືອນທີ່ແມ່ Caecilians ໃຫ້ນົມລູກ ພວກມັນຈະສູນເສຍມວນໃນຮ່າງກາຍໄປ 30% ກວ່າຈະເຮັດໃຫ້ລູກໆເຕີບໃຫຍ່ຢ່າງສົມບູນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/