ສະຫຼົດ! ຜູ້ຮ່ວມກໍ່ຕັ້ງ Adobe ແລະ ພັດທະນາ ໄຟລ໌ PDF ເສຍຊີວິດແລ້ວ ໃນໄວ 81 ປີ


Charles Geschke ຜູ້ຮ່ວມກໍ່ຕັ້ງບໍລິສັດ Adobe ແລະ ຜູ້ຮ່ວມພັດທະນາໄຟລ໌ PDF ໄດ້ເສຍຊີວິດໃນໄວ 81 ປີ ໃນລັດເເຄລິຟໍເນຍ ຕັ້ງແຕ່ວັນສຸກ ທີ 16 ເມສາ ທີ່ຜ່ານມາ.

Charles Geschke ຮ່ວມກໍ່ຕັ້ງບໍລິສັດ Adobe ຮ່ວມກັບ John Warnock ໂດຍທີ່ພວກເຂົາເປັນຜູ້ທີ່ພັດທະນາ ໄຟລ໌ PDF ເຊິ່ງເປັນໄຟລ໌ເອກະສານທີ່ນຳໃຊ້ກັນຢ່າງກວ້າງຂວາງໃນປັດຈຸບັນ.

Charles Geschke ຈົບການສຶກສາລະດັບປະລິນຍາເອກ ຈາກມະຫາວິທະຍາໄລ Carnegie Mellon ຈາກນັ້ນກໍເຂົ້າເຮັດວຽກຢູ່ທີ່ສູນວິໄຈ Xerox Palo Alto ເຊິ່ງເປັນສະຖານທີ່ ທີ່ເຂົາພົບກັບ John Warnock ແລະ ທັງສອງກໍອອກຈາກບ່ອນເຮັດວຽກ ໃນປີ 1982 ແລະ ຮ່ວມກັນກໍ່ຕັ້ງ Adobe ຂຶ້ນມາ.

ຜະລິດຕະພັນທຳອິດຂອງ ບໍລິສັດ Adobe ແມ່ນ Adobe PostScript ເຊິ່ງເປັນໂປຣແກຣມພາສາທີ່ສົ່ງເສີມດ້ານອຸດສາຫະກຳສິ່ງພິມໃນຄອມພິວເຕີ Desktop  ແລະ ພວກເຂົາຍັງເຄີຍໄດ້ຮັບຫຼຽນຮາງວັນເທັກໂນໂລຢີແຫ່ງຊາດຈາກອະດີດ ປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2009 ອີກດ້ວຍ.

ເຖິງວ່າ Charles Geschke ໄດ້ຈາກພວກເຮົາໄປແລ້ວ ແຕ່ຍັງປະຜົນງານໃຫ້ພວກເຮົາໄດ້ໃຊ້ກັນຢູ່ໃນປັດຈຸບັນ ພ້ອມກັບສ້າງສັນຫຼາກຫຼາຍສິ່ງອຳນວຍຄວາມສະດວກ ຫຼື ໂປຣແກຣມທີ່ພວກເຮົາຄຸ້ນເຄີຍກັນເຊັ່ນ: Photoshop, Illustrator, Premiere Pro ແລະ ອື່ນໆ ເຊິ່ງສ້າງອາຊີບໃຫ້ແກ່ຄົນໃນທົ່ວໂລກອີກດ້ວຍ. 

ພາບ: NBC News, BBC, Palo Alto Daily Post.
ທີ່ມາ: https://www.techxcite.com/mobile/topic.html?id=37411

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/