ສະຫະລັດອາເມຣິກາເປີດເຜີຍຜົນການຈ້າງແຮງງານນອກພາກການກະເສດໃນເດືອນພະຈິກຕ່ຳກວ່າສິງຫາຍ້ອນຜົນກະທົບຈາກໂຄວິດ-19


ກະຊວງແຮງງານສະຫະລັດອາເມຣິກາລາຍງານວ່າ ຕົວເລກການຈ້າງງານນອກພາກການກະເສດເພີ່ມຂຶ້ນພຽງ 245,000 ຕຳແໜ່ງໃນເດືອນພະຈິກ ເຊິ່ງຕ່ຳກວ່າທີ່ນັກວິເຄາະຄາດການທີ່ລະດັບ 440,000 ຕຳແໜ່ງ ແລະ ຕ່ຳກວ່າລະດັບ 610,000 ຕຳແໜ່ງໃນເດືອນຕຸລາ 2020 ທີ່ຜ່ານມາໂດຍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຣກໂຄວິດ-19.

ສ່ວນອັດຕາການວ່າງງານລົດລົງສູ່ລະດັບ 6.7% ໃນເດືອນພະຈິກ ເຊິ່ງສອດຄ້ອງກັບຕົວເລກທີ່ໄດ້ຄາດການໄວ້ຂອງນັກວິເຄາະຫຼັງຈາກຮອດລະດັບ 6.9% ໃນເດືອນຕຸລາທີ່ຜ່ານມາ.

ຂະນະດຽວກັນ ຕົວເລກຄ່າຈ້າງລາຍຊົ່ວໂມງສະເລ່ຍຂອງແຮງງານເພີ່ມຂຶ້ນ 0.3% ເມື່ອທຽບກັບປີ 2019.

ທັງນີ້ ຕົວເລກຄ່າຈ້າງລາຍຊົ່ວໂມງນັບເປັນຂໍ້ມູນທີ່ທະນາຄານກາງສະຫະລັດອາເມຣິກາ (ເຟດ) ໃຫ້ຄວາມສຳຄັນເພື່ອຫາສັນຍານບົ່ງຊີ້ພາະວາເງິນເຟີ້.

ກະຊວງແຮງງານສະຫະລັດອາເມຣິກາຍັງໄດ້ປັບຕົວເລກການຈ້າງງານໃນເດືອນກັນຍາທີ່ຜ່ານມາໂດຍປັບເພີ່ມຂຶ້ນ 711,000 ຕຳແໜ່ງຈາກເກົ່າທີ່ລາຍງານວ່າເພີ່ມຂຶ້ນ 672,000 ຕຳແໜ່ງ ແລະ ປັບຕົວເລກການຈ້າງງານໃນເດືອນຕຸລາ ໂດຍປັບເປັນເພີ່ມຂຶ້ນ 610,000 ຕຳແໜ່ງຈາກເດີມທີ່ລາຍງານວ່າເພີ່ມຂຶ້ນ 638,000 ຕຳແໜ່ງ.

ກະຊວງແຮງງານສະຫະລັດອາເມຣິກາລະບຸວ່າໃນເດືອນພະຈິກ ພາກເອກະຊົນມີການຈ້າງງານເພີ່ມຂຶ້ນ 344,000 ຕຳແໜ່ງ ຂະນະທີ່ພາກລັດຖະບານຈ້າງງານລົດລົງ 99,000 ຕຳແໜ່ງ.

ສ່ວນຕົວເລກອັດຕາການເຂົ້າສູ່ຕະຫຼາດແຮງງານຂອງສະຫະລັດອາເມຣິກາ ເຊິ່ງສະແດງສັດສ່ວນກຳລັງແຮງງານຕໍ່ຈຳນວນປະຊາກອນທັງໝົດລົດລົງສູ່ລະດັບ 61.5%

ທີ່ມາ: https://www.infoquest.co.th/2020/51877