ສະພາແຫ່ງຊາດ ຖືກມອບ-ຮັບ ຢ່າງເປັນທາງການແລ້ວ


ໃນຕອນເຊົ້າຂອງວັນທີ 10 ສິງຫາ ປີ 2021 ທີ່ໜ້າຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ມີການຈັດພິທີ ມອບ-ຮັບ ຫໍສະພາແຫ່ງຊາດລາວຂຶ້ນ ໂດຍມີແຂກເຂົ້າຮ່ວມເປັນຄະນະການນຳຂັ້ນສູງຂອງ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມຢ່າງຟົດຟື້ນ.

ພິທີມອບ-ຮັບໃນຄັ້ງນີ້ ແມ່ນໄດ້ໃຫ້ກຽດເປີດແຖບຜ້າຂອງຫິນສິລາລຶກ ໂດຍຕາງໜ້າຝ່າຍລາວໂດຍ ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ຫງຽນ ຊວັນ ຟຸກ, ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອມອບເປັນຂອງຂວັນໃຫ້ແກ່ ສປປ ລາວ ຈາກພັກ, ລັດ ແລະ ປະຊາຊົນ ສສ ຫວຽດນາມ.

ພາຍຫຼັງສຳເລັດພິທີການການມອບ-ຮັບ ແລະ ເປີດນຳໃຊ້ຢ່າງເປັນທາງການ ຂອງຫໍປະຊຸມແຫ່ງຊາດແລ້ວ, ສະຫາຍ ປະທານປະເທດທັງສອງ ກໍໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະຊັ້ນໜຶ່ງ ແລະ ຊັ້ນສອງ ຂອງ ສປປ ລາວ ໃຫ້ແກ່ກົມກອງຂອງຫວຽດນາມ ແລະ ປະດັບຫຼຽນໄຊແຮງງານ ຊັ້ນໜຶ່ງ ແລະ ຊັ້ນສອງ ຂອງ ສສ ຫວຽດນາມ ໃຫ້ແກ່ບຸກຄະລາກອນຂອງ ສປປລາວ ຈຳນວນ 3 ສະຫາຍຕື່ມອີກ.

ທີ່ມາ: https://bit.ly/3yCJD1B

ພາບ: ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/