ສະດວກຫຼາຍເກີນໄປຈົນກັງວົນເຖິງຄຸນະພາບ! ມະຫາໄລສະຫະລັດອອກກົດໝາຍຫ້າມໃຊ້ AI ຫຼັງຈາກທີ່ຄູສອນ ແລະ ນັກຮຽນໃຊ້ AI ເຮັດວຽກແທນຕົນເອງ

xr:d:DAGCHR2YxNA:3,j:1452835420104353740,t:24041113


ໃນປັດຈຸບັນ, ເຕັກໂນໂລຊີປັນຍາປະດິດ (AI) ໄດ້ເຂົ້າມາມີບົດບາດສໍາຄັນໃນໂລກການສຶກສາຂອງສະຫະລັດຫຼາຍຂຶ້ນ. ນັກຮຽນສ່ວນຫຼາຍເລີ່ມທີ່ຈະນຳໃຊ້ AI ເພື່ອຂຽນບົດຄວາມ (essay), ໃນສ່ວນຂອງຄູສອນກໍໄດ້ໃຊ້ AI ເພື່ອກວດກາວຽກງານຂອງເຂົາເຈົ້າ, ຈຶ່ງເຮັດໃຫ້ຄວາມສະດວກ ແລະ ວ່ອງໄວຍິ່ງຂຶ້ນ. ແຕ່ຄວາມສະດວກສະບາຍນີ້ກຳລັງຂ້າມເສັ້ນຂອງຈັນຍາບັນການສຶກສາບໍ?

  • ນັກຮຽນທີ່ໃຊ້ AI ໃນການຂຽນບົດຄວາມ (essay)

AI ຈາກບໍລິສັດເຕັກໂນໂລຊີເຊັ່ນ ChatGPT, Copilot, Gemini ຕ່າງກໍເຂົ້າມາມີບົດບາດໃນໂລກຂອງການສອນ ແລະ ການຮຽນຮູ້. ນັກຮຽນໃຊ້ເຄື່ອງມືເຫຼົ່ານີ້ເພື່ອຊ່ວຍເຮັດວຽກບ້ານ ນັບຕັ້ງແຕ່ການຄິດໄລ່ໄປຈົນເຖິງການຂຽນບົດຄວາມວິເຄາະ. ໂດຍເຄື່ອງມືເຫຼົ່ານີ້ຊ່ວຍປັບປຸງຮູບແບບພາສາໃຫ້ເໝາະສົມ, ສາມາດກວດສອບເບິ່ງໄວຍາກອນວ່າຖືກຕ້ອງຫຼືບໍ່, ໃຫ້ຄະແນນສຳລັບບົດທີ່ຂຽນ ແລະ ຊ່ວຍໃຫ້ນັກຮຽນໄດ້ຮັບຄະແນນທີ່ສູງຂຶ້ນ.

ແຕ່ໃນການໃຊ້ AI ໃນການຂຽນບົດຄວາມ (essay) ອາດຈະເຮັດໃຫ້ບົດຄວາມຂອງເຮົາບໍ່ລ່ຽນໄຫຼສະເໝີໄປ, ເນື່ອງຈາກ AI ຈະປະມວນຜົນຈາກແຫຼ່ງຂໍ້ມູນທີ່ມີ ແລະ ອາດມີການຄັດລອກເອົາເນື້ອຫາອື່ນໆ, ອາດຈະຜິດບໍລິບົດ ຫຼື ບໍ່ກົງກັບໂຈດທີ່ໄດ້ມາ.

ແລະທີ່ສໍາຄັນກໍຍັງມີບັນຫາ ຫຼື ຜິດຈັນຍາບັນໃນການຮຽນ-ການສອນ ທີ່ໃນຄວາມເປັນຈິງ, ການເຮັດວຽກບ້ານຈະຕ້ອງເຮັດດ້ວຍຕົວຕົວເອງ, ໃຊ້ທັກສະທີ່ເຮົາມີໃນການຂຽນ ລວມທັງການກວດສອບຄວາມເປັນລະບຽບຮຽບຮ້ອຍເພື່ອສະທ້ອນເຖິງປະສິດທິພາບຂອງນັກຮຽນໃນດ້ານນີ້ວ່າມີຫຼາຍໜ້ອຍເທົ່າໃດ.

  • ຄູສອນທີ່ໃຊ້ AI ໃນການກວດວຽກບ້ານຂອງນັກຮຽນ

ໃນທາງກົງກັນຂ້າມ, ຄູສອນກໍເລີ່ມໃຊ້ AI ເພື່ອກວດເບິ່ງວຽກບ້ານຂອງນັກຮຽນເຊັ່ນດຽວກັນ. ໂດຍ Diane Gateski ອາຈານສອນດ້ານຍຸດທະສາດການສື່ສານຂອງມະຫາວິທະຍາໄລ Ithaca ກ່າວວ່າ ລາວໄດ້ໃຊ້ ChatGPT ເພື່ອກວດເບິ່ງບົດຂຽນຂອງນັກຮຽນ ແລະ ແນະນໍາໃຫ້ນັກຮຽນໃຊ້ເຄື່ອງມືດັ່ງກ່າວໃນການກວດສອບຄືນຮ່າງທໍາອິດຂອງ essay ເພື່ອປັບປຸງວຽກງານໃຫ້ດີຂຶ້ນ.

ເຊິ່ງການນຳໃຊ້ AI ໃນການກວດ Essay ຈະມີຂໍ້ດີບ່ອນທີ່ເຮົາສາມາດກວດວຽກຄືນໄດ້ຢ່າງວ່ອງໄວ ແລະ ເໝາະສຳລັບການຮຽນການສອນເປັນກຸ່ມໃຫຍ່. ແຕ່ຂໍ້ເສຍກໍມີເຊັ່ນກັນ ເພາະມັນບໍ່ສາມາດແນະນໍາຄວາມຄິດສ້າງສັນ, ການວິເຄາະໃນເຊີງເລິກ ເຊິ່ງນີ້ຄູສອນຄວນທີ່ຈະກວດເບິ່ງວຽກງານຂອງນັກຮຽນດ້ວຍຕົນເອງ.

ທັງນີ້, ສະຖາບັນການສຶກສາຫຼາຍແຫ່ງໃນສະຫະລັດອາເມຣິກາເລີ່ມພັດທະນານະໂຍບາຍກ່ຽວກັບ AI ເພື່ອໃຊ້ກັບນັກຮຽນ ແລະ ຄູສອນ, ບໍ່ວ່າຈະເປັນເລື່ອງການຢືນຢັນຕົນເອງເພື່ອໃຫ້ມີຄວາມໂປ່ງໃສທີ່ຈະບໍ່ໃຊ້ AI ເຂົ້າໃນການຊ່ວຍຂຽນບົດຄວາມ ຫຼື ເຕືອນ ບໍ່ໃຫ້ໃຊ້ AI ໃນການສົ່ງມອບວຽກຕ່າງໆ, ແຕ່ນັ້ນກໍ່ບໍ່ແມ່ນເລື່ອງງ່າຍທີ່ຈະຢຸດ​ການ​ນຳ​ໃຊ້ AI ເຂົ້າໃນ​ການ​ສຶກ​ສາ ເພາະ​ເຕັກ​ໂນ​ໂລ​ຊີ​ມີ​ການ​ປ່ຽນ​ແປງ​ຢູ່ຕະຫຼອດເວລາ.

ທີ່ມາ:

springnews

cnn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/