ສປ ຈີນກັກຕົວນັກທ່ອງທ່ຽວໃນສວນສະໜຸກ Shanghai Disneyland ຫຼັງຈາກກວດພົບຜູ້ຕິດເຊື້ອໂຄວິດ-19


ວັນທີ 1 ພະຈິກ ເວັບໄຊ npr ສື່ຂອງອາເມລິກາ ລາຍງານວ່າ ເຈົ້າໜ້າທີ່ສາທາລະນະສຸກປະຈຳນະຄອນຊຽງໄຮຂອງຈີນ ໄດ້ສັ່ງລັອກດາວ ສວນສະໜຸກ Shanghai Disneyland ໃນວັນອາທິດ (31 ຕຸລາ) ແລະ ກັກຕົວນັກທ່ອງທ່ຽວເກືອບ 34,000 ຄົນ ພ້ອມກັບສັ່ງຫ້າມບໍ່ໃຫ້ອອກຈາກສວນສະໜຸກເປັນເວລາ 1 ຄືນ ຫຼັງກວດພົບວ່າມີນັກທ່ອງທ່ຽວ 1 ຄົນຕິດເຊື້ອໂຄວິດ-19 ເຊິ່ງມີປະຫວັດເຂົ້າມາທ່ຽວຫຼິ້ນສວນສະໜຸກໃນວັນເສົາ (30 ຕຸລາ).

ລາຍງານລະບຸວ່າ ຕະຫຼອດໄລຍະ 1 ຄືນທີ່ທາງການບໍ່ອະນຸຍາດໃຫ້ນັກທ່ອງທ່ຽວອອກຈາກສວນສະໜຸກນັ້ນ ເຈົ້າໜ້າທີ່ໄດ້ເຂົ້າໄປກວດໂຄວິດ-19 ເພື່ອໃຫ້ໝັ້ນໃຈວ່າຈະບໍ່ມີຜູ້ຕິດເຊື້ອເພີ່ມຕື່ມ ກ່ອນທີ່ຈະອະນຸຍາດໃຫ້ກັບເຮືອນໄດ້ ໂດຍໄດ້ບອກວ່າ ທຸກຄົນຕ້ອງກວດຫາໂຄວິດ-19 ອີກຄັ້ງເພື່ອຢືນຢັນຜົນ.

ສື່ຂອງຈີນປະເມີນວ່າ ຈຳນວນນັກທ່ອງທ່ຽວທີ່ເຂົ້າໄປຫຼິ້ນ Shanghai Disneyland ໃນໄລຍະທ້າຍອາທິດທີ່ຜ່ານມາ ອາດສູງເຖິງປະມານ 100,000ຄົນ ເຊິ່ງເຈົ້າໜ້າທີ່ກ່າວວ່າ ທຸກຄົນຈຳເປັນຕ້ອງກວດໂຄວິດ-19 ໃນຂະນະທີ່ສວນສະໜຸກປະກາດປິດໃຫ້ບໍລິການຕັ້ງແຕ່ມື້ວັນຈັນ (1 ພະຈິກ) ຈົນເຖິງມື້ນີ້ ໂດຍທາງສວນສະໜຸກໄດ້ມີການຄືນເງິນໃຫ້ລູກຄ້າທີ່ຈອງປີ້ລ່ວງໜ້າແລ້ວ.

ໃນໄລຍະອາທິດທີ່ຜ່ານມາ ຈີນພົບການລະບາດຂອງໂຣກໂຄວິດ-19 ອີກຄັ້ງ ໂດຍຈີນໄດ້ເຮັດການປິດຊາຍແດນ ເພື່ອປ້ອງກັນການແຜ່ກະຈາຍຂອງໂຄວິດ-19. ຕັ້ງແຕ່ນັ້ນມາຈີນໄດ້ກຳນົດການປິດເມືອງ ແລະ ນຳໃຊ້ມາດຕະການທີ່ເຂັ້ມງວດ ເພື່ອຮັກສາອັດຕາການຕິດເຊື້ອຂອງຄົນໃນປະເທດໃຫ້ຢູ່ໃນລະດັບຕໍ່າ ແລະ ມີເປົ້າໝາຍໃຫ້ໂຄວິດເປັນສູນ ເຊິ່ງມັນສວນທາງກັບຫຼາຍໆປະເທດທີ່ຕອນນີ້ແມ່ນເລີ່ມຜ່ອນຄາຍມາດຕະການຕ່າງໆແລ້ວ ແລະ ຄ່ອຍໆເປີດປະເທດຕ້ອນຮັບນັກທ່ອງທ່ຽວຕ່າງຊາດ ເພື່ອຟື້ນຟູເສດຖະກິດທີ່ເປັນໄລຍະຂາລົງຈາກວິກິດໂຄວິດ ແລະ ຫາທາງຢູ່ຮ່ວມກັບໂຄວິດ-19.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/