ສປປ ລາວ-ສປ ຈີນ ຫາລື ຫາທາງອອກປະຕິຮູບລັດວິສາຫະກິດ ທີ່ດຳເນີນທຸລະກິດໃນພາວະຂາດທຶນ


ທ່ານ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ ຜູ້ປະຈຳການ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ຈູ ມິນ (Zhu Min) ຮອງຫົວໜ້າສູນແລກປ່ຽນເສດຖະກິດສາກົນ ສປ ຈີນ ຫາລື ວຽກງານການປະຕິຮູບລັດວິສາຫະກິດ ຢູ່ ສປປ ລາວ ແລະ ສປ ຈີນ ຫາທາງອອກປະຕິຮູບລັດວິສາຫະກິດ ໂດຍສະເພາະວິສາຫະກິດຂອງ ສປປ ລາວ ທີ່ສ່ວນໃຫຍ່ດຳເນີນທຸລະກິດໃນພາວະຂາດທຶນ.

ທ່ານ ວັນໄຊ ແພງຊຸມມາ ໄດ້ລາຍງານສະພາບການເຄື່ອນໄຫວດຳເນີນທຸລະກິດຂອງລັດວິສາຫະກິດ ຢູ່ ສປປ ລາວ ໂດຍຫຍໍ້ໃຫ້ຄະນະຝ່າຍຈີນ ຊາບວ່າ: ລັດວິສາຫະກິດຢູ່ ສປປ ລາວ ສ່ວນຫຼາຍແມ່ນດຳເນີນທຸລະກິດ ຂາດທຶນ, ລັດວິສາຫະກິດ ມີໜີ້ສິນຄຸມເຄືອ  ເນື່ອງຈາກ ລັດວິສາຫະກິດ ຈຳນວນໜຶ່ງໄດ້ສ້າງໜີ້ສິນ ໂດຍບໍ່ຄຳນຶງເຖິງຄວາມສາມາດໃນການຊຳລະ ຈຶ່ງກາຍເປັນພາລະແບກຫາບແກ່ລັດຖະບານ, ຄຽງຄູ່ກັບການຄຸ້ມຄອງຂອງພາກລັດຕໍ່ລັດວິສາຫະກິດ ແມ່ນຍັງບໍ່ທັນເປັນລະບົບຄົບຊຸດ, ຂາດນິຕິກໍາຄຸ້ມຄອງທີ່ຈໍາເປັນຈໍານວນໜຶ່ງ, ການປະສານງານລະຫວ່າງກະຊວງທີ່ລັດວິສາຫະກິດຂຶ້ນກັບຍັງບໍ່ທັນກົມກຽວ.

ນອກຈາກນີ້ ການລາຍງານດ້ານການເງິນຂອງລັດວິສາຫະກິດ ຍັງບໍ່ເປັນປົກກະຕິ ແລະ ຂາດການຕິດຕາມ, ກວດກາ ແລະ ການປະເມີນຜົນການດຳເນີນທຸລະກິດ. ຍ້ອນສາເຫດດັ່ງກ່າວ ລັດຖະບານ ຈຶ່ງມີຄວາມຈຳເປັນຕ້ອງໄດ້ດຳເນີນການປະຕິຮູບລັດວິສາຫະກິດ ເຫຼົ່ານັ້ນຢ່າງຮອບດ້ານ ເພື່ອເຮັດໃຫ້ລັດວິສາຫະກິດ ສາມາດດຳເນີນທຸລະກິດໄດ້ຢ່າງມີປະສິດທິຜົນ ແລະ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ຄະນະຝ່າຍຈີນ ແລະ ຝ່າຍລາວ ກໍໄດ້ຜັດປ່ຽນກັນມີຄຳເຫັນແລກປ່ຽນບົດຮຽນໃນວຽກງານການປະຕິຮູບລັດວິສາຫະກິດ ຢູ່ ສປປ ລາວ ແລະ ສປ ຈີນ ເຊິ່ງຄະນະຝ່າຍ ສປ ຈີນ ໄດ້ໃຫ້ຄວາມສົນໃຈຕໍ່ລັດວິສາຫະກິດ ທີ່ຖືກຮັບຮອງໃນແຜນ 5 ປີ (2021-2025) ຈາກລັດຖະບານ ຕາມມະຕິເລກທີ 10/ລບ, ປີ 2021 ຈໍານວນ 32 ຫົວໜ່ວຍ ເປັນຕົ້ນ: ລັດວິສາຫະກິດ ໄຟຟ້າລາວ, ລັດວິສາຫະກິດ ການບິນລາວ ແລະ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ທີ່ໄດ້ສໍາເລັດການສ້າງແຜນປະຕິຮູບ ແລະ ໄດ້ຖືກຮັບຮອງແລ້ວ.

https://www.facebook.com/PasaxonNewspaper/posts/pfbid031gC6Zs3uorX3FpdeCS45x9MZGETwtSR6E6N5ZznU6Ey9Y4kFXAeMgCRQyo6dKsiwl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/