ສປປ ລາວກຽມສ້າງ ໂຮງໄຟຟ້າຖ່ານຫີນ 2 ແຫ່ງ ໃນແຂວງເຊກອງ


ໃນອີກບໍ່ດົນນີ້ ແຂວງເຊກອງກໍຈະມີໂຮງງານໄຟຟ້າຖ່ານຫີນແລ້ວ, ເຊິ່ງພາກສ່ວນພັກ-ລັດ ໄດ້ພ້ອມກັນເອົາໃຈໃສ່ໃນການພັດທະນາສ້າງສາບ້ານເມືອງໃຫ້ຮຸ່ງເຮືອງນັບມື້ຂຶ້ນເລື້ອຍໆ ແລະ ໃນການສ້າງໃນຄັ້ງນີ້ກໍເພື່ອກະຕຸ້ນເສດຖະກິດປະເທດເຮົາໃຫ້ມີຄວາມທັນສະໄໝກ້າວໄກໃຫ້ທັນໂລກ. ໂຮງໄຟຟ້າດັ່ງກ່າວຈະເລີ່ມສ້າງທ້າຍປີ 2021 ຄາດວ່າຈະສົ່ງອອກໃນປີ 2025 ໂດຍສົ່ງອອກໃຫ້ພຽງປະເທດກຳປູເຈຍເທົ່ານັ້ນ.

ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລວມທັງພາກສ່ວນທີ່ກ່ຽວຂ້ອງໄດ້ຕົກລົງເຫັນດີກຳນົດກໍ່ສ້າງໂຮງງານເປັນ 2 ແຫ່ງຄື:

-ແຫ່ງທີ 1 ຢູ່ທີ່ເມືອງກະລຶມ ມີກຳລັງຕິດຕັ້ງສູງ ປະມານ 1.800 ເມກາວັດ, ສາຍສົ່ງມີຄວາມຍາວ 200 ກິໂລແມັດ,  ລວມເປັນມູນຄ່າການກໍ່ສ້າງປະມານ 3-4 ຕື້ໂດລາ, ເປັນການລົງທຶນຂອງກຸ່ມບໍລິສັດພອນສັກ.

-ແຫ່ງທີ 2 ແມ່ນຈະຕັ້ງຢູ່ເມືອງລະມາມ ມີກຳລັງແຮງຕັ້ງປະມານ 700 ເມກາວັດ, ມູນຄ່າການກໍ່ສ້າງປະມານ 1 ຕື້ໂດລາ, ເຊິ່ງແມ່ນພາກສ່ວນການລົງທຶນຂອງນັກລົງທຶນຈາກປະເທດຈີນ.

ຂອບໃຈຂໍ້ມູນຈາກ:

https://laotiantimes.com/2021/02/05/laos-to-build-two-coal-fired-plants-in-xekong-province/