ການນອນກົນເປັນອາກາດທີ່ພົບເຫັນເປັນປະຈຳ ເເລະ ເກີດຂຶ້ນໄດ້ທຸກເພດທຸກໄວ ຕັ້ງເເຕ່ເດັກນ້ອຍຈົນຮອດຜູ້ເຖົ້າ. ເເທ້ຈິງເເລ້ວສຽງກົນເກີດຈາກຢ່ອນຕົວຂອງກ້າມເນື້ອບໍລິເວນຄໍຫອຍ ເເລະ ຜະໜັງລຳຄໍໃນຂະນະນອນຫຼັບ ເຮັດໃຫ້ເກີດການອັດຕັນຂອງລະບົບຫາຍໃຈໃນບາງຈຸດຈົນກວ່າການສັ່ນສະເທືອນຂອງກ້າມຊີ້ນ, ເນື້ອເຍື່ອ, ເພດານອ່ອນ, ຜະໜັງຄໍຫອຍ, ໂຄນລີ້ນ, ລວມທັງລີ້ນໄກ່. ເມື່ອລະບົບທາງເດີນຫາຍໃຈແຄບລົງ ການຫາຍໃຈຜ່ານບໍລິເວນດັ່ງກ່າວເຮັດໃຫ້ເກີດສຽງກາຍເປັນການນອນກົນໃນທີ່ສຸດ. ໃນບາງຄັ້ງການອັດຕັນຂອງລະບົບທາງເດີນຫາຍໃຈອາດຮຸນເເຮງຂຶ້ນ ເຊິ່ງເຮັດໃຫ້ເປັນການກັ້ນຫາຍໃຈທັງໝົດ ບໍ່ສາມາດຫາຍໃຈເຂົ້າອອກໄດ້ເປັນໄລຍະໆ ເຮົາເອີ້ນອາກາດໃນລັກສະນະນີ້ວ່າ “ພາວະຢຸດຫາຍໃຈໃນຂະນະນອນຫຼັບ”

ເຊິ່ງພາວະຢຸດຫາຍໃຈໃນຂະນະນອນຫຼັບ (OSA) ນີ້ຈະສົ່ງຜົນເສຍຕໍ່ສຸຂະພາບຫຼາຍຢ່າງເຊັ່ນ:
- ເປັນສາເຫດ ເເລະ ຄວາມສ່ຽງຂອງໂຣກຄວາມດັນເລືອດ
- ໂຣກຫຼອດເລືອດໃນຫົວໃຈ
- ໂຣກຫຼອດເລືອດສະໝອງ ຫຼື ເປັນອຳມະພາດ
- ພາວະຊຶມເຊົາຊຳເຮື້ອ
- ການເສື່ອມສະມັດຖະພາບທາງເພດ
ນອກຈາກນີ້ຍັງສ່ຽງຕໍ່ອຸບັດຕິເຫດອັນເນື່ອງມາຈາກການເຫງົານອນຫຼາຍຜິດປົກກະຕິ ຫຼື ກໍ່ໃຫ້ເກີດຄວາມລຳຄານກັບຄົນນອນຮ່ວມຫ້ອງນຳ ເຮັດໃຫ້ເສຍບຸກຄະລິກ ເເລະ ອັບອາຍໄດ້…
ສຳລັບເດັກນ້ອຍເເລ້ວ ຫາກມີການຢຸດຫາຍໃຈໃນຂະນະນອນຫຼັບ ອາດເຮັດໃຫ້ມີຄວາມຜິດປົກກະຕິຂອງການພັດທະນາການທາງດ້ານຮ່າງກາຍ ເເລະ ສະຕິປັນຍາ, ເຮັດໃຫ້ເດັກນ້ອຍດື້, ບໍ່ຟັງຄວາມ, ປັດສາວະໃສ່ບ່ອນ, ມີຜົນການຮຽນທີ່ດີລົດລົງ ຫຼື ມີບັນຫາສັງຄົມສຳລັບເດັກນ້ອຍໄດ້.

ເມື່ອຮູ້ເຖິງຜົນຮ້າຍຂອງມັນທີ່ກ່າວມາຂ້າງເທິງເເລ້ວ ເຮົາມາຟັງວິທີການຫຼີກເວັ້ນຈາກການນອນກົນກັນ:
- ການຄວບຄຸມນ້ຳໜັກ, ໂຣກຕຸ້ຍເປັນສາເຫດໜຶ່ງຂອງການນອນກົນ ເພາະໄຂມັນທີ່ສະສົມບໍລິເວນທາງເດີນຫາຍໃຈຢູ່ຄໍ ຖືກບຽດໃຫ້ນ້ອຍລົງ. ລວມທັງໄຂມັນຢູ່ໜ້າເອິກ ເເລະ ທ້ອງກໍເປັນພາລະ ເຮັດໃຫ້ຮ່າງກາຍຕ້ອງຫາຍໃຈໜັກຂຶ້ນ ເເລະ ໃຊ້ພະລັງງານຫຼາຍຂຶ້ນໃນການຫາຍໃຈ
- ອອກກໍາລັງກາຍເພື່ອຊ່ວຍເພີ່ມຄວາມແຂງເເຮງຂອງກ້າມຊີ້ນໃນຊ່ອງທາງເດີນຫາຍໃຈ. ໃນຂະນະທີ່ນອນຫຼັບ, ເນື້ອເຍື່ອພາຍໃນປາກຈະບໍ່ຢ່ອນ ແລະ ຂັດຂວາງຊ່ອງທາງເດີນຫາຍໃຈ.
- ພະຍາຍາມຈັດທ່ານອນ ເພື່ອປ້ອງກັນການຫາຍໃຈປາກ ໂດຍການນອນຕະເເຄງ ງໍສອກ ເພື່ອໃຫ້ມືຂ້າງໜຶ່ງຢັນຄາງໄວ້ເປັນການປິດປາກ ຫຼື ທ່ານສາມາດໃຊ້ໝອນຮອງຫຼັງເພື່ອປ້ອງກັນບໍ່ໃຫ້ພິກໂຕກັບມານອນຫງາຍ. ຖ້ານອນສະເເຄງບໍ່ໄດ້ເເທ້ໆ ໃຫ້ທ່ານນອນຫງາຍເເລ້ວໝອນນ້ອຍໆມາໜູນບໍລິເວນຫຼັງຄໍດ້າງເທິງ ຍົກຫົວໃຫ້ສູງຈາກຕຽງ ເພື່ອປ້ອງກັນບໍ່ໃຫ້ລິ້ນຢ່ອນລົງໄປໃນລຳຄໍຈົນເກີດສຽງກົນໄດ້
- ຮັກສາທີ່ນອນໃຫ້ສະອາດ. ພະຍາຍາມກໍາຈັດປັດໄຈສ່ຽງຕໍ່ການເກີດໂຣກຫອບຫືດ, ພູມແພ້, ເຊິ່ງເປັນສາເຫດໜຶ່ງຂອງການນອນກົນເຊັ່ນ: ຂີ້ຝຸ່ນ ແລະ ຂົນສັດ
- ພະຍາຍາມບໍ່ໃຫ້ມີນໍ້າມູກກ່ອນນອນ. ນີ້ຈະຊ່ວຍໃຫ້ຮູດັງເປີດ ງ່າຍທີ່ຈະລົມເຂົ້າ ແລະ ອອກໄດ້ຢ່າງສະດວກ
- ເພີ່ມລະດັບຄວາມຊຸ່ມຊື່ນໃນຫ້ອງນອນ ເພາະວ່ານອນຢູ່ໃນຫ້ອງທີ່ມີຄວາມຊຸ່ມຊື່ນຕໍ່າຫຼາຍ ອາກາດຢູ່ໃນຫ້ອງຈະແຫ້ງ. ເຮັດໃຫ້ເຍື່ອເມືອກຕ່າງໆໃນລະບົບຫາຍໃຈແຫ້ງໄປນຳ ບາງຄົນອາດຈະມີອາການບວມ ແລະ ທໍ່ຫາຍໃຈແຄບ ຈົນເກີດອາການນອນກົນໃນທີ່ສຸດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/