ວິກິດດອກທິວລິບແມ່ນຫຍັງ? ເມື່ອຄັ້ງໜຶ່ງທີ່ເສດຖະກິດໄດ້ລົ້ມລົງ ຍ້ອນດອກໄມ້ດອກດຽວ


ໃນໂລກເຮົາເຄີຍມີວິກິດການທາງເສດຖະກິດເກີດຂຶ້ນຫຼາຍຄັ້ງຕໍ່ຫຼາຍຄັ້ງ ບາງຄັ້ງກໍເກີດຈາກພະຍາດ ຫຼື ໂຣກລະບາດຕ່າງໆ, ບາງຄັ້ງກໍເກີດຈາກການບໍລິຫານງານທີ່ຜິດພາດຂອງຜູ້ນຳປະເທດນັ້ນ. ແຕ່ມີຄັ້ງໜຶ່ງ, ທີ່ມະນຸດໂລກຕ້ອງປະເຊີນກັບພາວະບັນຫາທາງເສດຖະກິດ ຍ້ອນດອກໄມ້ພຽງດອກດຽວ ແລະນັ້ນກໍຄື “ດອກທິວລິບ”.

ດອກທິວລິບ ເປັນດອກໄມ້ເມືອງໜາວທີ່ປຽບເໝືອນເປັນສັນຍະລັກຂອງປະເທດຮອນແລນ (Holland) ມີ​ຢູ່ຫຼາກຫຼາຍ​ສີສັນ, ມີ​ຄວາມ​ສວຍ​ງາມ​ສະ​ເພາະ​ຕົວ ແລະ ເປັນ​ຕົວ​ແທນ​ຂອງ​ຄວາມ​ຮັກ​ທີ່​ຄູ່​ຮັກ​ມັກ​ຈະ​ມອບ​ໃຫ້​ກັນ ເຊິ່ງ​ກໍໄດ້ຮັບຄວາມນິ​ຍົມ​ພໍໆ​ກັບ​ດອກ​ກຸຫຼາບ​. ແລ້ວ​ເຫດ​ໃດ​ດອກ​ໄມ້​ທີ່​ສວຍ​ງາມ​ນີ້ ຈຶ່ງ​ເຄີຍສ້າງບາດ​ແຜໃຫ້​ກັບ​ເສດ​ຖະ​ກິດ​ຂອງຮອນແລນໄດ້ຂະໜາດນັ້ນ?

ໃນສະຕະວັດທີ 16, ເມື່ອດອກທິວລິບໄດ້ຖືກນຳເຂົ້າມາໃນປະເທດຮອນແລນ ເຊິ່ງຄວາມງາມຂອງດອກໄມ້ທີ່ບໍ່ຄືໃຜນີ້ເອງ ເຮັດໃຫ້ດອກທິວລິບໄດ້ຮັບຄວາມສົນໃຈຈາກປະຊາຊົນຮອນແລນ ໂດຍສະເພາະກຸ່ມຄົນຮັ່ງມີໃນປະເທດ. ດອກທິວລິບຈຶ່ງກາຍເປັນຕົວແທນຂອງດອກໄມ້ລາຄາແພງຂອງຄົນມີເງິນ ແລະ ເປັນຄ່ານິຍົມໃນຍຸກສະໄໝນັ້ນວ່າ “ໃຜທີ່ບໍ່ມີດອກທິວລິບໄວ້ຄອບຄອງ ແມ່ນຄົນທີ່ມີຣົດສະນິຍົມທີ່ບໍ່ດີເລີຍ”.

ຄວາມນິຍົມຂອງດອກທິວລິບເລີ່ມຫຼາຍຂຶ້ນໃນສັງຄົມຊາວຮອນແລນ, ມີການພັດທະນາສາຍພັນດອກທິວລິບໃຫ້ມີຄວາມຫຼາກຫຼາຍ ຈົນເກີດເປັນສາຍພັນຕ່າງໆ. ຄວາມຕ້ອງການທີ່ເພີ່ມຂຶ້ນເລື້ອຍໆບວກກັບການເຕີບໃຫຍ່ຂອງດອກທິວລິບກ່ອນທີ່ຈະອອກດອກເຊິ່ງຕ້ອງໃຊ້ໄລຍະເວລາຫຼາຍປີ ນັ້ນເປັນເຫດຜົນທີ່ເຮັດໃຫ້ລາຄາຂອງດອກໄມ້ຊະນິດນີ້ຖີບຕົວສູງຂຶ້ນຢ່າງທີ່ບໍ່ເຄີຍເກີດມາກ່ອນ ໃນໂລກເສດຖະກິດ.

ໃນຍຸກສະໄໝນັ້ນ, ລາ​ຄາ​ຂອງດອກ​ທິວລິບ​ແພງ​ເຖິງ​ຂະ​ໜາດ​ວ່າ ດອກ​ທິ​ວ​ລິບ 40 ຫົວຖ້າ​ທຽບ​ເປັນ​ເງິນ​ໃນ​ປັດ​ຈຸ​ບັນຈະ​ມີມູນ​ຄ່າ​ປະ​ມານ 50,000 ກວ່າໂດລາສະຫະລັດ ແລະ ຍັງ​ມີ​ການ​ບັນ​ທຶກ​ໄວ້​ວ່າ​ເຄີຍ​ມີ​ການ​ຊື້-ຂາຍດອກ​ທິວ​ລິບ​ສາຍພັນ​ທີ່ແພງທີ່​ສຸດ​ຢູ່​ທີ່ 750,000 ໂດ​ລາ​ສະ​ຫະ​ລັດອີກນຳ (ທຽບ​ຕາມ​ມູນ​ຄ່າ​ເງິນ​ໃນ​ປັດ​ຈຸ​ບັນ).

ການ​ຊື້-ຂາຍດອກ​ທິວ​ລິບ​ໄດ້​ກາຍ​ເປັນ​ທຸ​ລະ​ກິດ​ໜຶ່ງ​ທີ່​ນິ​ຍົມ​ຫຼາຍ​ໃນ​ຍຸກ​ສະ​ໄໝ​ນັ້ນ, ບາງ​ຄົນ​ຈົນ​ໄດ້​ຕັ້ງ​ເປັນ​ບໍ​ລິ​ສັດ​ໃນ​ກາ​ນ​ຂາຍດອກ​ທິວ​ລິບ​ໂດຍ​ສະ​ເພາະ, ບາງ​ຄົນ​ຕ້ອງຍອມ​ແລກ​ທີ່​ດິນ​ຂອງ​ຕົວ​ເອງ​ ເພື່ອ​ໃຫ້​ໄດ້​ມ​າ​ເຊິ່ງ​ການ​ຄອບ​ຄອງດອກ​ທິວ​ລິບ ຫຼື ແມ່ນ​ແຕ່​ອີກຫຼາຍ​ຄົນ​ທີ່​ໄດ້​ເຮັດ​ສັນ​ຍາ​ການຈອງ​ຊື້ດອກ​ທິວ​ລິບ​ທີ່​ຍັງ​ບໍ່​ອອກດອກ​ໄວ້ ເພື່ອ​ການ​ເກັງ​ກຳ​ໄລ​ໃນ​ອະ​ນາ​ຄົດ. ໃນ​ປີ ຄ​ສ 1636, ຄວາມ​ຕ້ອງກ​ານ​ຂອງດອກ​ທິວ​ລິບ​ນັ້ນ​ມີຫຼາຍ ຈົນ​ເກີດ​ມີ​ການ​ຄ້າ​ຂາຍ​ກັນ​ໃນ​ຕະຫຼາດຫຼັກ​ຊັບ​ຂອງ​ປະ​ເທດ​ອີກ​ນຳ. ເອີ້ນ​ໄດ້​ວ່າ​ລາຄາດອກ​ໄມ້​ນີ້​ມັນ​ເຕີບໃຫຍ່ຫຼາຍ​ຈົນ​ບໍ່​ມີ​ໃຜໄດ້​ທັນ​ສັງ​ເກດ​ບັນ​ຫາ​ທີ່​ຈະເກີດ​ຕາມມາ​ໃນ​ອະ​ນາ​ຄົດອັນ​ໃກ້.

ການ​ເດີນ​ທາງ​ຂອງດອກ​ທິວ​ລິບ​ນັ້ນ​ຂຶ້ນ​ມາສູງຫຼາຍ ຈົນ​ມາ​ເຖິງ​ໃນ​ປິ ຄ​ສ 1637 ທີ່​ຟອງ​ສະ​ບູ​ນີ້​ໄດ້​ແຕກອອກ. ເມື່ອຜູ້​ຄົນ​ນັ້ນ​ເລີ່ມ​ບໍ່​ສາ​ມາດ​ຊື້ດອກ​ໄມ້​ນີ້​ໄດ້ແລ້ວ ເພາະ​ລາ​ຄາ​ມັນ​ຂຶ້ນ​ໄປ​ສູງຫຼາຍ​ຈົນຫຼາຍ​ຄົນ​ເລີ່ມ​ຄິດ​ໄດ້​ວ່າ ເງິນ​ນີ້​ສາ​ມາດ​ຊື້​ຫຍັງ​ທີ່​ມີ​ປະ​ໂຫຍດຫຼາຍກວ່າ​ດອກ​ໄມ້​ນີ້ ແລະ ນັ້ນ​ເອງ​ທີ່​ເຮັດຫຼາຍໆ​ຢ່າງ​​ເລີ່ມ​ລົ້ມ​ລົງ. ເລີ່ມ​ຈາກ​ຄວາມ​ນິ​ຍົມ​ຂອງດອກ​ໄມ້ນີ້ລົດ​ລົງ ເຮັດ​ໃຫ້​ລາ​ຄາ​ຂອງ​ມັນ​ຕົກ​ລົງ​ຢ່າງວ່ອງ​ໄວ, ຄົນ​ຂາຍດອກ​ທິວ​ລິບ​ບາງ​ຄົນ​ທີ່​ມີ​ສັນ​ຍາ​ກາ​ນ​ຊື້ດອກ​ທິວ​ລິບ​ໃນ​ມື ກໍ​ກາຍ​ເປັນ​ເຈ້ຍ​ໃບ​ໜຶ່ງ​ທີ່​ມີ​ມູນ​ຄ່າພຽງ 1 ໃນ 10 ຂອງ​ລາ​ຄາ​ທີ່​ຊື້​ມາ, ຫຼາຍໆນັກລົງທຶນດອກທິວລິບທີ່ໄດ້ຮັບຜົນກະທົບ ຈົນຕ້ອງຊອກຫາຄົນທີ່ບໍ່ຮູ້ເລື່ອງໃນການຕົກຂອງລາຄາດອກທິວລິບນັ້ນມາຊື້ຕໍ່ໄວ້.

ພາຍໃນ 2-3 ເດືອນ ລາຄາຂອງດອກທິວລິບນັ້ນໄດ້ກັບມາເປັນປົກກະຕິອີກຄັ້ງ, ຜູ້ຄົນທີ່ເຄີຍຊື້ໄປໃນລາຄາແພງກໍເລີ່ມໄດ້ຮັບຄວາມເດືອດຮ້ອນ ເພາະບໍ່ຮູ້ວ່າຈະເອົາດອກໄມ້ນັ້ນໄປເຮັດຫຍັງ ນອກຈາກຕັ້ງໂຊໄວ້ໃນເຮືອນເທົ່ານັ້ນ ລໍຖ້າໃຫ້ມັນຄ່ອຍໆແຫ້ງ ແລະ ຕາຍໄປ ໂດຍເຂົາຕ້ອງແລກມາກັບຊັບສິນມະຫາສານທີ່ເສຍໄປ, ທີ່ດິນທີ່ໃຊ້ໃນການທຳມາຫາກິນ ເຮັດໃຫ້ເສດຖະກິດໃນຮອນແລນຕອນນັ້ນຕົກລົງຫຼາຍ ເພາະຄົນບໍ່ມີເງິນໃນການໃຊ້ຈ່າຍບໍລິໂພກ ມີພຽງດອກໄມ້ຫຼາກສີທີ່ລໍວັນຕາຍເທົ່ານັ້ນ. ເມື່ອຄົນບໍ່ມີເງິນໃນການຈັບຈ່າຍ ຫຼື ເປັນໜີ້ ມັນກໍເກີດຜົນກະທົບເປັນຕ່ອງໂສ້ຕໍ່ໆກັນໄປ, ຜູ້ຄົນລົ້ມລະລາຍ ແລະ ສູນເສຍຊັບສິນທີ່ສຳຄັນໄປ ເຮັດໃຫ້ເສດຖະກິດຮອນແລນຢຸດໄປໃນໄລຍະເວລາໜຶ່ງ.

ແຕ່ມາເຖິງປັດຈຸບັນ, ເຫດການດັ່ງກ່າວກໍຍັງເປັນຂໍ້ຖົກຖຽງກັນວ່າ ມັນໄດ້ເກີດຂຶ້ນແທ້ຫຼືບໍ່? ຖ້າເກີດຂຶ້ນແທ້ ແລ້ວມັນສົ່ງຜົນຮ້າຍແຮງຂະໜາດນັ້ນຕໍ່ເສດຖະກິດຂອງຮອນແລນເລີຍຫວາ? ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງດອກທິວລິບນີ້ ກໍຍັງໄດ້ກາຍເປັນບົດຮຽນປະຫວັດສາດສຳຄັນທີ່ມີການສອນຢ່າງແຜ່ຫຼາຍໃນວິຊາທຸລະກິດ ໃນແງ່ຂອງເສດຖະສາດ-ການຄ້າ ລວມເຖິງດ້ານຈິດຕະວິທະຍາ ທີ່ເຮົາໄດ້ເຫັນເຖິງຄ່ານິຍົມຂອງມະນຸດ ທີ່ບໍ່ວ່າຈະໃນຍຸກສະໄໝໃດ ຜູ້ຄົນກໍຍັງໃຫ້ຄວາມສຳຄັນກັບບາງສິ່ງບາງຢ່າງທີ່ທຳມະດາ ຈົນເຮັດໃຫ້ມັນມີມູນຄ່າເກີນຈິງຢູ່ຕະຫຼອດ ແລະ ນັ້ນກໍມັກນຳມາເຊິ່ງຄວາມສູນເສຍຈົນເກີດເປັນວິກິດເສດຖະກິດໃນທຸກໆຄັ້ງຕະຫຼອດມາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/