ໃນປີ 2018 ເປັນກ້າວສຳຄັນທາງປະຫວັດສາດຂອງນັກແປພາສາທຸກຄົນ ເນື່ອງຈາກການປະຊຸມສະມັດຊາສະຫະປະຊາຊາດຄັ້ງທີ 71 ໄດ້ມີມະຕິໃນການໃຫ້ຄວາມສຳຄັນກັບບົດບາດຂອງນັກວິຊາການ, ນາຍແປພາສາ ແລະ ນັກແປພາສາມື ໃນການເປັນຜູ້ສົ່ງເສີມຄວາມຮ່ວມມືທາງດ້ານສັນຕິພາບ, ເສີມສ້າງຄວາມເຂົ້າໃຈ ແລະ ການພັດທະນາລະຫວ່າງປະເທດ ແລະ ໄດ້ກຳນົດໃຫ້ວັນທີ 30 ກັນຍາ ຂອງທຸກໆປີເປັນ ວັນແປພາສານານາຊາດ.
- ປັດຈຸບັນທີ່ນັບໄດ້ ໂລກມີ 7,097 ພາສາ, ທະວີບອາຊີ ມີຈຳນວນພາສາຫຼາຍທີ່ສຸດ 2,300 ພາສາ, ຮອງລົງມາແມ່ນແອຟຣິກາ 2,143 ພາສາ, ປະເທດແຖບມະຫາສະໝຸດປາຊີຟິກ 1,306 ພາສາ, ທະວີບອາເມຣິກາ 1,060 ພາສາ ແລະ ຢູໂຣບ 288 ພາສາ.
- ພາສາສາກົນທີ່ໃຊ້ເປັນສື່ກາງລະຫວ່າງປະເທດມີ 6 ພາສາຄື: ພາສາອັງກິດ, ພາສາສະເປນ, ພາສາຝຣັ່ງ, ພາສາຣັດເຊຍ, ພາສາຈີນ ແລະ ພາສາອາຣາບິກ.
- ພາສາທີ່ມີຄົນໃຊ້ຫຼາຍທີ່ສຸດໄດ້ແກ່: ພາສາຈີນ 1.3 ພັນລ້ານຄົນ, ພາສາສະເປນ 442 ລ້ານຄົນ, ພາສາອັງກິດ 378 ລ້ານຄົນ, ອາຣາບິກ 315 ຄົນ ແລະ ພາສາຮິນດິ 260 ລ້ານຄົນ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/