ວັດໄດໂກຈິ ວັດເກົ່າແກ່ຂອງຍີ່ປຸ່ນປະກາດຈະເປີດວັດສາຂາອະວະກາດໃນປີ 2023!


ຊ່ວງນີ້ຂ່າວກ່ຽວກັບໄປອະວະກາດມີອອກມາຫຼາຍ ບໍ່ເວັ້ນແຕ່ທາງສາສະໜາເອງກໍບໍ່ນ້ອຍໜ້າເຊັ່ນກັນ ຈະສົ່ງວັດໄປອະວະກາດແລ້ວໃນປີ 2023!

ເຊິ່ງວັດດັ່ງກ່າວແມ່ນວັດໄດໂກຈິ ທີ່ເປັນວັດເກົ່າແກ່ຂອງຍີ່ປຸ່ນ ແລະ ຍັງເປັນມໍລະດົກໂລກອີກດ້ວຍ. ຫຼາຍຄົນອາດຈະງົງວ່າ ຈະໄປແນວໃດ? ຈະຍົກວັດຂຶ້ນຍານອະວະກາດໄປເລີຍບໍ່? ບອກເລີຍວ່າບໍ່ແມ່ນ, ເຊິ່ງດາວທຽມທີ່ຈະມີກຳນົດການຍິງຂຶ້ນໃນປີ 2023 ນີ້ ຈະປຽບຄືດັ່ງວັດໄດໂກຈິສາຂາອະວະກາດ ບັນຈຸ ແລະ ຕິດຕັ້ງສັນຍະລັກຄຳສອນຂອງພະພຸດທະສາສະໜາ ເຊັ່ນຮູບອົງພະປະທານ ແລະ ມັນດາລະ, ເປົ້າໝາຍກໍເພື່ອເປັນເສົາຫຼັກສູນລວມຈິດໃຈຂອງມະນຸດທີ່ຕັ້ງຈິດອະທິຖານຈາກລຸ່ມພື້ນໂລກ.

ຊື່ຂອງວັດນີ້ໄດ້ຖືກຕັ້ງຊື່ວ່າ  ໂຈເທນອິນໂກອຸນ 浄天院劫蘊 ຄວາມຄັກຂອງມັນອີກຢ່າງແມ່ນ ມັນສາມາດໃຊ້ໂທລະສັບມືຖືກວດຫາຕຳແໜ່ງຂອງດາວທຽມໄດ້.

ຜູ່ດູແລວັດໄດ້ກ່າວວ່າ “ຂ້ອຍຄິດວ່າມັນຈຳເປັນທີ່ຈະຕ້ອງມີວັດໃນອະວະກາດໃນການສວດພາວະນາ ເພື່ອສັນຕິພາບໂດຍບໍ່ຄຳນຶງເຖິງພູມີພາກເຊື້ອຊາດ ແລະ ສາສະໜາ, ເມື່ອດາວທຽມໂຄຈອນອ້ອມໂລກ ບໍ່ວ່າເຮົາຈະຢູ່ໃສຂອງໂລກກໍຕາມ ກໍຈະສາມາດທີ່ຈະພາວະນາສົ່ງໃຈໄປອະວະກາດໄດ້”

ຖືວ່າເປັນຄວາມແປກໃໝ່ໃຫ້ວົງການສາສະໜາເລີຍ ແລະ ຖືເປັນບາດກ້າວໃໝ່ທີ່ອາດຈະມີຄວາມປ່ຽນແປງກ່ຽວກັບສາສະໜາໃນອະນາຄົດກໍເປັນໄດ້ ເຮົາຕ້ອງມາຖ້າເບິ່ງນຳກັນໃນປີ 2023!

ທີ່ມາ:

https://www.facebook.com/wajapan.th/posts/3653324308085097