ລົດໄຟລາວ-ຈີນ ຄືສົມບັດຂອງຊາດ! ລາວ-ຈີນຮ່ວມກັນສ້າງຈົນສຳເລັດ


ໃນວັນທີ 3 ທັນວາ 2021 ທີ່ຜ່ານມາ ໄດ້ມີການເປີດພິທີລົດໄຟລາວ-ຈີນ ຢ່າງເປັນທາງການ ມີຫຼາຍພາກສ່ວນທີ່ສຳຄັນໄດ້ມາຮ່ວມໃນງານເປີດຢ່າງພ້ອມພຽງ, ພ້ອມກັນນີ້ ກໍຍັງໄດ້ມີການທົດລອງຂີ່ລົດໄຟກັນຢ່າງມ່ວນຊື່ນ. ໃນວັນທີ 4 ທັນວາ 2021 ກໍຍັງມີປະຊາຊົນລຽນຄິວຕໍ່ແຖວກັນຊື້ປີ້ລົດໄຟ ທີ່ສະຖານີນະຄອນຫຼວງວຽງຈັນ ອີກດ້ວຍ.

ໃນຂະນະທີ່ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນັ່ງລົດໄຟລາວ-ຈີນ ຮອບປະຖົມມະເລີກກັບພັນລະຍາ ພ້ອມດ້ວຍຄະນະເດີນທາງຈາກສະຖານີນະຄອນລວງວຽງຈັນຫາສະຖານີວັງວຽງໃນວັນທີ 3 ທັນວາ 2021. ທ່ານໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງ ພ້ອມທັງຕີລາຄາສູງ ແລະ ກ່າວວ່າຢາກໄປທ່ຽວຄຸນໝິງ ແລະ ປັກກິ່ງອີກຄັ້ງຫຼັງຈາກເປີດການທ່ອງທ່ຽວລະຫວ່າງປະເທດ.

ທ່ານນາຍົກໃຫ້ຮູ້ວ່າ: ການເປີດເສັ້ນທາງລົດໄຟລາວ-ຈີນ ຄັ້ງນີ້ເປັນຄັ້ງປະຫວັດສາດທີ່ ສປປ ລາວຮ່ວມກັບ ສປ ຈີນສາມາດສ້າງສໍາເລັດລົດໄຟຄວາມໄວສູງ ແລະ ບໍ່ເຄີຍມີມາໃນປະເທດລາວມາກ່ອນ. ປະເທດລາວ ກໍຄືປະຊາຊົນລາວໄດ້ປ່ຽນໂສມໜ້າທີ່ຫຼ້າຫຼັງທາງດ້ານຄົມມະນາຄົມທາງບົກກາຍມາເປັນການຄົມມະນາຄົມທີ່ທັນສະໄໝທີ່ບໍ່ເຄີຍມີ ເຊິ່ງຜົນສໍາເລັດອັນນີ້ ເກີດຂຶ້ນມາຈາກການຮ່ວມມືສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຈີນ-ລາວ ທີ່ໄດ້ຂະຫຍາຍຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງຂອງທ່ານ ສີຈິ້ນຜິງສອດຄ່ອງກັບການພັດທະນາຂອງປະເທດລາວ ທີ່ບໍ່ມີເສັ້ນທາງອອກທາງທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດ. ຍ້ອນແນວນັ້ນ ເສັ້ນທາງລົດໄຟລາວ-ຈີນ ເສັ້ນນີ້ຈະນໍາເອົາຜົນປະໂຫຍດຢ່າງຫຼວງຫຼາຍໃນການພັດທະນາເສດຖະກິດສັງຄົມຂອງປະເທດລາວຂອງເຮົາ ແລະເປັນຈຸດເຊື່ອມຕໍ່ປະເທດຈີນປະຫາປະເທດອາຊຽນ ແລະພາກພື້ນ.

ທ່ານພັນຄໍາຍັງຕີລາຄາສູງວ່າ: ຜົນສໍາເລັດນີ້ຍັງເປັນຕົວແບບທີ່ດີຂອງການຮ່ວມມືຊະຕາກໍາລາວ-ຈີນ ໃນຖານະປະເທດບ້ານໃກ້ເຮືອນຄຽງບ້ານພີ່ເມືອງນ້ອງຕາມທິດສີ່ດີ, ເວົ້າລວມແລ້ວຈີນເປັນປະເທດໃຫຍ່ມະຫາອໍານາດມີພົນລະເມືອງຫຼາຍ ແຕ່ເຮົາເປັນປະເທດນ້ອຍ ແລະ ທຸກຍາກ ພົນລະເມືອງກໍໜ້ອຍຫຼາຍ. ອັນນີ້ສະແດງໃຫ້ເຫັນວ່າໃຫຍ່ກັບນ້ອຍໄດ້ຄຽງຄູ່ກັນ ເປັນເພື່ອນມິດທີ່ດີຕໍ່ກັນ ແລະ ເປັນແບບຢ່າງທີ່ດີທີ່ສຸດໃນວົງຄະນະຍາດສາກົນ. ເພາະວ່າການພົວພັນສອງພັກສອງລັດ ແລະ ປະຊາຊົນສອງຊາດ ແມ່ນສະເໝີພາບບົນຈິດໃຈທີ່ຈິງໃຈຕໍ່ກັນ, ບໍ່ເອົາປຽບກັນ ແລະ ມີຜົນປະໂຫຍດຮ່ວມກັນ ທຸກສຸກກໍຢູ່ຮ່ວມກັນ ອັນນີ້ເປັນສິ່ງສໍາຄັນຫຼາຍ. ໃນປັດຈຸບັນນີ້, ລັດຖະບານກໍາລັງຈັດຕັ້ງແລວເສດຖະກິດຕາມທາງລົດໄຟ, ເສດຖະກິດເໜືອໃຕ້ຕາເວັນຕົກ ແລະ ຕາເວັນອອກ ຈະນໍາພາປະຊາຊົນຜະລິດເປັນສິນຄ້າ ແລະ ສົ່ງອອກປະເທດ ໂດຍໃຊ້ທາງລົດໄຟຂົນສົ່ງ ຕາມລົດໄຟທີ່ສາມາດອອກລົດໄຟ 15 ນາທີຕໍ່ຂະບວນໜຶ່ງ ແລະ ບັນທຶກໄດ້ 3,000 ໂຕນ/ຂະບວນໜຶ່ງ ເກືອບເທົ່າ 400 ຄັນລົດຂົນສົ່ງທາງບົກທົ່ວໄປ ອັນນີ້ນໍາມາເຊິ່ງຜົນປະໂຫຍດມະຫາສານ. ສະນັ້ນ ປະຊາຊົນຕ້ອງດຸໝັ່ນຜະລິດເປັນສິນຄ້າ ໂດຍມີລັດຖະບານຈະສົ່ງເສີມ ແລະ ມີນະໂຍບາຍໃຫ້.

ທ່ານນາຍົກຍັງເວົ້າວ່າ: ຖ້າຫາກເປີດປະເທດ ແລະ ສາມາດໄປທ່ຽວໄດ້ແລ້ວ ຈະໄປທ່ຽວຄຸນໝິງກ່ອນ ເຊິ່ງເເປັນບ່ອນທີ່ໃກ້ຄຽງທີ່ສຸດ ແລະ ຄຸນໝິງ ແຂວງຢຸນນານເປັນແຂວງທີ່ລັດຖະບານຈີນໄດ້ຮ່ວມມືຫຼາຍດ້ານກັບ ສປປ ລາວ. ຫຼັງຈາກນັ້ນ, ຈະໄປທ່ຽວປັກກິ່ງ ທີ່ເປັນເມືອງຫຼວງຂອງ ສປ ຈີນ ເຖິງວ່າໄດ້ໄປແລ້ວແຕ່ກໍຢາກໄປອີກຍ້ອນປະທັບໃຈຫຼາຍ.

ພ້ອມດຽວກັນທ່ານນາຍົກຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນ ຮ່ວມມືກັນກັບລັດຖະບານ ກໍຄືອໍານາດການປົກຄອງທ້ອງຖິ່ນ ເຊິ່ງພວກເຮົາມີແຜນແລ້ວກໍກຽມພ້ອມກັນເຮັດກັນສ້າງປັດຈຸບັນຂອງພວກເຮົາຢ່າງຕັ້ງໜ້າຕັ້ງຕາ ແລະ ເຊື່ອວ່າອະນາຄົດປະເທດເຮົາຈະມີຄວາມຈະເລີນພັດທະນາຫຼາຍກວ່ານີ້ຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/