ລາວ-ສ.ເກົາຫຼີ ຫາລືສ້າງເຄືອຂ່າຍທຸລະກິດຮ່ວມກັນ ຊຸກຍູ້ການຮ່ວມມືພັດທະນາສິນຄ້າ SME


ກຸ່ມທຸລະກິດ ຈາກ ສປປ ລາວ ແລະ ສ.ເກົາຫຼີ ຫາລືສ້າງເຄືອຂ່າຍທຸລະກິດຮ່ວມກັນ ເພື່ອອຳນວຍຄວາມສະດວກໃນການຮ່ວມມືພັດທະນາສິນຄ້າ SME ຂອງລາວ ແລະ ຂອງ ສ.ເກົາຫຼີ ເພື່ອສົ່ງອອກ ແລະ ນຳເຂົ້າສິນຄ້າ.

ກອງປະຊຸມພົບປະສ້າງເຄືອຂ່າຍກັບນັກທຸລະກິດປະເທດ ສ.ເກົາຫຼີ ຈັດຂຶ້ນວັນທີ 11 ມີນາ 2024 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໂດຍເປັນປະທານຂອງ ທ່ານ ຄໍາຫຼ້າ ນາກຄະວົງ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮອງປະທານຜູ້ປະຈຳການສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ມີນັກທຸລະກິດລາວ ກຸ່ມອາສາສະໝັກ ສ.ເກົາຫຼີ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງຝ່າຍລາວ ແລະ ສ.ເກົາຫຼີ ເຂົ້າຮ່ວມ.   

ໃນໂອກາດດັ່ງກ່າວ ກຸ່ມທຸລະກິດເສດຖະກິດພິເສດຂອງ ຟ້າຊ່ອງ ສ.ເກົາຫຼີ ໄດ້ເຫັນດີເຊັນບົດບັນທຶກການຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເພື່ອຄວາມສະດວກໃນການຮ່ວມມືພັດທະນາສິນຄ້າ SME ຂອງລາວ ແລະ ຂອງ ສ.ເກົາ ຫຼີ ເພື່ອສົ່ງອອກ ແລະ ນຳເຂົ້າສິນຄ້າ ເປັນການສົ່ງເສີມນັກທຸລະກິດລາວໄປໃນຕົວ ໃນຕອນທ້າຍທາງກຸ່ມດັ່ງກ່າວຍັງໄດ້ເຊັນບົດບັນທຶກກັບສະຖາບັນການສຶກສາບຸນເກີດ ເພື່ອການສົ່ງເສີມ ແລະ ພັດທະນາດ້ານວິຊາຊີບດ້ານແຮງງານສົ່ງອອກໄປເຮັດວຽກຢູ່ ສ.ເກົາຫຼີ ໃນອະນາຄົດໃຫ້ຫຼາຍຂຶ້ນຕື່ມອີກ.

ການພົບປະຄັ້ງນີ້ໄດ້ປືກສາຫາລືແລກປ່ຽນການພົວພັນຮ່ວມມືນຳກັນໃນດ້ານທຸລະກິດຂອງນັກທຸລະກິດລາວ ກຸ່ມເສດຖະກິດພິເສດຟ້າຊ່ອງ ແລະ ກຸ່ມອາສາສະໝັກຈາກ ສ ເກົາຫຼີ ໃນນີ້ ກຸ່ມອາສາສະໝັກ ສ.ເກົາຫຼີ ໄດ້ສະເໜີໃຫ້ການຊ່ວຍເຫຼືອລ້າໃນດ້ານອຸປະກອນການຮຽນ-ການສອນ ພ້ອມເຄື່ອງຈັກກອບປີ້ເອກະສານຈຳນວນໜຶ່ງໃຫ້ສູນຄິງເຊຈົງ ວຽງຈັນ (Vientiane King Sejong Center) ທີ່ຕັ້ງຢູ່ມະຫາວິທະຍາໄລແຫ່ງຊາດ ດົງໂດກ ເພື່ອຊຸກຍູ້ສົ່ງເສີມວຽກງານການສຶກສາໃຫ້ເຂັ້ມແຂງຍິ່ງຂຶ້ນ.

ທີ່ມາ: https://www.facebook.com/VientianeMai/posts/pfbid02xDUEVtSf4R5YqVEtGD8D3R4cVVAwLiTzhamdzzQUnrGtcAw55gGcpsSXBG22fdtyl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/