ໃນລະຫວ່າງວັນທີ 06-08 ກໍລະກົດ 2022, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງ ຝ່າຍ ລາວ-ກໍາປູເຈຍ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ- ລາວ (JC) ຄັ້ງທີ 14, ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ຕາມຄໍາເຊື້ອເຊີນຂອງ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກກໍາປູເຈຍ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງ ຍາວນານ ລະຫວ່າງສອງຊາດ ລາວ-ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງຂຶ້ນ. 

ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2022, ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14,  ໂດຍການເປັນ ປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແລະ ທ່ານ ນ.ເຊືອງ ຣັດຊະວີ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ ແລະ ມີການເຂົ້າຮ່ວມຂອງ ຄະນະຜູ້ແທນສອງຝ່າຍ ແລະ ວິຊາການກ່ຽວຂ້ອງ.

ໃນຕອນບ່າຍວັນດຽວກັນ, ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14 ໄດ້ຖືກຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແລະ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ.

ກອງປະຊຸມໄດ້ດໍາເນີນໄປໃນທ່າມກາງບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ, ເຊິ່ງສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາ ກ່ຽວກັບໝາກຜົນຂອງການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 13 ທີ່ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ, ໃນເດືອນກຸມພາ 2019 ຜ່ານມາ, ກໍຄືຮ່ວມກັນທົບທວນຕີລາຄາຄືນ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາຢ່າງກົງໄປກົງມາ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ, ການຮ່ວມມືດ້ານ ວັດທະນະທໍາ-ສັງຄົມ, ການຮ່ວມມືພາກພື້ນ-ອະນຸພາກພື້ນ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ສອງຝ່າຍກໍໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ສອງຝ່າຍ ໄດ້ສະແດງຄວາມພໍໃຈ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ້ວເມືອງດອງ ທີ່ມີມາແຕ່ດົນນານ ລະຫວ່າງປະຊາຊົນສອງຊາດ ລາວ-ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ, ໂດຍສະເພາະ ພາຍຫຼັງທີ່ສອງຝ່າຍໄດ້ຍົກລະດັບການພົວພັນຮ່ວມມືຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019, ການພົວພັນຮ່ວມມືສອງຝ່າຍ ແມ່ນມີບາດກ້າວ ຂະຫຍາຍຕົວ ຢ່າງເປັນຮູບປະທໍາຫຼາຍຂຶ້ນ.

ສອງຝ່າຍ ໄດ້ສະແດງຄວາມພໍໃຈ ຕໍ່ການຮ່ວມມືດ້ານການເມືອງ, ການຕ່າງປະເທດ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າການຮ່າງແຜນປະຕິບັດງານ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ສອງຝ່າຍ ໄລຍະປີ 2023-2027, ເຊິ່ງສອງຝ່າຍມີແຜນທີ່ຈະລົງນາມຮ່ວມກັນໃນໂອກາດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ໃນປີ 2023, ພ້ອມທັງສືບຕໍ່ແລກປ່ຽນ ການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນທຸກລະດັບ ນັບແຕ່ການນໍາຂັ້ນສູງສອງປະເທດ, ບັນດາກະຊວງຂະແໜງການ, ບັນດາແຂວງກໍຄື ລະຫວ່າງປະຊາຊົນກັບປະຊາຊົນ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍ ເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ໃນການຮ່ວມມືດ້ານຊາຍແດນ, ເປັນຕົ້ນການຄວບຄຸມປາກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນສອງປະເທດ, ການລັກລອບຕັດໄມ້ ແລະ ການຂຸດຄົ້ນຊັບພະຍາກອນແບບຜິດກົດໝາຍ. ພ້ອມນີ້, ສອງຝ່າຍ ໄດ້ເປັນເອກະພາບກັນ ສືບຕໍ່ປຶກສາຫາລືໃຫ້ສໍາເລັດຮ່າງສົນທິສັນຍາ ວ່າດ້ວຍການກໍານົດເສັ້ນຊາຍແດນ ທີ່ໄດ້ສໍາເລັດການສໍາຫຼວດຮ່ວມກັນແລ້ວ 86% ແລະ ສືບຕໍ່ປຶກສາຫາລືການແກ້ໄຂບໍລິເວນຊາຍແດນທີ່ຍັງຄົງຄ້າງ ເພື່ອໃຫ້ສໍາເລັດການກໍານົດເສັ້ນຊາຍແດນສອງປະເທດຢ່າງສົມບູນ ແລະ ຮ່ວມກັນເຮັດໃຫ້ຊາຍແດນ ລາວ-ກໍາປູເຈຍ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ໄດ້ຮັບການພັດທະນາ.

ສອງຝ່າຍ ໄດ້ສະແດງຄວາມດີໃຈທີ່ເຫັນວ່າ ມູນຄ່າການຄ້າສອງຝ່າຍໄດ້ມີການເພີ່ມຂຶ້ນ, ພິເສດແມ່ນການຊື້-ຂາຍໄຟຟ້າລະຫວ່າງສອງປະເທດແມ່ນນັບມື້ນັບເພີ່ມຂຶ້ນ ເຖິງວ່າໃນສອງປີຜ່ານມາສອງປະເທດຈະຍັງສືບຕໍ່ ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ພ້ອມທັງໄດ້ເອກະພາບກັນຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະກິດ ລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໂດຍຜ່ານກິດຈະກໍາສົ່ງເສີມການຄ້າ ແລະ ການລົງ ນອື່ນໆ.  ພ້ອມທັງ ຈັດຕັ້ງປະຕິບັດບັນດາເອກະສານຮ່ວມມື ທັງລະຫວ່າງ ພາກລັດ ແລະ ເອກະຊົນ ທີ່ສອງຝ່າຍ ໄດ້ມີຮ່ວມກັນໃຫ້ປາກົດຜົນເປັນຈິງ.

ສອງຝ່າຍ ເຫັນວ່າ ການເຊື່ອມໂຍງ ລະຫວ່າງສອງປະເທດ ແມ່ນມີຄວາມສໍາຄັນ ບໍ່ວ່າທາງດ້ານພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ ກໍຄືການບໍລິການຕ່າງໆ, ເປັນຕົ້ນແມ່ນການເປີດຖ້ຽວບິນໂດຍກົງ ລະຫວ່າງສອງປະເທດ ເພື່ອຊຸກຍູ້ໃຫ້ແກ່ການໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ແລະ ຊຸກຍູ້ການທ່ອງທ່ຽວຮ່ວມກັນ ເພື່ອປະກອບສ່ວນພື້ນຟູເສດຖະກິດພາຍໃນຂອງສອງປະເທດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້, ສອງຝ່າຍ ຍັງເຫັນດີສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງຕົນໃນການຊຸກຍູ້ການຮ່ວມມື ດ້ານການເງິນ, ຖະແຫຼງຂ່າວ, ວັດທະນະທໍາ, ແຮງງານ, ສາທາລະນະສຸກ, ອຸດສາຫະກໍາ, ພະລັງງານ, ກະສິກໍາ, ສິ່ງແວດລ້ອມ, ການຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ວິທະຍາສາດ, ເທັກໂນໂລຢີ ກໍຄືການພົວພັນລະຫວ່າງປະຊາຊົນຂອງສອງປະເທດ.

ສອງຝ່າຍ ເຫັນດີເປັນເອກະພາບກັນ ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ໃນເວທີອະນຸພາກພື້ນ, ພາກພື້ນ ແລະ ສາກົນຕ່າງໆ. ສປປ ລາວ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ຕໍ່ການຮັບໜ້າທີ່ເປັນປະທານອາຊຽນ 2022 ຂອງກໍາປູເຈຍ, ກໍາປູເຈຍ ເອງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສປປ ລາວ ທີ່ຈະເປັນເຈົ້າພາບຈັດ ກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV-DTA JCC) ຄັ້ງທີ 13 ໃນທ້າຍປີ 2022 ນີ້.

ພາຍຫຼັງສໍາເລັດກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມ ເພື່ອຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14 ດ້ວຍຜົນສໍາເລັດອັນຈົບງາມ. ສໍາລັບກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 15 ແມ່ນ ສປປ ລາວ ຈະເປັນເຈົ້າພາບ.

ຂໍ້ມູນຈາກ: https://cutt.ly/uLfSyMM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply