ລະບົບນິເວດປ່າຊາຍເລນ ແລະ ຫຍ້າທະເລ ແຫຼ່ງກັກເກັບຄາບອນທີ່ໃຫຍ່ທີ່ສຸດໃນໂລກ


Dr. Oscar Serrano ນັກວິໄຈ ECU ໄດ້ກ່າວວ່າ Great Barrier Reef, Ningaloo Coast ແລະ Shark Bay ທີ່ເປັນມໍລະດົກໂລກ ມີລະບົບນິເວດ Blue Carbon ສ່ວນໃຫຍ່ຂອງປະເທດອອສເຕເລຍ ເນື່ອງຈາກມີລະບົບນິເວດທີ່ມີຂະໜາດໃຫຍ່ ແລະ ມີຄວາມຫຼາກຫຼາຍຂອງລະບົບນິເວດທາງທ້ອງທະເລ, ແຕ່ຕອນນີ້ລະບົບເຫຼົ່ານີ້ໃນປະເທດອອສເຕເລຍ ແລະ ປະເທດອື່ນໆທົ່ວໂລກກຳລັງຖືກຄຸກຄາມຈາກວິກິດການປ່ຽນແປງທາງອາກາດ ແລະ ມະນຸດ.

Blue Carbon ຫຼື ຄາບອນສີຟ້າ ເປັນສ່ວນສຳຄັນທີ່ຊ່ວຍໃຫ້ໂລກຢູ່ລອດຈາກພາວະສະພາບພູມອາກາດປ່ຽນແປງ ແລະ ພາວະໂລກຮ້ອນ, ມັນຈະໃຊ້ທະເລເປັນສິ່ງດູດຊຶມເອົາຄາບອນໄດອັອກຊາຍໃນອາກາດ ຜ່ານອົງປະກອບທາງທະເລ ແລະ ຊາຍຝັ່ງເຊັ່ນ: ປ່າຊາຍເລນ, ຫຍ້າທະເລ ແລະ ລຸ່ມນ້ຳເຄັມທີ່ເຮັດໜ້າທີ່ປຽບດັ່ງເຄື່ອງຟອກອາກາດຂອງໂລກ.

UNESCO ລະບຸວ່າ ລະບົບນິເວດປ່າຊາຍເລນ,​ ຫຍ້າທະເລ ແລະ ພື້ນທີ່ລຸ່ມນ້ຳ ທີ່ເປັນລະບົບນິເວດ Blue Carbon ມໍລະດົກໂລກທາງທ້ອງທະເລໃນປະເທດອອສເຕເລຍ ຈຳນວນ 6 ແຫ່ງ ສາມາດດູດຊຶມຄາບອນໄດ້ເຖິງ 40% ຫຼື 5 ພັນລ້ານໂຕນ ເຊິ່ງເປັນການດູດຊຶມຄາບອນປະມານເຄິ່ງໜຶ່ງຂອງມະຫາສະໝຸດທັງໝົດ ແລະ ຍັງສາມາດດູດຊຶມເອົາຄາບອນເທົ່າກັບຄວາມສາມາດທີ່ປ່າດົງດິບດູດຊຶມຄາບອນໄດ້ເຖິງ 30 ເທົ່າໂຕ. ລະບົບນິເວດແບບ Blue Carbon ນີ້ມີໜ້ອຍກວ່າ 1% ໃນໂລກເທົ່ານັ້ນ.

ຖ້າ Blue Carbon ຖືກທຳລາຍ ນັ້ນກໍໝາຍຄວາມວ່າ ມັນຈະປ່ອຍແກ໊ສຄາບອນທີ່ມັນກັກເກັບໄວ້ຈຳນວນມະຫາສານຫຼາຍພັນປີ ກັບຄືນສູ່ຊັ້ນບັນຍາກາດຂອງໂລກເຮົາ ເຊິ່ງເປັນອັນຕະລາຍຫຼາຍຕໍ່ສິ່ງແວດລ້ອມ ແລະ ສິ່ງມີຊີວິດໃນໂລກ.​ ໃນຕອນນີ້ບໍລິເວນ Shark Bay ແລະ Great Barrier Reef ນັ້ນສ່ຽງຕໍ່ໄພຄຸກຄາມຈາກມະນຸດຫຼາຍ ຍົກຕົວຢ່າງປີ 2011 ທົ່ງຫຍ້າທະເລທີ່  Shark Bay ໄດ້ປ່ອຍແກ໊ສຄາບອນຫຼາຍເຖິງ 9 ລ້ານໂຕນ ຫຼັງຈາກທີ່ຄື້ນຄວາມຮ້ອນໃນທະເລໄດ້ທຳລາຍທົ່ງຫຍ້າທະເລເຖິງ 1000 ກິໂລແມັດ.

ຂອບໃຈຂໍ້ມູນຈາກ:

https://whc.unesco.org/en/blue-carbon-report?fbclid=IwAR2hJGBrvzoEbeQJQ5N_IoykWBvykuqfxDHBB_sNf8AIRAidmj9iCzhrr3A

https://www.facebook.com/environman.th/posts/3487613718033717

https://reefresilience.org/th/blue-carbon/blue-carbon-introduction/ecosystem-loss/