ລວມເສັ້ນທາງລົດໄຟທີ່ມີວິວທິວທັດສວຍງາມຈາກທົ່ວທຸກມຸມໂລກ


ເມື່ອບໍ່ດົນມານີ້ ປະເທດລາວເຮົາໄດ້ມີການເປີດພິທີມອບຮັບລົດໄຟທີ່ມີການຮ່ວມມືລະຫວ່າງສອງລັດຖະບານລາວ-ຈີນ. ສຳລັບ ສປປ ລາວ ຂະບວນລົດໄຟນີ້ຈະມີເສັ້ນທາງການແລ່ນລະຫວ່າງແຂວງຕໍ່ແຂວງ ຕັ້ງແຕ່ພາກກາງ-ພາກເໜືອ ພາຍໃນປະເທດ ນີ້ກໍຖືໄດ້ວ່ານີ້ເປັນບາດກ້າວສຳຄັນໃນການພັດທະນາເສດຖະກິດແລະການທ່ອງທ່ຽວ ເຊິ່ງການເດີນທາງດ້ວຍລົດໄຟມັນກໍສະດວກສະບາຍ ແລະ ຕະຫຼອດການເດີນທາງດ້ວຍລົດໄຟ ເຮົາຈະເຫັນທັດສະນີຍະພາບອັນສວຍງາມທີ່ແຕກຕ່າງຈາກການເດີນທາງຈາກພາຫະນະອື່ນໆ.
ແລະມື້ນີ້ເຮົາຈະພາມາເບິ່ງຂະບວນລົດໄຟໃນຕ່າງປະເທດທີ່ມີວິວທິວທັດສວຍງາມຈາກທົ່ວທຸກມຸມໂລກ.

ຄາລິຟໍເນຍ ອາເມຣິກາ (California – America)
ເຄື່ອນຕົວອອກຈາກເມືອງ Windy city ໄປຈົນຮອດ San Francisco, ເສັ້ນທາງລົດໄຟ California Zephyr ນັ້ນອ້ອມຮອບໄປດ້ວຍ ສາຍພູ Sierra Nevada ແລະ ສາຍພູ Rockies ກ່ອນຈະໄຕ່ລະດັບລົງມາຫາຊາຍຝັ່ງມະຫາສະໝຸດປາຊີຟິກ ເທິງເສັ້ນທາງຍາວ 3,924 ກິໂລແມັດ ໂດຍພາດຜ່ານໃຈກາງຂອງອາເມຣິກາ.
ພາບຖ່າຍໂດຍ : MARC GLUCKSMAN, AMTRAK

ສະວິດເຊີແລນ (Switzerland)
ລົດໄຟສາຍ Glacier Express ເຜີຍໃຫ້ເຫັນປະສົບການ 8 ຊົ່ວໂມງ ຂອງຈອມພູຫິມະ ແລະ ທົ່ງຫຍ້າ ລະຫວ່າງເມືອງ  Zermatt ແລະ St. Moritz ແລະ ເຮັດໃຫ້ລົດໄຟສາຍນີ້ກາຍເປັນອັນດັບ 1 ໃນການເດີນທາງດ້ວຍລົດໄຟທີ່ດີທີ່ສຸດໃນໂລກ.
ພາບຖ່າຍໂດຍ  OLAF PROTZE, GETTY IMAGES

ເຊີເບຍແລະມອນເຕເນໂກຣ (Serbia and Montenegro)
ເທິງເສັ້ນທາງຈາກເມືອງ Belgrade ຂອງເຊີເບຍ ຈົນຮອດເມືອງ Bar ຂອງມອນເຕເນໂກຣ  ຜູ້ໂດຍສານຈະຜ່ານອຸໂມງ 254 ແຫ່ງ ແລະ ຂົວ 435 ແຫ່ງ ໃນເສັ້ນທາງລົດໄຟຍາວ 476 ກິໂລແມັດຈາກເມືອງຫຼວງຂອງເຊີເບຍໄປຈົນຮອດຊາຍຝັ່ງທະເລ Adriatic ໃນລາຄາທີ່ຈັບຕ້ອງໄດ້.
ພາບຖ່າຍໂດຍ  NICK COTTMAN, ALAMY STOCK PHOTO

ອອສເຕເລຍ (Australia)
ສຳຫຼວດເມືອງ Alice Springs ຜ່ານລົດໄຟສາຍ The Ghan ທີ່ແລ່ນຈາກເໜືອຫາໃຕ້ຂອງອອສເຕເລຍ ເຊິ່ງຜ່ານສູນກາງ (ທະເລຊາຍ) ສີແດງ.
ພາບຖ່າຍໂດຍ COURTESY THE GHAN

ອາຟຣິກາໃຕ້ (South Africa)
ລົດໄຟ Blue Train ຂອງອາຟຣິກາໃຕ້ ເປັນລົດໄຟທີ່ເດີນທາງຂ້າມຄືນຈາກ ນະຄອນ Pretoria ຮອດ ເມືອງ Cape Town ສະແດງໃຫ້ເຫັນວິວທິວທັດຂອງອາຟຣິກາໃຕ້ ລວມໄປເຖິງປ້າຍຈອດລົດເໝືອງເພັດ ໃນເມືອງ Kimberley.
ພາບຖ່າຍໂດຍ   COURTESY THE BLUE TRAIN

ອາເຈນຕິນາ (Argentina)
ລົດໄຟສາຍ Train to the Clouds ໄຕ່ຕວາມສູງໄປທີ່ລະດັບ 4,200 ແມັດ ເທິງສາຍພູ Andes ໄປຈົນຮອດຊາຍແດນຝັ່ງປະເທດຊິລີ ເຊິ່ງຖືວ່າເປັນທາງລົດໄຟທີ່ສູງທີ່ສຸດໃນໂລກ.
ພາບຖ່າຍໂດຍ  MARCO GUOLI

ອາຟຣິກາ (Africa)
ເສັ້ນທາງລົດໄຟສາຍ Shongololo Express ໂດຍເດີນທາງຜ່ານທົ່່ງຫຍ້າ ຊາຟາຣີ ໃນປະເທດ Namibia, ອາຟຣິກາໃຕ້ and Zimbabwe.
ພາບຖ່າຍໂດຍ  ROVOS RAIL

ຣັດເຊຍ (Russia)
ລົດໄຟ  GOLDEN EAGLE TRANS-SIBERIAN ຈາກ Vladivostok ເຖິງ Moscow ໂດຍແລ່ນຜ່ານທະເລສາບ Baikal ທະເລສາບທີ່ເລິກທີ່ສຸດໃນໂລກ.
ພາບຖ່າຍໂດຍ GOLDEN EAGLE TRANS-SIBERIAN

ນິວຊີແລນ (New Zealand)
ໃນນິວຊີແລນ ລົດໄຟສາຍ TranzAlpine ແລ່ນຜ່ານລະຫວ່າງເມືອງ Christchurch ແລະ ເມືອງ Greymouth ຜ່ານເສັ້ນທາງແມ່ນ້ຳ Waimakariri ແລະ ຜ່ານສາຍພູໃນຕອນໃຕ້ (Southern Alps) ຜ່ານເສັ້ນທາງທີ່ເດີນທາງເປັນເວລາ 9 ຊົ່ວໂມງ.
ພາບຖ່າຍໂດຍ AGE FOTOSTOCK/ALAMY STOCK PHOTO

ສະວິດເຊີແລນ (Switzerland)
ນັກທ່ອງທ່ຽວທີ່ຕ້ອງການເດີນທາງເທິງລົດໄຟສາຍ  Gotthard Panorama Express ຈະຕ້ອງໄດ້ນັ່ງເຮືອຜ່ານທະເລສາບ Lucerne ກ່ອນ ທີ່ລົດໄຟຈະຜ່ານສາຍພູ Alps ໄປຈົນຮອດ ເມືອງ Lugano ປະເທດ ສະວິດເຊີແລນ.
ພາບຖ່າຍໂດຍ GOTTHARD PANORAMA EXPRESS

ຂອບໃຈຮູບພາບແລະຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/