ກົດລະບຽບທີ່ກ່ຽວຂ້ອງກັບຄຣິບໂຕໃນສະຫະພາບຢູໂຣບ ກໍາລັງຖືກຊຸກຍູ້ໃຫ້ມີຄວາມໃກ້ຊິດ ແລະ ສອດຄ່ອງກັບໂລກເສດຖະກິດຫຼາຍຂຶ້ນ ພ້ອມຍັງໄດ້ວາງຂອບເຂດສໍາລັບຄວາມຍືນຍົງຈາກພະລັງງານຕື່ມອີກ.

ໃນວັນຈັນທີ 15 ມີນາ ທີ່ຜ່ານມານີ້ ຄະນະກໍາມະການເສດຖະກິດ ແລະ ການເງິນຂອງສະຫະພາບຢູໂຣບ ມີການລົງມະຕິດ້ວຍຄະແນນສຽງ 31 ຕໍ່ 4 ໃນກົດໝາຍກັບກຳດູແລຕະຫຼາດຄຣິບໂຕ ຫຼື (Market in Crypto Assets: MiCA) ໃນຂະນະດຽວກັນມີຜູ້ງົດອອກສຽງ 23 ສຽງ ເຊິ່ງກົດໝາຍດັ່ງກ່າວກວມເອົາບັນຫາການຊື້ຂາຍຄຣິບໂຕ ເພື່ອເຮັດໃຫ້ມັນງ່າຍຂຶ້ນສໍາລັບບໍລິສັດດ້ານຄຣິບໂຕ ເພື່ອຂະຫຍາຍທຸລະກິດດັ່ງກ່າວໄປທັງ 27 ປະເທດໃນຢູໂຣບ ໂດຍຜ່ານໃບອະນຸຍາດພາຍໃນຂອງ EU.

ໃນກອງປະຊຸມຂອງຄະນະກໍາມະການ ໄດ້ເປີດເຜີຍວ່າ ໃນທີ່ສຸດກົດໝາຍດັ່ງກ່າວກໍຈະສາມາດນໍາໃຊ້ເພື່ອປົກປ້ອງຄຸ້ມຄອງຕະຫຼາດຄຣິບໂຕ ແລະ ສະກັດກັ້ນການຟອກເງິນຈາກກຸ່ມກໍ່ການຮ້າຍ ແລະ ອາຊະຍາກຳ.

ນອກຈາກນີ້ ຄະນະກໍາມະການຍັງໄດ້ປະຕິເສດກົດໝາຍ ທີ່ມີຈຸດປະສົງເພື່ອຈໍາກັດການນໍາໃຊ້ຄຣິບໂຕ ເຊັ່ນ: ການເຮັດວຽກຂອງຂອງລະບົບ ‘Proof of Work’ (ແມ່ນມີກົນໄກຫຼັກຄືການແກ້ໂຈດເລກ ເພື່ອຊອກຫາສົມຜົນທີ່ຖືກຕ້ອງ ຫຼື ເອີ້ນວ່າການຂຸດ) ຂອງຄຣິບໂຕ ທີ່ຕ້ອງອາໄສການໃຊ້ ພະລັງງານຢ່າງຫຼວງຫຼາຍ ໃນການປະຕິບັດງານ. ຖ້າບໍ່ດັ່ງນັ້ນ ຂໍ້ກໍານົດດັ່ງກ່າວສາມາດສົ່ງຜົນກະທົບຕໍ່ການນໍາໃຊ້ Bitcoinໄດ້.
ໃນທາງກົງກັນຂ້າມ ຄະນະກໍາມະການກໍາລັງຊອກຫາກົດໝາຍ ທີ່ສາມາດຊຸກຍູ້ ເສດຖະກິດ EU ພ້ອມກັບສົ່ງເສີມຄວາມຍືນຍົງດ້ານສິ່ງແວດລ້ອມໃນການຂຸດຄົ້ນ ຄຣິບໂຕພາຍໃນວັນທີ 1 ມັງກອນ 2025.
ຮ່າງກົດໝາຍດັ່ງກ່າວມີຈຸດປະສົງເພື່ອລົດ Carbon Footprint (ປະລິມານລວມ ກາສຄາບອນໄດອອກໄຊ) ຈາກ ຄຣິບໂຕ. ເນື່ອງຈາກກົນໄກ Proof of Work ຂອງ ຄຣິບໂຕ ໄດ້ຖືກປະນາມຈາກຫຼາຍຝ່າຍ ລວມທັງນັກການເມືອງ ແລະ ຝ່າຍກຳກັບດູແລ ຈາກການນໍາໃຊ້ພະລັງງານຫຼາຍ ເຊິ່ງກຳລັງເປັນບັນຫາລະດັບໂລກໃນປັດຈຸບັນນີ້. ນອກຈາກນີ້ ຍັງມີບັນດາຜູ້ນຳພາຍໃນສະຫະພາບຢູໂຣບ ສະແດງເຖິງຄວາມວິຕົກກັງວົນວ່າ ພະລັງງານສະອາດທີ່ກຳລັງເກີດຂຶ້ນໃນປັດຈຸບັນ ອາດຈະຖືກນໍາໃຊ້ກັບວົງການຄຣິບໂຕ ແທນທີ່ຈະນໍາໃຊ້ເພື່ອຜົນປະໂຫຍດຂອງປະເທດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/