ຢາກລອງບໍ່? ເບີເກີ້ແມງວັນພັນໂປຣຕີນ ມີຄ່າໂພຊະນາການຫຼາຍກວ່າເບີເກີ້ງົວອີກ


ເມື່ອເວົ້າເຖິງເບີເກີ້ແລ້ວ ທຸກຄົນຈະຕ້ອງຄິດເຖິງຊີ້ນງົວຊີ້ນໝູແໜ້ນໆ ພ້ອມຊີສ ເຊິ່ງເປັນຈານທີ່ມີໂປຣຕີນໃນການໃຫ້ພະລັງງານແກ່ຮ່າງກາຍສູງ. ແຕ່ຮູ້ຫຼືບໍ່ ໂປຣຕີນນັ້ນບໍ່ໄດ້ມີແຕ່ໃນຊີ້ນສັດໃຫຍ່ເທົ່ານັ້ນ. ທີ່ອາຟຣິກາຕາເວັນອອກ, ແມງໄມ້ລວມໄປເຖິງແມງວັນ ນັບວ່າເປັນແຫຼ່ງໂປຣຕີນຊັ້ນດີສຳລັບພວກເຂົາ ບວກກັບວ່າເປັນປະເທດທີ່ອຸດົມສົມບູນໄປດ້ວຍແມງໄມ້. ດ້ວຍເຫດນັ້ນເອງ,  ໄອເດຍສ້າງອາຫານຈານດ່ວນຈາກແມງໄມ້ເພື່ອໃຫ້ໂປຣຕີນເຊັ່ນເບີເກີ້ຈຶ່ງເກີດຂຶ້ນມາ.

ເມື່ອເຂົ້າສູ່ລະດູຝົນ ທີ່ແມ່ນ້ຳວິກຕໍເຣຍ, ເຊິ່ງມີຊາຍແດນຕິດກັບຫຼາຍປະເທດບໍ່ວ່າຈະເປັນເຄນຢາ, ທານຊາເນຍ ຈະມີຝູງແມງວັນນ້ອຍຈັບຕົວກັນຢູ່ຫຼາຍແສນລ້ານໂຕແຖວນັ້ນ. ມີຄົນທ້ອງຖິ່ນອາໄສຢູ່ບໍລິເວນແມ່ນ້ຳຈັບແມງວັນມາເຮັດເປັນຊີ້ນເບີເກີ້ ແລະ ຄົວກິນ. ຖ້າບໍລິໂພກຢ່າງຖືກຕ້ອງ, ແມງວັນພວກນີ້ຈະມີໂປຣຕີນແລະ ລະດັບໂພຊະນາການສູງກວ່າຊີ້ນງົວໃນເບີເກີ້ຫຼາຍເຖິງ 7 ເທົ່າ.

ຊີ້ນເບີເກີ້ກ້ອນໜຶ່ງຈະໃຊ້ແມງວັນປະມານ 500,000 ໂຕໃນການບີບໃຫ້ເລະເຂົ້ານຳກັນແລ້ວປັ້ນເປັນກ້ອນ ນອກຈາກນີ້ແລ້ວຂັ້ນຕອນວິທີການຄົວກິນກໍແມ່ນຕາມຮູບແບບການເຮັດເບີເກີ້ແບບທົ່ວໄປເລີຍ. ເຫັນແບບນີ້ແລ້ວ, ຢາກຈະລອງກິນເບີເກີ້ທີ່ເຕັມໄປດ້ວຍໂປຣຕີນນີ້ບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/