ມ່ວນອີກແລ້ວ! ເພງໃໝ່ຂອງ GX2 ປ່ອຍມາບໍ່ຮອດມື້ ຍອດວິວເພີ່ມຂຶ້ນເລື້ອຍໆ


ເພງໃໝ່ມາເມື່ອໃດກໍເຮັດໃຫ້ແຟນໆຕື່ນເຕັ້ນຢູ່ຕະຫຼອດ ເພງທີ່ປ່ອຍອອກມາກໍຍັງເປັນເພງຟັງງ່າຍສະບາຍຫູ, ໃນເອັມວີກໍຈະມີຄວາມພິເສດໃນລະດັບໜຶ່ງໃນເພງນີ້ ມີພາບການສະແດງ ແລະ ການນຸ່ງຖືແບບວິຖີບູຮານ, ມີນັກຮ້ອງຢ່າງສາວ ນັດດາວ Nutdao Thonebundit ມາຮ່ວມເປັນນາງເອກເອັມວີ ເຊິ່ງກໍເຮັດໃຫ້ໂດດເດັ່ນໄປຕື່ມອີກ, ໃນເອັມວີຍັງມີບ່າວ ບິກປ້ອມ Bigpom Dalmore ຮ່ວມສະແດງ ເຮັດໃຫ້ເອັມວີມີຄວາມສົດໃສເຂົ້າໄປອີກ. ສ່ວນນັກຮ້ອງຢ່າງບ່າວກູດ P’Good Tslt ກໍສະແດງເອັມວີນຳພ້ອມ ທັງຮ້ອງທັງສະແດງ ຄວາມສາມາດເປັນຕາຊົມເຊີຍທີ່ສຸດ. ທີ່ສຳຄັນໃນເພງນີ້ຍັງມີບ່າວເຈມ JaMe Uno ເຂົ້າມາສະແດງເອັມວີ ເຮັດໃຫ້ມີຄວາມຕະຫຼົກປະສົມເລັກນ້ອຍ, ແຕ່ງເພງກໍເກັ່ງ ມາສະແດງກໍດີອີກ ມີຄວາມສາມາດຫຼາຍດ້ານພໍສົມຄວນ.

ເພງນີ້ ເປັນບົດເພງທີ່ຟັງສະບາຍໆ ໂດຍສະເພາະຍາມນອນເພງນີ້ເໝາະສຸດໆ ແຕ່ກໍຟັງໄດ້ຕະຫຼອດບໍ່ວ່າຈະເວລາໃດກໍຕາມ, ບົດເພງມີຄວາມສື່ເຖິງຄວາມຮັກໂດຍກົງ ແຕ່ເປັນຄວາມຮັກທີ່ເສຍສະຫຼະ.

ສ່ວນໃນເລື່ອງຂອງພາບ ຈະອອກໄປໃນທາງທີ່ດີ ແລະ ມີຄວາມທັນສະໄໝ, ແສງສີ ໃນການຖ່າຍທຳກໍລົງຕົວ ເຂົ້າກັບການສື່ເຖິງບົດເພງ ແລະ ກໍເຂົ້າກັບສະຖານທີ່ຖ່າຍທຳພ້ອມ.

ຕິດຕາມໄດ້ທີ່ຊ່ອງ ຢູທູບ : T’JAME UNO

https://bit.ly/2XpRUZr

ເຟສບຸກ: JaMe Uno, P’Good Tslt, Nutdao Thonebundit, Bigpom Dalmore.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/