ມູນຄ່າໃນຕະຫຼາດ Crypto ເພີ່ມຂຶ້ນ 60 ຕື້ໂດລາໃນມື້ດຽວຫຼັງຈາກ altcoins ໃຫ້ຜົນຕອບແທນດີກວ່າ Bitcoin


ທ່າມກາງການຟື້ນຕົວຂອງຕະຫຼາດ crypto ຈາກການທີ່ລາຄາ Bitcoin ເພີ່ມຂຶ້ນໄປໃກ້ລະດັບ 43,000 ໂດລາ, ສິ່ງນີ້ເຮັດໃຫ້ລາຄາຂອງ altcoins ເຊັ່ນ: Polkadot (DOT), BONK ແລະ Cardano (ADA) ເພີ່ມຂຶ້ນໄປນຳຈົນເຮັດໃຫ້ມູນຄ່າໃນຕະຫຼາດຂອງ altcoins ເຫຼົ່ານີ້ເພີ່ມຂຶ້ນຫຼາຍກວ່າ 60 ຕື້ໂດລາໃນມື້ດຽວ.

ໂດຍໃນຂະນະທີ່ຂຽນບົດຄວາມນີ້, ລາຄາຂອງ Bitcoin ແມ່ນມີຊື້ຂາຍກັນຢູ່ທີ່ 42,900 ຫຼັງຈາກເພີ່ມຂຶ້ນຫຼາຍກ່ວາ 4% ໃນ 24 ຊົ່ວໂມງທີ່ຜ່ານມາ, ໃນຂະນະທີ່ ETH ແມ່ນມີຊື້ຂາຍກັນຢູ່ທີ່ 2,280 ໂດລາ, ເພີ່ມຂຶ້ນ 4.7% ໃນໄລຍະດຽວກັນ.

ຢ່າງໃດກໍຕາມ, ລາຄາຂອງ altcoins ເຫຼົ່ານີ້ໄດ້ມີການເພີ່ມຂຶ້ນຫຼາຍກ່ວາ Bitcoin ຢ່າງຫຼວງຫຼາຍ. ອີງຕາມຂໍ້ມູນ CryptoCompare, ADA ຂອງ Cardano ເພີ່ມຂຶ້ນ 13.3%, DOT ຂອງ Polkadot ເພີ່ມຂຶ້ນ 8.3% ແລະ Solana ເພີ່ມຂຶ້ນ 50% ຫຼັງຈາກທີ່ຖືເພີ່ມລາຍຊື່ເຂົ້າໃນກະດານເທຣດ Coinbase.

ດ້ວຍເຫດນີ້, ມູນຄ່າຕະຫຼາດຂອງຕະຫຼາດ crypto ຈຶ່ງມີການເພີ່ມຂຶ້ນຫຼາຍກວ່າ 60 ຕື້ໂດລາໃນມື້ດຽວ. ການເພີ່ມຂຶ້ນຂອງ altcoins ແມ່ນສອດຄ່ອງກັບການຄາດການຂອງ JPMorgan ທີ່ແນະນຳວ່າ Ethereum ຈະມີປິສິດທິພາບເໜືອກວ່າ Bitcoin ໃນປີໜ້າ.

ເຖິງແມ່ນວ່າ Ethereum ຈະມີແນວໂນ້ມເຊີງບວກໃນປີໜ້າກໍຕາມ, ແຕ່ JPMorgan ກໍຍັງຄົງຮັກສາຈຸດຢືນຢ່າງລະມັດລະວັງໃນຕະຫຼາດ crypto ທີ່ກວ້າງຂຶ້ນສຳລັບປີທີ່ກຳລັງຈະມາເຖິງ. ເນື່ອງຈາກພວກເຂົາເຊື່ອວ່າປັດໄຈເຊີງບວກທີ່ມີຕໍ່ Bitcoin ເຊັ່ນ: ການອະນຸມັດຂອງ Bitcoin ETF ແລະ ເຫດການ Bitcoin Halving ທີ່ຈະມາເຖິງໃນປີໜ້າຈະເຮັດໃຫ້ຂາດແຄນຫຼຽນ ແລະ ມີຄວາມຕ້ອງການຫຼຽນຫຼາຍຂຶ້ນ.

ໃນຂະນະດຽວກັນ, Bitwise Asset Management ໄດ້ຄາດຄການວ່າ Bitcoin ຈະມີລາຄາສູງເຖິງ 80,000 ໂດລາໃນປີໜ້າ. ໂດຍໄດ້ຮັບແຮງໜຸນຈາກການເປີດຕົວຂອງກອງທຶນ Spot ETF ແລະ ການ Halving ເຊັ່ນກັນ.

ທີ່ມາ:

cryptoglobe2

cryptocompare

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/