ມາຮູ້ຈັກກັບ Ponzi Scheme ການສໍ້ໂກງແບບຕ່ອງໂສ້ລະດັບຕຳນານທີ່ເກີດຈາກຊາຍທຳມະດາຄົນໜຶ່ງ


ທຸກຄົນຄົງເຄີຍໄດ້ຍິນການໂກງແບບຕ່ອງໂສ້ ເຊິ່ງເປັນຮູບແບບການໂກງທີ່ພົບໄດ້ຫຼາຍໃນສັງຄົມເຮົາໃນປັດຈຸບັນ ແລະ ບໍ່ມີທ່າທີເລີຍວ່າການໂກງແບບນີ້ຈະຫາຍໄປງ່າຍໆເລີຍໃນໂລກເຮົາ. ແລ້ວມັນມີທີ່ມາແນວໃດ? ມາຮູ້ຈັກກັບການໂກງທີ່ເຮັດຄົນເສຍເງິນມາແລ້ວທົ່ວໂລກ ດ້ວຍແນວຄິດທີ່ແສນງ່າຍແຕ່ແຝງໄປດ້ວຍເລ່ກົນນີ້ກັນ.

Charles Ponzi ເປັນຄົນອິຕາລີ ທີ່ຍ້າຍຈາກບ້ານເກີດຕົນເອງມາຢູ່ສະຫະລັດອາເມຣິກາ ແລະ ກໍເໝືອນກັບອີກຫຼາຍຄົນທີ່ຕັ້ງໃຈຈະມາສ້າງເນື້ອສ້າງຕົວຈາກດິນແດນແຫ່ງນີ້. Charles ກໍຄືກັບຄົນທົ່ວໄປທີ່ເຮັດວຽກຕ່າງໆເພື່ອລ້ຽງຊີບ ແຕ່ມັນກໍຍັງບໍ່ພໍໃນການເປັນເສດຖີເງິນລ້ານ ເຮັດໃຫ້ລາວເລີ່ມທີ່ຈະຄົ້ນຫາຊ່ອງທາງໃໝ່ທີ່ຈະເຮັດເງິນໃຫ້ຕົນເອງທັງງ່າຍ ແລະ ໄວກວ່ານີ້.

Charles Ponzi - Wikipedia

Charles ໄດ້ເລີ່ມຕົ້ນກໍ່ຕັ້ງບໍລິສັດຂອງຕົນເອງຂຶ້ນມາຊື່ວ່າ “Securities Exchange Company” ໂດຍມີຮູບແບບທຸລະກິດງ່າຍໆ ທີ່ເຈົ້າຂອງໄດ້ໃຫ້ສັນຍາວ່າພຽງນຳເງິນມາລົງທຶນກັບບໍລິສັດ ກໍໄດ້ຈະຜົນຕອບແທນເຖິງ 50% ສຳລັບລົງທຶນ 45 ວັນ ຫຼື ຈະເອົາ 100% ກໍໄດ້ຖ້າຝາກລົງທຶນເປັນເວລາ 90 ວັນ. ຟັງເບິ່ງແລ້ວ ຖືເປັນການລົງທຶນທີ່ລໍ້ຕາລໍ້ໃຈຫຼາຍເພາະສົມມຸດຖ້າເຮົາລົງເງິນໄປກັບບໍລິສັດນີ້ 100 ລ້ານກີບເປັນເວລາ 90 ວັນ ເຮົາກໍຈະໄດ້ເງິນອີກເປັນເທົ່າຕົວເລີຍໃນເວລາພຽງ 3 ເດືອນນີ້ ຖືເປັນຜົນຕອບແທນຫຼາຍກວ່າເງິນຝາກທະນາຄານ, ລົງທຶນໃນຮຸ້ນອີກ.

ແລ້ວ Charles ເຮັດແນວໃດຈຶ່ງສາມາດນຳຜົນຕອບແທນໃຫ້ນັກລົງທຶນໄດ້ຈິງຕາມທີ່ຮັບປາກໄວ້? ລາວເອົາເງິນນັກລົງທຶນໄປປ່ອຍກູ້ຕໍ່ແມ່ນບໍ່? ຫຼື ເອົາໄປລົງທຶນເກັງກຳໄລໃນຕະຫຼາດຮຸ້ນ? ເລື່ອງແບບນັ້ນມັນອາດຈະສ່ຽງເກີນໄປ, ແຕ່ Charles ໃຊ້ແນວຄິດທີ່ງ່າຍກວ່ານັ້ນຫຼາຍເຊິ່ງກໍຄື ຊັກຊວນຄົນມາລົງທຶນທຳອິດນັ້ນກໍຄືລູກຄ້າ A, ເມື່ອມີລູກຄ້າ B ເຂົ້າມາລົງທຶນ ກໍນຳເອົາເງິນນັ້ນໄປຈ່າຍຜົນຕອບແທນໃຫ້ລູກຄ້າ A, ເມື່ອມີລູກຄ້າ C ມາລົງທຶນ ກໍນຳເງິນນັ້ນໄປໃຫ້ລູກຄ້າ B ແລະ ມັນກໍຈະເປັນແບບນີ້ວົນໄປເລື້ອຍໆ.

ການລົງທຶນງ່າຍໆ ລວມທັງໄດ້ຜົນຕອບແທນງ່າຍໆແບບນີ້ ເຮັດໃຫ້ Charles ທີ່ເປີດບໍລິສັດໄດ້ພຽງ 7 ເດືອນກໍສາມາດລະດົມເງິນຈາກຜູ້ລົງທຶນໄດ້ຫຼາຍກວ່າ 30,000 ຄົນ ແລະ ເຮັດເງິນໃຫ້ລາວໄດ້ຢ່າງມະຫາສານ (ວ່າກັນວ່າລາວເຄີຍໄດ້ເງິນຈາກນັກລົງທຶນເຖິງລ້ານໂດລາສະຫະລັດຕໍ່ມື້).

ນັກລົງທຶນຕ່າງພາກັນມີຄວາມສຸກກັບເງິນທີ່ໄດ້ມາ ລວມທັງ Charles ເອງ. ການລົງທຶນເກີດຂຶ້ນຢ່າງຕໍ່ເນື່ອງເພາະຄົນທີ່ໄດ້ຜົນຕອບແທນກໍບໍ່ໄດ້ເອົາອອກມາໃຊ້ ແຕ່ກັບນຳໄປລົງທຶນໃສ່ອີກ, ບໍລິສັດຍັງມີການຂະຫຍາຍລູກຄ້າໄປເລື້ອຍໆ ກາຍເປັນທຸລະກິດທີ່ຂະໜາດໃຫຍ່. ແຕ່ແນ່ນອນວ່າທຸລະກິດແບບນີ້ຍ່ອມຢູ່ໄດ້ບໍ່ດົນແນ່ນອນ, ເມື່ອມີຄົນບາງກຸ່ມເລີ່ມສົງໄສໃນທີ່ມາຂອງລາຍໄດ້ລາວວ່າ ສາມາດນຳຜົນຕອບແທນທີ່ຫຼາຍນີ້ມາແຕ່ໃສໄດ້ໄວແທ້? ສຳນັກຂ່າວແຫ່ງໜຶ່ງໄດ້ເລີ່ມສົງໄສຂະບວນການນີ້ ຈຶ່ງໄດ້ເລີ່ມລົງຫາຂໍ້ມູນກ່ຽວກັບບໍລິສັດ ແລະ ໄດ້ຄົ້ນພົບວ່າບໍລິສັດນີ້ແມ່ນໄດ້ເອົາເງິນຂອງນັກລົງທຶນໄປລົງທຶນແທ້ ແຕ່ກໍເປັນພຽງສາກບັງໜ້າເທົ່ານັ້ນ. ພໍເລື່ອງນີ້ໄດ້ຖືກເຜີຍແຜ່ໄປ, ຜູ້ຄົນຕ່າງເລີ່ມຢ້ານ ແລະ ແຫ່ກັນໄປຖອນເງິນອອກ ຈົນປະທານບໍລິສັດຢ່າງ Charles ຕ້ອງຊື້ໂດນັດ ແລະ ກາເຟມາໃຫ້ທຸກຄົນເພື່ອສະຫງົບສະຕິທຸກຄົນລົງກ່ອນ.

ແນ່ນອນວ່າເລື່ອງນີ້ບໍ່ໄດ້ງຽບລົງງ່າຍໆ ເມື່ອມັນໄປເຖິງຫູຂອງລັດຖະບານ ຈຶ່ງໄດ້ເລີ່ມມີການກວດສອບບັນຊີຂອງບໍລິສັດຢ່າງຈິງຈັງ ຈົນເຮັດໃຫ້ສຸດທ້າຍແລ້ວຄວາມລັບກໍບໍ່ມີໃນໂລກ ເມື່ອ Charles ຖືກຈັບກຸມໃນຂໍ້ຫາສໍ້ໂກງ ແລະ ນັກລົງທຶນທຸກຄົນບໍ່ສາມາດໄດ້ເງິນຄືນເລີຍ ເພາະວ່າເຈົ້າຂອງບໍລິສັດຄົນນີ້ໄດ້ນຳໄປໃຊ້ຈ່າຍຢ່າງສຸກສະບາຍໝົດແລ້ວ. ຫຼັງຈາກ Charles ໄດ້ຖືກປ່ອຍຕົວອອກມາ, ລາວກໍຍັງບໍ່ຢຸດທີ່ຈະສໍ້ໂກງຄົນອື່ນ ເຮັດໃຫ້ຖືກຈັບເຂົ້າຄຸກຫຼາຍຄັ້ງ ຈົນສຸດທ້າຍລາວຖືກເນລະເທດກັບອິຕາລີ ແລະ ໃຊ້ຊີວິດຈົນເຖິງວິນາທີສຸດທ້າຍ.

ເຖິງແມ່ນວ່າ Charles ຈະຈາກໄປເປັນເວລາ 70 ກວ່າປີແລ້ວ, ແຕ່ແນວຄິດການສໍ້ໂກງແບບຕ່ອງໂສ້ຂອງລາວພັດບໍ່ເຄີຍຈາງຫາຍໄປເລີຍ. ການໂກງຂອງລາວໄດ້ຖືກນຳໃຊ້ແຜ່ຫຼາຍໃນທົ່ວທຸກມຸມໂລກ ເຊິ່ງກໍຈະມີວິທີໃນການຊັກຊວນທີ່ແຕກຕ່າງໄປ ແຕ່ແກ່ນຂອງມັນກໍຍັງເປັນການໂຄສະນາໃນເລື່ອງຂອງການໄດ້ຜົນຕອບແທນທີ່ຫຼາຍໃນເວລາສັ້ນໆ ເຊິ່ງບ້ານເຮົາເອງກໍຍັງມີການສໍ້ໂກງແບບນີ້ເຊັ່ນກັນ ເຮັດໃຫ້ເປັນທີ່ມາຂອງຊື່ການໂກງແບບນີ້ວ່າ Ponzi Scheme ທີ່ຕັ້ງຕາມນາມສະກຸນຂອງ Charles Ponzi ນັ້ນເອງ.

ເມື່ອໃດທີ່ມະນຸດຍັງມີຄວາມໂລບຢູ່, ການໂກງແບບນີ້ກໍຈະມີໃຫ້ເຮົາພົບເຫັນຢູ່ເລື້ອຍໆຢ່າງບໍ່ຫາຍໄປງ່າຍໆແນ່ນອນ ເພາະເຖິງທ້າຍທີ່ສຸດຈະມີຂ່າວການໂກງໃນເລື່ອງນີ້ອອກມາຫຼາຍເທົ່າໃດ ແຕ່ຄົນທີ່ໂກງນັ້ນກໍຈະຄິດຫາທາງໃໝ່ມາໂຄສະນາຢູ່ດີ ເຮັດໃຫ້ຜູ້ຄົນນັ້ນຍັງຄົງຖືກຫຼອກໄປເລື້ອຍໆ ເພາະທຸກຄົນກໍຍັງມີຄວາມຕ້ອງການໃນເງິນທອງຕະຫຼອດເຊັ່ນດຽວກັບການໂກງນີ້. ເຖິງການລົງເງິນພວກນີ້ມັນຈະໃຫ້ຜົນຕອບແທນທີ່ໄດ້ມາງ່າຍ ແລະ ຫຼາຍ, ແຕ່ເຊື່ອໂລດວ່າຜົນຕອບແທນການລົງທຶນທີ່ດີນັ້ນ ຍ່ອມມາຈາກການລົງທຶນໃນສິ່ງທີ່ເຮົາສຶກສາມາຢ່າງດີ ແລະ ລະມັດລະວັງມັນຢ່າງມີຄວາມຮູ້-ສະຕິຢູ່ສະເໝີ.

ຂໍ້ມູນອ້າງອີງ: https://bit.ly/3qYYXEz

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/