ມາຮູ້ຈັກກັບ ເທບພະວົງ ພັນນະວົງ ນັກປັ່ນລົດຖີບໄວໜຸ່ມຜູ້ທີ່ມີຄວາມຝັນຢາກເປັນຕົວແທນທີມຊາດໄປແຂ່ງຂັນ Olympics


ການປັ່ນລົດຖີບຖືວ່າເປັນກິລາອີກປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມຈາກຫຼາຍໆ ຄົນທົ່ວທຸກມຸມໂລກ ແລະ ກໍຍັງເປັນກິລາທີ່ໃຜໆ ກໍສາມາດເຂົ້າເຖິງໄດ້ ນອກຈາກນີ້ມັນກໍຍັງແຮງບັນດານໃຈໃຫ້ໄວໜຸ່ມຄົນໜຶ່ງທີ່ມີຊື່ວ່າ ເທບພະວົງ ພັນນະວົງ ຫຼື ບິນລີ້ ຜູ້ທີ່ເປັນນັກປັ່ນໄວໜຸ່ມໄຟແຮງ ແລະ ມີຄວາມຝັນຢາກເປັນຕົວແທນທີມຊາດໄປແຂ່ງຂັນໂອລິມປິກ.

ມື້ນີ້ທາງທີມຂ່າວ Lao X ຂອງພວກເຮົາເລີຍນຳສະເໜີຕົວຕົນຂອງ ເທບພະວົງ ພັນນະວົງ ຫຼື ບິນລີ້ ໃຫ້ຮູ້ຕື່ມຫຼາຍກວ່ານີ້ ເຊິ່ງຈະເປັນແນວໃດນັ້ນເຮົາມາເລີ່ມກັນເລີຍ.

1.ສະບາຍດີຂໍໃຫ້ບິນລີ້ແນະນຳຕົນເອງເລີຍ.

ໂດຍສະບາຍດີ ນ້ອງມີຊື່ວ່າ ທ.ເທບພະວົງ ພັນນະວົງ ຫຼື ບິນລີ້ ອາຍຸ17 ປິ ອາໄສ ຢູ່ບ້ານ ສີໄຄທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ , ປັດຈຸບັນກຳລັງສຶກສາທີ່ ໂຮງຮຽນ ຊັບປັນຍາ ຊັ້ນມັດທະຍົມປີທີ6, ເປັນນັກກິລາປັ່ນລົດຖີບ ສັງກັດທີມ TOP Cycle ມີສາຍາໃນວົງການນັກປັ່ນລົດຖີບວ່າ “ບິນລີ້ນ້ອຍ”.

2. ຈຸດເລີ່ມຕົ້ນຂອງການເຂົ້າມາວົງການປັ່ນລົດຖີບ?

ນ້ອງເລີ່ມປັ່ນລົດຖີບແມ່ນຕອນອາຍຸ 10 ປີ ແລະ ພໍ່ໄດ້ພານ້ອງໄປປັ່ນລົດຖີບນຳ ເລີຍເຮັດສົນໃຈໃນກິລາປະເພດນີ້, ຕໍ່ມາຕອນ 13 ປີ ແມ່ນນ້ອງໄດ້ຈິງຈັງການປັ່ນລົດຖີບ ເພາະນ້ອງຮູ້ສຶກວ່າເປັນກິລາປະເພດໜຶ່ງທີ່ໄດ້ໃຊ້ທັກສະແລະການຝຶກຝົນຫຼໍ່ຫຼອມ.

3. ທີ່ຜ່ານມາມີປະສົບການແລະຜົນງານໃດແດ່?

– ງານແຂ່ງຂັນປັ່ນລົດຖີບໃຈເກີນຮ້ອຍບ້ານແພງ 2016 ງານທຳອິດ ແລະ ສາມາດຍາດໄດ້ອັນດັບ 1

– ເຄີຍໄປແຂງຂັ່ນລົດຖີບຊິງຂັນ ເຈົ້າຄອງນະຄອນຫຼວງ 2018 ສາມາດຍາດໄດ້ອັນດັບທີ 1 ໃນ ປະເພດເສືອພູເຂົາ, ຮຸ່ນອາຍຸຕ່ຳກວ່າ 40 ປີ ໃນໄລຍະ 90 km.

– ເຄີຍໄປແຂ່ງຂັນງານ The Great Mekong Bike 2019 ຈັດຂຶ້ນພາຍໃນ 3 ຈັງຫວັດຂອງປະເທດໄທ ຄື ນະຄອນພະນົມ, ສະກົນນະຄອນ, ມຸກດາຫານ ເປັນລາຍການແຂ່ງສາມມື້

  • ມື້ທຳອິດບໍ່ຕິດອັນດັບ
  • ມື້ທີ 2 ໄດ້ອັນດັບທີ 3 ໃນໄລຍະ 150 km, ໃນຮຸ່ນ ຕ່ຳກວ່າ 18 ປີ.
  • ມື້ທີ 3 125 km ໄດ້ ອັນດັບທີ 2, ໃນຮຸ່ນ ຕ່ຳກວ່າ 18 ປີ
  • ແລະ ງານ Le tour of Vientiane ປີ 2018 ແມ່ນບິນລີ້ພູມໃຈ ທີ່ໄດ້ເຂົ້າຮ່ວມ
  • ເຄີຍໄປຝຶກຊ້ອມປ່ຽນປະສົບການທີ່ ຈັງຫວັດຊຽງໃໝ່ ປະເທດໄທ ເປັນເວລາ 1 ເດືອນ

– ກ່ອນຈະໄປແຂ່ງຂັນບິນລີ້ໄດ້ກຽມຕົວຄືແນວໃດ?

ກ່ອນນ້ອງຈະໄປແຂ່ງຂັນຕ້ອງໄດ້ເຝິກຊ້ອມກ່ອນປະມານ 4-5 ເດືອນ, ກຽມຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ

ຈາກຜົນງານທີ່ຜ່ານມາ ແມ່ນນ້ອງຮູ້ສຶກດີໃຈຫຼາຍທີ່ໄດ້ໄປແຂ່ງຂັນແລະພູມໃຈໃນຕົວເອງໃນການກະກຽມ, ມີຄອບຄົວແລະໝູ່ຄູ່ລົດຖີບໃຫ້ການສະໜັບໜຸນ.

4. ແຮງບັນດານໃຈໃນການຫຼິ້ນກິລາປະເພດນີ້ແມ່ນຫຍັງ?

ນ້ອງມີ ໄອດໍ້ຊື່ວ່າ ອ້າຍ ອາເລັກ ອາລີຍາ ຜູ້ທີ່ເປັນນັກກິລາປັ່ນລົດຖີບທີມຊາດລາວ ແລະ ຢາກມີເປົ້າໝາຍຢາກເປັນຄືອ້າຍອາເລັກ.

5. ນອກຈາກປັ່ນລົດຖີບແລ້ວ ບິນລີ້ມັກເຮັດຫຍັງແດ່ໃນເວລາວ່າງ?

ໂດຍເວລາວ່າງ ນ້ອງມັກຈະອ່ານປຶ້ມ, ແລ່ນຊ່ວຍກິດຈະການຄອບຄົວ, ລອຍນ້ຳ, ເບິ່ງຮູບເງົາ ແລະ ຖ່າຍຮູບ.

6. ຄວາມຝັນຂອງບິນລີ້ຕໍ່ຈາກນີ້ໄປແມ່ນຫຍັງ?

ນ້ອງຢາກເປັນນັກກິລາຖີບລົດມືອາຊີບໃນລະດັບສາກົນ ແລະ ຢາກເຂົ້າຮ່ວມງານກິລາ Olympics ໃນຖານະທີມຊາດ ແລະ ນ້ອງກໍຍັງມີຄະຕິປະຈຳໃຈຄື:

“ຕ້ອງຝຶກຊ້ອມຫຼາຍກວ່າຄົນອື່ນຖ້າຢາກເກັ່ງກວ່າ ແລະ ຢ່າຢຸດພັດທະນາຕົນເອງ”

7. ຢາກຝາກຫຍັງເຖິງຄົນທີ່ຕິດຕາມຜົນງານເຮົາ?

ໃນຖານະນັກປັ່ນລົດຖີບ ນ້ອງຢາກເຊີນຊວນທຸກໆຄົນອອກມາປັ່ນລົດຖີບເພື່ອສຸຂະພາບ ແລະ ຊອກຫາປະສົບການໃໝ່ທີ່ບໍ່ເຄີຍສຳຜັດມາກ່ອນ. ພ້ອມຢາກຂອບໃຈທຸກກຳລັງໃຈທີ່ສະໜັບໜູນນ້ອງ ແລະ ຂໍຝາກທຸກຄົນໃຫ້ຕິດຕາມຜົນງານນ້ອງແດ່ເດີ.

ຂອບໃຈບົດສຳພາດຈາກ: ເທບພະວົງ ພັນນະວົງ (ບິນລີ້)
ສາມາດຕິດຕາມຜົນງານຂອງບິນລີ້ໄດ້ທີ່
Facebook: Theppavong phannavon
Instagram: Billy_Phannavong
ສຳພາດໂດຍ: Tern Saiyasack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/