ປະເທດລາວເຮົາແມ່ນເອີ້ນໄດ້ວ່າເປັນປະເທດທີ່ຍັງຄົງຄວາມອຸດົມສົມບູນທາງດ້ານພືດພັນໄວ້ໄດ້ດີຕັ້ງແຕ່ອະດີດຮອດປັດຈຸບັນ ແລະນັ້ນເຮັດໃຫ້ລາວເປັນໜຶ່ງໃນປະເທດທີ່ຮັ່ງມີທາງດ້ານຊັບພະຍາກອນທຳມະຊາດ. ນອກນີ້ຍັງເປັນຈຸດດີທີ່ເຮັດໃຫ້ຄົນໃນຊາດແລະຄົນຕ່າງຊາດຄິດສົນໃຈຢາກສຶກສາຄົ້ນຄວ້າກ່ຽວກັບຄວາມອຸດົມສົມບູນຂອງພືດພັນນີ້. ເມື່ອບໍ່ດົນມານີ້ ອາຈານ ພົງໄພບູນ ພອນປະເສີດ ຜູ້ທີ່ເປັນອາຈານສອນ ແລະ ນັກຄົ້ນຄວ້າ ສັງກັດຄະນະວິທະຍາສາດ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ທີມຄົ້ນຄວ້າໄດ້ຄົ້ນພົບ ດອກໄມ້ 4 ຊະນິດໃໝ່ຂອງໂລກທີ່ຖືກຄົ້ນພົບໃນລາວເຮົາ ເຊິ່ງມື້ນີ້ທາງທີມງານ LaoX ຂອງພວກເຮົາໄດ້ມີໂອກາດສຳພາດ ອາຈານ ພົງໄພບູນ ພອນປະເສີດ ວ່າການຄົ້ນຄວ້າຄັ້ງນີ້ດຳເນີນໄປໄດ້ແນວໃດ? ແລະ ດອກໄມ້ຊະນິດໃໝ່ນັ້ນມີຫຍັງແດ່? ເຊິ່ງການສຳພາດໃນຄັ້ງນີ້ຈະມີຂໍ້ໜ້າສົນໃຈຫຍັງແດ່ ເຮົາມາຕິດຕາມກັນໄດ້ເລີຍ.
- ຂໍຊື່ແທ້ນາມສະກຸນ, ມາຈາກໃສ, ປັດຈຸບັນເຮັດວຽກຢູ່ໃສ? ຕຳແໜ່ງໃດ?

ຊອ. ປທ. ພົງໄພບູນ ພອນປະເສີດ, ອາຈານສອນ ແລະ ນັກຄົ້ນຄວ້າ ສັງກັດຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ (ຫນຶ່ງໃນທີມງານການຄົ້ນຄວ້າຄັ້ງນີ້), ເວລາວ່າງມັກໃນການໄປເດີນປ່າສຳຫຼວດທຳມະຊາດ, ຖ່າຍຮູບດອກໄມ້ ແລະ ພືດພັນຊະນິດຕ່າງໆ, ມີຄວາມມັກໃນການປູກດອກເຜິ້ງ, ສະສົມ ແລະ ສຶກສາຄວາມຫຼາກຫຼາຍ ຕັ້ງແຕ່ສະໄໝຍັງຮຽນປະລິນຍາຕີຢູ່ມະຫາວິທະຍາໄລແຫ່ງຊາດ.
- ທີມນັກຄົ້ນຄວ້າ ມີໃຜແດ່?
- Dr. Michaele Rodda ນັກຄົ້ນຄວ້າຈາກສວນພຶກສາສາດສິງກະໂປ (ຊ່ຽວຊານພືດຕະກຸນດອກຈຳປາ Apocynaceae)
- ອຈ. ປທ. ເພັດລາສີ ສຸລະເດດ, ນັກຄົ້ນຄວ້າປະລິນຍາເອກ ແລະ ອາຈານສອນສັງກັດຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ
- ອຈ. ປທ ແກ້ວອຸດອນ ສຸວັນນະກຸມມານ, ນັກຄົ້ນຄວ້າ ແລະ ອາຈານສອນ ຄະນະວິທະຍາສາດທຳມະຊາດ
- ທ່ານ ທີລະພົນ ວົງຖາວອນ, ນັກຄົ້ນຄວ້າ ແລະ ສະມາຄົມພັດທະນາຊຸມຊົນແຂວງສາລະວັນ
- Assoc. Prof. Dr. Shuichiro Tagane, ຊ່ຽວຊານພືດ ມະຫາວິທະຍາໄລ Kagoshima University, ປະເທດຍີ່ປຸ່ນ
- Prof. Dr. Tetsukazu Yahara ຊ່ຽວຊານພືດ ອາວຸໂສ ຈາກ Center for Asian Conservation Ecology, Kyushu Open University, ປະເທດຍີ່ປຸ່ນ
- ພືດຊະນິດໃໝ່ທີ່ພົບມີຢູ່ໃສ ແລະ ຊື່ຫຍັງແດ່?
ໄດ້ຄົ້ນພົບ ພືດຊະນິດໃໝ່ຂອງໂລກ ຈຳນວນ 4 ຊະນິດ ແລະ ຕັ້ງຊື່ພາສາລາວວ່າ:

ດອກຈິນດາພູເຂົາຄວາຍ
Ceropegia longicaudata Phonep. & Rodda
ຈາກເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ນະຄອນຫຼວງວຽງຈັນ

ດອກລະຄັງໂຄຕະມີ
Paraboea khotamiae Phonep. & Souvann.
ຈາກເຂດຜາຫິນປູນ ເມືອງຍົມມະລາດ, ແຂວງຄຳມ່ວນ
ຕັ້ງຊື່ເປັນກຽດແດ່ ອາຈານແມ່ ໂຄຕະມີ ໄຊຍະສອນ ອາຈານຜູ້ບຸກເບີກຄະນະວິທະຍາສາດສິ່ງແວດລ້ອມ ມຊ, ທັງເປັນຜູ້ທີ່ສອນໃນວິຊາຊີວະສາດ ແລະ ອະນຸກົມວິຖານ; ອາຈານທີ່ເຄົາລົບ ແລະ ນັບຖືຂອງຜູ້ຂຽນ

ຊີດິນໃບຕັ້ງ ???????????????????????????????? ???????????????????????????????????????????? Phonep., Soulad. & Tagane
ຈາກພູພຽງບໍລະເວນ ອຸດທະຍານແຫ່ງຊາດດົງຫົວສາວ ແຂວງຈຳປາສັກ

ຊີດິນສຸວັນ ???????????????????????????????? ???????????????????????????????????? Phonep. & Soulad.
ຈາກເຂດປ່າສະຫງວນພູພະນັງ ແລະ ປ່າສະຫງວນແຫ່ງຊາດພູເຂົາຄວາຍ ນະຄອນຫຼວງວຽງຈັນ
ຕັ້ງຊື່ເປັນກຽດແດ່ ທ່ານ ແກ້ວອຸດອນ ສຸວັນນະກຸມມານ ໜຶ່ງໃນຜູ້ພັດທະນາເວັບໄຊ ພາເຂົ້າລາວ (www.phakhaolao.la) ນັກພຶກສາສາດໜຸ່ມ ຜູ້ຊ່ຽວຊານພືດ 10 ຕະກຸນ (Families), ຫຼາຍກວ່າ 15 ສະກຸນ (Genus) ຜົນງານການຄົ້ນຄວ້າໄດ້ຖືກຮັບຮອງ ແລະ ພິມເຜີຍແຜ່ໃນວາລະສານສາກົນຫຼາຍກວ່າ 40 ຫົວເລື່ອງ. ເຈົ້າຂອງຜົນງານຮູບແຕ້ມພືດຊະນິດພັນໃໝ່ຂອງໂລກທີ່ພົບໃນລາວ ຫຼາຍກວ່າ 40 ຊະນິດ (2014-2021)
- ຮູ້ສຶກແນວໃດ ກັບການຄົ້ນພົບນີ້?
ການສຶກສາ ແລະ ຄົ້ນພົບພືດຊະນິດໃຫມ່ ໃນຄັ້ງນີ້ເປັນການສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນຂອງຊະນິດພັນພືດ ໃນທຳມະຊາດບ້ານເຮົາທີ່ຍັງມີຫຼວງຫຼາຍ ພວກເຮົາຮູ້ສຶກພູມໃຈໃນຊື່ພືດຕ່າງໆເຫຼົ່ານີ້ທີ່ໄດ້ເຜີຍແຜ່ສູ່ວົງການນັກພືດສາດໃນໂລກໃຫ້ຮູ້ກ່ຽວກັບພືດໃນລາວເຮົາ ໄດ້ປະກອບສ່ວນຂໍ້ມູນໃຫ້ກັບຄວາມຫຼາກຫຼາຍຂອງຊີວະນານາພັນຂອງລາວ ແລະ ຍົກລະດັບບົດບາດຂອງນັກຄົ້ນຄວ້າລາວ ໃນຖານຂໍ້ມູນສາກົນ. ໂດຍຜ່ານການຕີພິມເຜີຍແພ່ລົງວາລະສານລະດັບສາກົນຕ່າງໆ.
- ຢາກຝາກຫຍັງເຖິງນ້ອງໆ ນັກສຶກສາທີ່ຮຽນຢູ່ສາຂານີ້
ຂ້າພະເຈົ້າເອງເປັນຄົນໜຶ່ງທີ່ສົນໃຈ ແລະ ມັກຮັກໃນການສຶກສາ, ຖ່າຍຮູບທຳມະຊາດ ລວມທັງພືດພັນຊະນິດຕ່າງໆ. ເຖິງຈະບໍ່ໄດ້ຮຽນສາຍນີ້ມາໂດຍກົງ ແຕ່ກໍພະຍາຍາມທີ່ຈະສຶກສາຈາກວາລາສານ, ຈາກຜູ້ມີປະສົບການ, ອາຈານ ທີມງານຈາກ ມຊ, ຈາກສະຖາບັນຕ່າງໆໃນໂລກ. ຢາກຝາກເຖິງນ້ອງໆທີ່ຮຽນໃນສາຂາພືດສາດໂດຍກົງ ຫຼື ສາຂາກ່ຽວຂ້ອງ ວ່າທຳມະຊາດບ້ານເຮົາຍັງອຸດົມສົມບູນຫຼາຍ (ແຕ່ຄົນຮຽນດ້ານນີ້ຍັງໜ້ອຍ) ຍັງມີອີກຫຼາກຫຼາຍຊະນິດທີ່ລໍຖ້າໃຫ້ໄປຄົ້ນຫາ, ໄປສຶກສາ (ສັງເກດການສະພາບພື້ນທີ່, ການຈະເລີນເຕີບໂຕ ແລະ ການປັບຕົວຂອງພືດເຫຼົ່ານັ້ນໃນແຕ່ລະສະພາບແວດລ້ອມ ລວມທັງຄຸນປະໂຫຍດໃນດ້ານຕ່າງໆ), ແລະ ວາງແຜນນຳໃຊ້ຢ່າງຍືນຍົງສືບຕໍ່ໄປ.




ຂອບໃຈບົດສຳພາດຈາກ : ອາຈານ ພົງໄພບູນ ພອນປະເສີດ
ສຳພາດໂດຍ : Souli LaoX
ຮຽບຮຽງໂດຍ : Tern Saiyasack
ສຳພາດໃນຄັ້ງວັນທີ : 18/12/2021
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/