ມາຮູ້ຈັກກັບຄວາມກົດດັນທັງ 4 ຮູບແບບທີ່ພວກເຮົາມັກຈະພົບຢູ່ເລື້ອຍໆ


ການເຮັດວຽກໃນປັດຈຸບັນ ນອກຈາກຈະເຮັດໃຫ້ຕ້ອງຕື່ນຕົວຂຶ້ນນັບມື້ ຍັງເຮັດໃຫ້ບຸກຄະລາກອນຫຼາຍຄົນປະສົບກັບບັນຫາຄວາມກົດດັນຫຼາກຫຼາຍຮູບແບບ ເຊິ່ງວ່າສ່ວນໃຫຍ່ທີ່ພົບເຫັນຈະຖືກແບ່ງອອກມາເປັນ 4 ຮູບແບບຄື: ຄວາມກົດດັນຈາກເວລາ,​ ຄວາມກົດດັນຈາກການຄາດການ, ຄວາມກົດດັນຈາກສະຖານະການທີ່ເປັນຢູ່ ແລະ ຄວາມກົດດັນຈາກການທີ່ຕ້ອງປະເຊີນໜ້າ.

  1. ຄວາມກົດດັນຈາກເວລາ (Time Stress)

ເຮົາຈະຮູ້ສຶກຖືກກົດດັນຈາກເວລາ ກໍເມື່ອເກີດຄວາມຮູ້ສຶກກັງວົນ ວ່າບໍ່ໄດ້ປະຕິບັດສິ່ງທີ່ຖືກຕ້ອງໃຫ້ຖືກເວລາ, ຫຼື ບໍ່ມີເວລາພຽງພໍໃນການສຳເລັດໜ້າວຽກທີ່ໄດ້ຮັບມອບໝາຍ. ຄວາມກົດດັນຈາກເວລານີ້ຈະເຮັດໃຫ້ເຮົາບໍ່ມີຄວາມສຸກ, ຮູ້ສຶກຖືກຂັງໄວ້ ຫຼື ໝົດຫວັງ. ຕົວຢ່າງຂອງມັນໄດ້ແກ່ ຄວາມກັງວົນໃຈຈາກກຳນົດວຽກ, ຮີບຮ້ອນເພື່ອຫຼີກເວັ້ນບໍ່ໃຫ້ເຂົ້າປະຊຸມຊ້າ ຫຼື ເບິ່ງລາຍການວຽກທີ່ຕ້ອງເຮັດແຕ່ບໍ່ສາມາດຈັດແບ່ງໄດ້.

ວິທີການຈັດການກັບຄວາມກົດດັນຈາກເວລາແມ່ນສາມາດແບ່ງເວລາ, ໃຫ້ຂຽນລາຍການທີ່ຈະຕ້ອງເຮັດ ແລະ ຈັດລຳດັບຄວາມສຳຄັນ, ແນ່ໃສ່ວຽກທີ່ຕ້ອງໃຫ້ຄວາມສຳຄັນ. ສ່ວນໃຫຍ່ມັກຈະເສຍສະມາທິຍ້ອນວຽກດ່ວນ ສະນັ້ນຈະຕ້ອງຈັດບູລິມະສິດໃຫ້ດີ, ເຮັດວຽກໃຫ້ຖືກກັບເວລາທີ່ຕົນເອງຈະມີປະສິດທິພາບທີ່ສຸດ.

  1. ຄວາມກົດດັນຈາກການຄາດການ (Anticipatory Stress)

ຄວາມກົດດັນຈາກການຄາດການ ແມ່ນຄວາມກັງວົນຕໍ່ເຫດການ ຫຼື ກິດຈະກຳທີ່ຈະເກີດຂຶ້ນໃນອະນາຄົດ ເຊິ່ງເຮົາມັກຈະຄິດວ່າມັນຈະເກີດສິ່ງທີ່ຜິດປົກກະຕິ ຫຼື ມີຜົນເສຍຕາມມາໃນອະນາຄົດ ຍົກຕົວຢ່າງເຊັ່ນ: ສິ່ງຂອງທີ່ຈະສົ່ງມາຮອດ, ການພຣີເຊັນງານ ແລະ ການປະຊຸມ ຫຼື ງານໃນອະນາຄົດເຊັ່ນການສອບເສັງ.

ວິທີການຈັດການກັບການຄາດການ ແມ່ນສາມາດໃຊ້ວິໄສທັດໃນທາງບວກ ເພື່ອຈິນຕະນາການເຖິງສະຖານະການທີ່ກຳລັງດຳເນີນໄປໄດ້ຢ່າງດີ. ມີການວິໄຈອອກມາສະແດງໃຫ້ເຫັນວ່າ ການຈິນຕະນາການໃນທາງທີ່ດີຈະມີຜົນຕໍ່ສະໝອງເທົ່າກັບການປະເຊີນໜ້າກັບມັນໃນຕົວຈິງ.

ນອກຈາກການຈິນຕະນາການແລ້ວ ກໍອາດຈະນັ່ງສະມາທິ ເພື່ອຊ່ວຍໃຫ້ສົນໃຈໃນສິ່ງທີ່ເກີດຂຶ້ນໃນປັດຈຸບັນ ແທນທີ່ຈະມາກັງວົນກັບເລື່ອງຂອງອະນາຄົດ. ຄວາມກົດດັນຈາກການຄາດການຍັງສາມາດເກີດຈາກ ຄວາມໝັ້ນໃຈທີ່ບໍ່ພຽງພໍ ຍົກຕົວຢ່າງວ່າຖ້າຮູ້ສຶກກັງວົນທີ່ຈະຂຶ້ນພຣີເຊັນງານ, ການໄດ້ຝຶກຝົນຂຶ້ນຕະຫຼອດກໍຈະຊ່ວຍໃຫ້ຮູ້ສຶກລຶ້ງເຄີຍໄດ້. ສຸດທ້າຍແລ້ວ ໃຫ້ວາງແຜນໄວ້ສຳລັບເຫດການທີ່ບໍ່ຄາດຄິດ ແລະ ວິເຄາະຜົນຄວາມເປັນໄປໄດ້ທັງໝົດ ເພື່ອຈະໄດ້ເຫັນພາບທີ່ຊັດເຈນຂຶ້ນໃນຫົວ, ມັນຈະຊ່ວຍກຳຈັດຄວາມຢ້ານທີ່ຈະຜິດພາດລົງໄປ ພ້ອມທັງຍັງເຮັດໃຫ້ຕົນເອງຮູ້ສຶກສາມາດຄວບຄຸມແຜນຕ່າງໆໄດ້.

  1. ຄວາມກົດດັນຈາກສະຖານະການທີ່ເປັນຢູ່ (Situational Stress)

ເຮົາຈະຮູ້ສຶກກົດດັນເມື່ອຢູ່ໃນສະຖານະການທີ່ຫຍຸ້ງຍາກ ຫຼື ບໍ່ສາມາດຄວບຄຸມໄດ້ ເຊັ່ນ ສະຖານະການສຸກເສີນ ແຕ່ສ່ວນໃຫຍ່ຈະເປັນສະຖານະການທີ່ມີຄວາມຂັດແຍ້ງ, ສູນເສຍສະຖານະ ຫຼື ການກໍ່ໃຫ້ເກີດບັນຫາໃຫຍ່ຕໍ່ໜ້າວຽກຂອງຕົນເອງ.

ຄວາມຂັດແຍ້ງນັ້ນແມ່ນປັດໄຈຫຼັກຂອງຄວາມກົດດັນໃນສະຖານະນັ້ນ. ທຸກຄົນຈະຮັບມືກັບຄວາມກົດດັນຈາກສະຖານະການທີ່ເປັນຢູ່ແຕກຕ່າງກັນອອກໄປ ແຕ່ສິ່ງສຳຄັນແມ່ນຕ້ອງໄດ້ສັງເກດຕົນເອງວ່າ ຈະຕອບໂຕ້ແບບໃດ ເມື່ອພົບກັບຄວາມກົດດັນ ເພື່ອຈະໄດ້ຈັດການກັບມັນໃຫ້ຖືກວິທີ. ການຮັບມືກັບຄວາມກົດດັນຮູບແບບດັ່ງກ່າວນັ້ນຍາກຫຼາຍ ເຊິ່ງແນ່ນອນວ່າຈະຕ້ອງພັດທະນາສະມາທິເພື່ອພ້ອມຮັບມືກັບສະຖານະການທີ່ຈະເຮັດໃຫ້ຮູ້ສຶກກົດດັນ. ເມື່ອສັງເກດເຫັນສະຖານະການທີ່ກຳລັງຈະເກີດຂຶ້ນ, ເຮົາກໍຈະພ້ອມວາງຕົວ ແລະ ເຮັດໃຫ້ການຕອບໂຕ້ຂອງຕົນເອງໂດຍທຳມະຊາດລົດລົງ. ເຊັ່ນຖ້າຮູ້ວ່າ ເຮົາເປັນຄົນທີ່ມັກໃຈຮ້າຍແລ້ວຮ້ອງສຽງດັງອອກມາ, ເຮົາກໍຈະສາມາດຈັດການບໍ່ໃຫ້ຕົນເອງຮ້ອງສຽງດັງອອກມາ ໂດຍການນັບ 1 ຮອດ 10 ຫຼື ປ່ອຍໃຫ້ຕົນເອງອາລົມເຢັນລົງກ່ອນທີ່ຈະຕັດສິນໃຈ.

  1. ຄວາມກົດດັນຈາກການທີ່ຕ້ອງປະເຊີນໜ້າ

ຄວາມກົດດັນຈາກການທີ່ຕ້ອງປະເຊີນໜ້າຈະເກີດຂຶ້ນກັບການທີ່ຕ້ອງມີປະຕິສຳພັນທາງກາຍະພາບ ເຊັ່ນ ການພົບປະກັບລູກຄ້າ ໂດຍສະເພາະກຸ່ມທີ່ສ້າງຄວາມຫຍຸ້ງຍາກໃຫ້ກັບເຮົາ. ຄົນທີ່ເຮັດວຽກທາງດ້ານການພົບປະຜູ້ຄົນຢ່າງແພດໝໍ ຫຼື ນັກສັງຄົມສົງເຄາະຈະພົບກັບ ຄວາມກົດດັນນີ້ຫຼາຍ ເນື່ອງຈາກຄົນທີ່ພວກເຂົາເຮັດວຽກນຳ ສ່ວນໃຫຍ່ຈະແມ່ນຄົນທີ່ບໍ່ຮູ້ສຶກດີຢູ່ແລ້ວ ຫຼື ເປັນຄົນທີ່ອາລົມບໍ່ດີຢູ່ແລ້ວ. ນອກຈາກນີ້ຍັງເກີດຈາກການທີ່ໄດ້ມີປະຕິສຳພັນກັບຜູ້ຄົນຫຼາຍເກີນໄປພ້ອມ.

ບັນຫາຂອງຄວາມກົດດັນຈາກການປະເຊີນໜ້າ ແມ່ນຜູ້ຄົນ. ດັ່ງນັ້ນການຈັດການກັບບັນຫາກໍຄືການພັດທະນາມະນຸດສຳພັນຂອງຕົນເອງ, ເລີ່ມຈາກການເບິ່ງວ່າຕົນເອງນັ້ນມີທັກສະເຂົ້າສັງຄົມດີເທົ່າໃດ ຈາກນັ້ນກໍພັດທະນາໃນຈຸດອ່ອນນັ້ນໆ. ນອກຈາກນີ້ກໍແມ່ນການເຮັດວຽກເປັນທີມ, ການເຂົ້າໃຈຜູ້ອື່ນ ຈະເປັນການສ້າງສຳພັນທີ່ດີຂຶ້ນ ແລະ ຮູ້ຈັກສື່ສານຢ່າງເໝາະສົມ.

ນອກຈາກນີ້ ຍັງຕ້ອງຮູ້ຈັກຂີດຈຳກັດຂອງຕົນເອງໃນການມີປະຕິສຳພັນກັບຄົນອື່ນ ເຊັ່ນວ່າມື້ໜຶ່ງເຮົາອາດຈະໃຊ້ເວລາພົບປະກັບຜູ້ຄົນໄດ້ໃນຈຳນວນໜຶ່ງ ເນື່ອງຈາກອາການຂອງຄວາມກົດດັນນີ້ແມ່ນການຫຼີກຫ່າງຈາກການພົບປະຜູ້ຄົນ. ສະນັ້ນແລ້ວ ເມື່ອຮັບຮູ້ຂີດຈຳກັດຂອງຕົນເອງ ກໍຄວນຈະຫ່າງອອກມາພັກຜ່ອນ ເຊັ່ນການພັກດື່ມນ້ຳ, ການຍ່າງ ຫຼື ການຝຶກຊ້ອມຫາຍໃຈເຂົ້າອອກ.

ສ່ວນໃຫຍ່ແລ້ວບັນຫາຈາກຄວາມກົດດັນຕ່າງໆ ຈະຍິ່ງຮຸນແຮງເມື່ອເຮົາບໍ່ສາມາດຈັດການມັນໄດ້. ແຕ່ການໄດ້ເຂົ້າໃຈບັນຫາ ແລະ ຮັບຮູ້ເຖິງມັນ ກໍບໍ່ແມ່ນສິ່ງທີ່ເຮັດໃຫ້ເຮົາອ່ອນແອລົງ. ໃນທາງກົງກັນຂ້າມ, ມັນຍັງຊ່ວຍໃຫ້ເຮົາໄດ້ເຂົ້າໃຈບັນຫາຂອງຕົນເອງ ພ້ອມທັງໄດ້ມີສະຕິແບ່ງມັນອອກມາເປັນຂັ້ນຕອນເພື່ອຈະຈັດການກັບບັນຫາພວກນີ້ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/