ມະຫາເສດຖີຊາວຍີ່ປຸ່ນ ປະກາດຮັບສະໝັກໝູ່ຮ່ວມເດີນທາງໄປດວງຈັນ 8 ຄົນ ພ້ອມຈ່າຍໃຫ້ຟຣີ ຖ້າບຸກຄົນນັ້ນມີຈິດໃຈດີ


ຢູຊາກຸ ມາເອະຊາວະ ມະຫາເສດຖີຈາກປະເທດຢີ່ປຸ່ນ ຜູ້ກໍ່ຕັ້ງແພັດຟອມສິນຄ້າແຟຊັ່ນອອນລາຍ Zozotown ໄດ້ປະກາດຮັບສະໝັກຫາໝູ່ຮ່ວມທີມເດີນທາງໄປດວງຈັນ ຈຳນວນ 8 ຄົນ ໂດຍຈະເລີ່ມເດີນທາງປະມານປີ 2023, ສະໝັກໄດ້ມື້ນີ້ຈົນຮອດວັນທີ 14 ມີນາ 2021.

ສື່ໃນປະເທດຍີ່ປຸ່ນໄດ້ລາຍງານໃຫ້ຮັບຮູ້ວ່າ: ວັນພຸດທີ 3 ເດືອນມີນາ 2021 ທີ່ຜ່ານມາ ຢູຊາກຸ ມາເອະຊາວະ ໄດ້ແຊຣ໌ວີດີໂອເຊີນຊວນທຸກຄົນ ພ້ອມທັງມີລິ້ງສຳລັບການຮັບສະໝັກທາງທະວີດເຕີ, ໂດຍຜູ້ສະໝັກການຄັດເລືອກທັງ 8 ຄົນນັ້ນ ຈະບໍ່ໄດ້ເສຍຄ່າໃຊ້ຈ່າຍຫຍັງ ແລະ ບໍ່ມີຂໍ້ຈຳກັດໃນເລື່ອງເພດ, ອາຍຸ ແລະ ພື້ນຖານທາງດ້ານການສຶກສາ.

ສິ່ງທີ່ສຳຄັນສຳລັບລາວທີ່ໄດ້ເວົ້າໄວ້ນັ້ນ ໝາຍຄວາມວ່າ: ຜູ້ສະໝັກຈະຕ້ອງເລົ່າເລື່ອງກິດຈະກຳຂອງຕົນເອງທີ່ເຄີຍຊ່ວຍເຫຼືອຄົນອື່ນ ຫຼື ເປັນການຊ່ວຍເຫຼືອທາງສັງຄົມໃນດ້ານໃດດ້ານໜຶ່ງ ພ້ອມທັງສະແດງຄວາມເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ ຫຼື ຊ່ວຍເຫຼືອເພື່ອຮ່ວມທີມ ເພື່ອເປັນການທົດສອບຈິດໃຈຂອງຜູ້ທີ່ມາສະໝັກ, ເພາະບໍ່ວ່າຈະເປັນໃຜກໍຕ້ອງການຄົນທີ່ມີຈິດໃຈດີ, ຮັກໃນການຊ່ວຍເຫຼືອ ເນື່ອງຈາກວ່າການເດີນທາງເປັນທີມຮ່ວມກັນຫຼາຍຄົນນັ້ນ, ຕ້ອງໄດ້ເພິ່ງພາອາໄສເຊິ່ງກັນ ແລະ ກັນ.

ທຣິບການເດີນທາງໄປດວງຈັນດັ່ງກ່າວນີ້ມີຊື່ວ່າ dearMoon ມີຄວາມໝາຍວ່າ “ດວງຈັນທີ່ຮັກ” ເຊິ່ງມາເອະຊາວະໄດ້ເໝົາບ່ອນນັ່ງທັງໝົດໃນຈະຫຼວດສະຕາຊິບ ຂອງບໍລິສັດ SpaceX ຂອງ ອີລອນ ມັສ ເປັນທີ່ຮຽບຮ້ອຍແລ້ວ. ສິ່ງດັ່ງກ່າວກໍສ້າງຄວາມປະຫຼາດໃຈໃຫ້ຜູ້ທີ່ຕິດຕາມລາວ ເພາະກ່ອນໜ້ານີ້ ລາວເຄີຍວາງແຜນຈະເຊີນສີລະປິນທີ່ມີຊື່ສຽງມາຮ່ວມເດີນທາງ ແຕ່ສຸດທ້າຍກໍເລືອກເປີດໂອກາດໃຫ້ຄົນທົ່ວໄປໄດ້ມີສິດເຂົ້າຮ່ວມແທນ.

ຂອບໃຈຂໍ້ມູນຈາກ:

(2) Amarin News – โพสต์ | Facebook

ຂອບໃຈຮູບພາບ:

yusaku maezawa – Bing images