ມະຫາວິທະຍາໄລແຫ່ງຊາດ ກຽມຈັດງານແຂ່ງຂັນກິລາປະຈໍາປີ 2021 ຄັ້ງທີ 12 ເລີ່ມຕົ້ນເດືອນ ກຸມພານີ້


ໃນວັນທີ 6 ເດືອນ ມັງກອນ 2021 ຜ່ານມານີ້ ຄະນະກໍາມະການຜູ້ຮັບຜິດຊອບວຽກງານກິລາ ທົ່ວມະຫາວິທະຍາໄລແຫ່ງຊາດກັບພາກສ່ວນທີ່ກ່ຽວຂ້ອງ ຕົກລົງເຫັນດີຈະຈັດງານກິລາປະຈຳປີຂຶ້ນ. ເຊິ່ງເປັນຄັ້ງທີ 12 ສົກສຶກສາ 2020-2021.

      ປະເພດກິລາທີ່ໄດ້ຕົກລົງ ໃນກອງປະຊຸມໄດ້ກໍາເອົາກິລາ 4 ປະເພດຄື: ກິລາບານເຕະຊາຍ-ຍິງ; ກິລາບານສົ່ງຊາຍ-ຍິງ; ກິລາກະຕໍ້ຊາຍ-ຍິງ ແລະ ກິລາເປຕັງ. 

      ຖືໄດ້ວ່າເປັນອີກກິດຈະກໍາໜຶ່ງທີ່ທາງ ມຊ ໄດ້ຈັດເປັນງານປະຈໍາປີຂຶ້ນ ເຊິ່ງສ້າງຂະບວນການເຂັ້ມແຂງໃຫ້ແກ່ໄວໜຸ່ມນັກກິລາເຮົາ, ທັງໄດ້ສ້າງຄວາມຄຶກຄື້ນໃຫ້ແກ່ນັກສຶກສາ ລວມທັງແຟນໆບານກິລາທຸກປະເພດໃຫ້ໄດ້ມ່ວນຊື່ນໄປທົ່ວໜ້າ.

ຜົນຈັບສະຫຼາກເຕະບານຊາຍມີດັ່ງຕໍ່ໄປນີ້:

ສາຍ ກ:

  1. ຄະນະເສດສະຖາປັດຕະຍະກໍາສາດ (ຄສປ)
  2. ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ)
  3. ຄະນະວິທະຍາສາດສັງຄົມ (ຄສຄ)
  4. ຄະນະສຶກສາສາດ (ຄສສ)

ສາຍ ຂ:

  1. ຄະນະນິຕິສາດ ແລະ ລັດຖະສາດ (ຄນລ)
  2. ຄະນະວິທະຍາສາດທໍາມະຊາດ (ຄວທ)
  3. ຄະນະວິສະວະກໍາສາດ (ຄວສ)

 ສາຍ ຄ:

  1. ຄະນະວິທະຍາສາດປ່າໄມ້ (ຄປມ)
  2. ຄະນະອັກສອນສາດ (ຄອສ)
  3. ຄະນະວິທະຍາສາດກິລາ-ກາຍະກໍາ (ຄວກ)

ສາຍ ງ:

  1. ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ)
  2. ຄະນະກະເສດສາດ (ຄກສ)
  3. ຄະນະຊັບພະຍາກອນນ້ຳ (ຄຊນ)

ຂອບໃຈທີ່ມາ:

https://www.facebook.com/NUOLSPORT/posts/1027035374471724