ໃນວັນທີ 6 ເດືອນ ມັງກອນ 2021 ຜ່ານມານີ້ ຄະນະກໍາມະການຜູ້ຮັບຜິດຊອບວຽກງານກິລາ ທົ່ວມະຫາວິທະຍາໄລແຫ່ງຊາດກັບພາກສ່ວນທີ່ກ່ຽວຂ້ອງ ຕົກລົງເຫັນດີຈະຈັດງານກິລາປະຈຳປີຂຶ້ນ. ເຊິ່ງເປັນຄັ້ງທີ 12 ສົກສຶກສາ 2020-2021.
ປະເພດກິລາທີ່ໄດ້ຕົກລົງ ໃນກອງປະຊຸມໄດ້ກໍາເອົາກິລາ 4 ປະເພດຄື: ກິລາບານເຕະຊາຍ-ຍິງ; ກິລາບານສົ່ງຊາຍ-ຍິງ; ກິລາກະຕໍ້ຊາຍ-ຍິງ ແລະ ກິລາເປຕັງ.
ຖືໄດ້ວ່າເປັນອີກກິດຈະກໍາໜຶ່ງທີ່ທາງ ມຊ ໄດ້ຈັດເປັນງານປະຈໍາປີຂຶ້ນ ເຊິ່ງສ້າງຂະບວນການເຂັ້ມແຂງໃຫ້ແກ່ໄວໜຸ່ມນັກກິລາເຮົາ, ທັງໄດ້ສ້າງຄວາມຄຶກຄື້ນໃຫ້ແກ່ນັກສຶກສາ ລວມທັງແຟນໆບານກິລາທຸກປະເພດໃຫ້ໄດ້ມ່ວນຊື່ນໄປທົ່ວໜ້າ.

ຜົນຈັບສະຫຼາກເຕະບານຊາຍມີດັ່ງຕໍ່ໄປນີ້:
ສາຍ ກ:
- ຄະນະເສດສະຖາປັດຕະຍະກໍາສາດ (ຄສປ)
- ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ)
- ຄະນະວິທະຍາສາດສັງຄົມ (ຄສຄ)
- ຄະນະສຶກສາສາດ (ຄສສ)
ສາຍ ຂ:
- ຄະນະນິຕິສາດ ແລະ ລັດຖະສາດ (ຄນລ)
- ຄະນະວິທະຍາສາດທໍາມະຊາດ (ຄວທ)
- ຄະນະວິສະວະກໍາສາດ (ຄວສ)

ສາຍ ຄ:
- ຄະນະວິທະຍາສາດປ່າໄມ້ (ຄປມ)
- ຄະນະອັກສອນສາດ (ຄອສ)
- ຄະນະວິທະຍາສາດກິລາ-ກາຍະກໍາ (ຄວກ)
ສາຍ ງ:
- ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ)
- ຄະນະກະເສດສາດ (ຄກສ)
- ຄະນະຊັບພະຍາກອນນ້ຳ (ຄຊນ)

ຂອບໃຈທີ່ມາ:
https://www.facebook.com/NUOLSPORT/posts/1027035374471724