ພົບຜູ້ປ່ວຍ HIV ຄົນທີ 2 ທີ່ຮ່າງກາຍອາດຈະສາມາດ “ປິ່ນປົວ” ໃຫ້ຫາຍດີໄດ້ເອງຈາກການຕິດເຊື້ອໂດຍບໍ່ຕ້ອງອາໄສຢາ ເຊິ່ງເປັນກໍລະນີທີ່ຫາຍາກທີ່ສຸດ


ເກີດເປັນປາກົດການທາງການແພດຄັ້ງສຳຄັນຂອງໂລກ ເມື່ອມີລາຍງານທາງການແພດຈາກ Archives of Internal Medicine ໄດ້ກ່າວວ່າ ພວກເຂົາໄດ້ພົບຜູ້ປ່ວຍ HIV ຄົນທີ່ສອງທີ່ຮ່າງກາຍອາດຈະກຳຈັດເຊື້ອ HIV ໄດ້ເອງໂດຍບໍ່ຕ້ອງອາໄສຢາ ຫຼື ການບໍາບັດໃດໆ ຫຼັງຈາກທີ່ມີການທົດສອບເຊວຂອງຜູ້ປ່ວຍຄົນນີ້ ເປັນຈຳນວນຫຼາຍກວ່າ 1 ລ້ານເຊວ ແລະ ແພດລະບຸວ່າບໍ່ພົບເຊື້ອໄວຣັສ HIV ໃນຮ່າງກາຍລາວອີກຕໍ່ໄປ.

ຜູ້ປ່ວຍ HIV ຄົນນີ້ເປັນເພດຍິງ ອາຍຸ 30 ປີມາຈາກເມືອງ Esperanza ປະເທດ Argentina ແລະ ຈາກບົດລາຍງານທີ່ບັນທຶກໄວ້ໃນວາລະສານວິທະຍາສາດ Annals of Internal Medicine ເປີດເຜີຍວ່າຮ່າງກາຍຂອງຍິງຄົນນີ້ມີຄຸນສົມບັດ ‘ຂ້າເຊື້ອ HIV’ ດ້ວຍຕົນເອງ. ຍິງຄົນນີ້ໄດ້ກວດພົບເຊື້ອ HIV ຄັ້ງທຳອິດໃນປີ 2013 ເຊິ່ງທີ່ຜ່ານມາຍິງຄົນດັ່ງກ່າວບໍ່ໄດ້ກິນຢາຕ້ານໄວຣັສ ຫຼື ເຂົ້າຮັບການປິ່ນປົວຕາມຂະບວນການປິ່ນປົວປົກກະຕິ. ຈົນມາຮອດປີ 2020 ລາວໄດ້ຖືພາ ແລະ ຕັດສິນໃຈຮັບຢາຕ້ານໄວຣັສ  Tenofovir, Raltegravir ແລະ Emtricitabine ເພື່ອປ້ອງກັນການສົ່ງເຊື້ອໃຫ້ກັບລູກໃນທ້ອງ ໂດຍລາວໄດ້ຮັບຢາປິ່ນປົວເປັນເວລາ 6 ເດືອນເທົ່ານັ້ນຫຼັງຈາກອອກລູກ.

ດຣ.Xu Yu ຈາກສະຖາບັນ Ragon Institute of Massachusetts General Hospital, MIT ແລະ Harvard ເຊິ່ງເປັນຄົນຂຽນງານວິໄຈນີ້ ພ້ອມດ້ວຍ ດຣ.Natalia Laufer ແລະ ທີມວິໄຈໄດ້ຮ່ວມກັນວິເຄາະເມັດເລືອດໃນໄລຍະປີ 2017-2020 ແລະ ເນື້ອເຍື່ອ placental (ເນື້ອເຍື່ອທຳອິດຫຼັງຈາກການເກີດລູກ) ຫຼັງຈາກລາວອອກລູກ ແລະ ໄດ້ມີການກວດເຊວໄປແລ້ວ 1,500 ລ້ານເຊວ.

ເຊິ່ງຜົນວິເຄາະແມ່ນໄດ້ຢັ້ງຢືນວ່າຍິງຄົນນີ້ເຄີຍຕິດເຊື້ອ HIV ມາກ່ອນ ແຕ່ຫຼັງຈາກນັ້ນນັກວິໄຈກໍບໍ່ພົບເຊື້ອ HIV ທີ່ຢູ່ໃນສະພາບສົມບູນຈົນມາສາດແຜ່ກະຈາຍໄດ້ອີກ ແລະ ສິ່ງທີ່ນັກວິໄຈພົບທັງໝົດມີພຽງໄວຣັສໃນສະພາບຜິດປົກກະຕິ 7 ຕົວ ເຊິ່ງຢູ່ໃນຮູບແບບໄວຣັສທີ່ລວມເຂົ້າກັບເຊວກຳມະພັນຂອງ Host ເຊວເທົ່ານັ້ນ.

ທີມນັກວິໄຈຍັງບໍ່ສາມາດບອກໄດ້ວ່າຮ່າງຂອງຜູ້ຕິດເຊື້ອສາມາດກຳຈັດເຊື້ອ HIV ທີ່ສົມບູນອອກໄປດ້ວຍຕົນເອງໄດ້ແນວໃດ. ແຕ່ ດຣ. Xu Yu ຄາດວ່າອາດເກີດຈາກການລວມຕົວກັນຂອງກົນໄກພູມຕ້ານທານທີ່ແຕກຕ່າງກັນ ເຊິ່ງອາດຈະມີພູມຕ້ານທານໂດຍກຳເນີດ (Innate immunity) ແລະ ທີ ເຊວ (T cells) ເຊິ່ງເປັນເຊວພູມຕ້ານທານຊະນິດໜຶ່ງ ທີ່ມີໜ້າທີ່ຫຼັກໃນການຄົ້ນຫາເຊວທີ່ຕິດເຊື້ອ ແລະ ກຳຈັດ.

ສໍານັກຂ່າວ BBC ໄດ້ກ່າວວ່າ ທາງການແພດເຊື່ອວ່າ ລະບົບພູມຕ້ານທານຂອງຍິງຄົນນີ້ອາດຈະສາມາດກຳຈັດເຊື້ອໄດ້ດ້ວຍຕົນເອງ ເຊິ່ງຜູ້ຊ່ຽວຊານລ້ວນແຕ່ໃຫ້ຄຳເຫັນວ່າ ມະນຸດເຮົາສາມາດໃຊ້ປະໂຫຍດຈາກຂະບວນການດັ່ງກ່າວໄດ້ ແລະ ນີ້ອາດຈະເປັນທາງອອກຂອງມວນມະນຸດໃນການຮັບມືກັບການຕິດເຊື້ອ HIV.

ຈາກການສຶກສາກ່ຽວກັບເຊື້ອ HIV ພົບຂໍ້ມູນທີ່ຊີ້ໃຫ້ເຫັນວ່າຄົນບາງຄົນເກີດມາພ້ອມກັບຄວາມສາມາດໃນການກຳຈັດເຊື້ອ HIV ໄດ້ເອງ ບາງຄົນມີຢີນທີ່ສາມາດລະງັບເຊື້ອໄດ້. ກ່ອນໜ້ານີ້ມີບຸກຄົນໜຶ່ງທີ່ບໍ່ປະສົງອອກນາມແມ່ນໄດ້ຕິດເຊື້ອ HIV ຄືກັນ ແຕ່ຮ່າງກາຍສາມາດກຳຈັດເຊື້ອໄດ້ເອງໃນເວລາຕໍ່ມາ. ເຖິງຈະເປັນແບບນັ້ນ ແຕ່ຄົນສ່ວນໃຫຍ່ທີ່ຕິດເຊື້ອ HIV ໃນໂລກເຮົາບໍ່ມີຄວາມສາມາດພິເສດນີ້ ຈຶ່ງຕ້ອງຈຳເປັນໄດ້ໃຊ້ຢາຕ້ານ ໄວຣັສ HIV ໄປຕະຫຼອດຊີວິດ.

ທາງດ້ານເວັບໄຊ Time ກໍໄດ້ລະບຸວ່າ ຍິງຊາວ Argentina ຄົນນີ້ຄືຜູ້ທີ່ຢູ່ຮ່ວມກັບ HIV ຄົນທີສອງຂອງໂລກທີ່ສາມາດຫາຍໄດ້ເອງໃນລັກສະນະນີ້ ໂດຍກ່ອນໜ້ານີ້ມີຜູ້ປ່ວຍທີ່ຮູ້ຈັກກັນໃນນາມ “The San Francisco patient” ເຊິ່ງແມ່ນຄົນທໍາອິດທີ່ສາມາດກໍາຈັດ HIV ໄດ້ເອງໃນປີ 2020.

ໃນປັດຈຸບັນທົ່ວໂລກເຮົາມີປະມານ 38 ລ້ານຄົນທີ່ຕິດເຊື້ອ HIV ແລະ ບໍ່ໄດ້ຮັບການປິ່ນປົວແບບຖືກວິທີ ເຊິ່ງເປັນສາເຫດອາດນໍາໄປສູ່ການເປັນພະຍາດແຊກຊ້ອນອື່ນໆ ຫຼື ໂຣກເອດໄດ້. ປີທີ່ຜ່ານມາມີຜູ້ເສຍຊີວິດຈາກໂຣກເອດປະມານ 690,000 ຄົນທົ່ວໂລກ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/