ພູມໃຈໃນຄວາມເປັນລາວ! ລາວຕິດໜຶ່ງໃນປະເທດທີ່ເປັນມິດທີ່ສຸດໃນໂລກ


ເມື່ອເວົ້າເຖິງປະເທດລາວໃນສາຍຕາຂອງຊາວຕ່າງຊາດ ຫຼາຍຄົນກໍອາດນຶກເຖິງປະເທດທີ່ອ້ອມຮອບໄປດ້ວຍທຳມະຊາດ ວັດວາອາຮາມ ຕັ້ງແຕ່ເໜືອຮອດໃຕ້, ປະເທດທີ່ຍັງຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມຈາກອະດີດຈົນຮອດປັດຈຸບັນ ແລະ ປະຊາຊົນລາວຜູ້ມີນ້ຳໃຈ ຍິ້ມແຍ້ມແຈ່ມໃສ ດ້ວຍເຫດນັ້ນປະເທດລາວເຮົາຈຶ່ງຖືກຈັດອັນດັບເປັນໜຶ່ງໃນບັນດາປະເທດທີ່ເປັນມິດທີ່ສຸດໃນໂລກ.

ອີງຕາມລາຍຊື່ທີ່ຮວບຮວມຂໍ້ມູນ ແລະ ເຜີຍແຜ່ໂດຍການທ່ອງທ່ຽວໃນລອນດອນ (LonDon) ປະເທດລາວໄດ້ຖືກຈັດອັນດັບປະເທດທີ່ເປັນມິດທີ່ສຸດໃນໂລກເປັນອັນດັບ 3 ຂອງໂລກ.

ເຊິ່ງລາຍຊື່ດັ່ງກ່າວຖືກສ້າງຂຶ້ນໂດຍ Rough Guides, ທີ່ໄດ້ເຮັດຜົນສຳຫຼວດໂດຍຂໍໃຫ້ຜູ້ຕິດຕາມໃນ Twitter ແລະ Facebook ຂອງຕົນ ໃຫ້ຄວາມຄິດເຫັນຂອງເຂົາເຈົ້າກ່ຽວກັບປະເທດທີ່ເປັນມິດທີ່ສຸດໃນໂລກ, ໂດຍປະເທດລາວໄດ້ຕິດອັນດັບສາມໃນຜົນສຳຫຼວດນີ້.

ດ້ວຍຊື່ສຽງຂອງຄົນລາວວ່າເປັນ “ຄົນໃຈດີ”, ມັນບໍ່ແປກໃຈເລີຍທີ່ປະຊາຊົນລາວຈະເປັນມິດທີ່ສຸດໃນໂລກ. ໃນຂະນະທີ່ປະເທດລາວຈະມີແຜນເປີດປະເທດໃນໄວໆນີ້, ແນ່ນອນເມື່ອນັກນັກທ່ອງທ່ຽວເລືອກທີ່ຈະມາທ່ຽວໃນປະເທດລາວ ພວກເຂົາກໍຈະໄດ້ຮັບການຕ້ອນຮັບດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລະ ໄມຕີຈິດທີ່ດີ. ດ້ວຍຄວາມຍິ້ມແຍ້ມແຈ່ມໃສນີ້ແມ່ນພວກເຂົາຈະຫາໃນບ່ອນອື່ນບໍ່ໄດ້ຄືກັນກັບປະເທດລາວນີ້.

ຜົນການສຳຫຼວດຄວາມຄິດເຫັນຂອງ Rough Guides, ສະບັບປັບປຸງໃນຕົ້ນເດືອນນີ້, ໄດ້ລວມເອົາທຸກໆປະເທດໃນໂລກ ຕັ້ງແຕ່ Albania ເຖິງ Uganda,

ແລະນີ້ແມ່ນລາຍຊື່ 10 ປະເທດທີ່ເປັນມິດທີ່ສຸດໃນໂລກ ສຳຫຼວດໂດຍ Rough Guides.

  • ອັນດັບ  1 ກຳປູເຈຍ
  • ອັນດັບ  2 ຟິລິບປິນ
  • ອັນດັບ  3 ລາວ ລາວເປັນປະເທດທີ່ຕ້ອນຮັບດີຫຼາຍທີ່ສຸດອັນດັບ 3 ຂອງໂລກ ອີງຕາມແຟນຄລັບ ແລະ ຜູ້ຕິດຕາມຂອງ Rough Guides ປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃນອາຊີຕາເວັນອອກສຽງໃຕ້. ຜູ້​ໃຊ້ Twitter ຄົນ​ໜຶ່ງ​ໃຫ້​ຄຳເຫັນວ່າ, “ຄວາມ​ເປັນ​ມິດທີ່​ເບິ່ງ​ຄື​ວ່າ​ເປັນ​ວິ​ຖີ​​ຊີ​ວິດ. ສາມອາທິດທີ່ຂ້ອຍຢູ່ນັ້ນແລະບໍ່ມີສຽງດັງຂຶ້ນ.”
  • ອັນດັບ  4 ເນປານ
  • ອັນດັບ  5 ໄທ
  • ອັນດັບ  6 ມຽນມາ
  • ອັນດັບ  7 ອິນໂດເນເຊຍ
  • ອັນດັບ  8 ຟິຈິ
  • ອັນດັບ  9 ສະກັອດແລນ
  • ອັນດັບ  10 ສີລັງກາ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/