ພາຊະນະບັນຈຸທີ່ເຮັດຈາກສາຫຼ່າຍ ກິນກໍໄດ້ ຍ່ອຍສະຫຼາຍກໍໄດ້!


ປັດຈຸບັນ ບັນຫາຂີ້ເຫຍື້ອລົ້ນໂລກ ຍັງເປັນບັນຫາຕົ້ນໆຂອງສິ່ງແວດລ້ອມ ສາເຫດສ່ວນໃຫຍ່ແມ່ນມາຈາກຂີ້ເຫຍື້ອພລາສຕິກທີ່ບໍ່ສາມາດລະລາຍໄດ້ ຈຶ່ງເຮັດໃຫ້ເກີດບັນຫາການຈັດການຂີ້ເຫຍື້ອຂຶ້ນ, ແຕ່ຈະດີເທົ່າໃດ ຖ້າຫາກວ່າມີສິ່ງທີ່ສາມາດນຳມາເປັນພາຊະນະບັນຈຸແທນພລາສຕິກໄດ້ ສາມາດລະລາຍໄດ້ ເປັນມິດກັບສິ່ງແວດລ້ອມ ແຖມຍັງກິນໄດ້ນຳອີກດ້ວຍ!

Wenwen Fan ຈາກ Royal College of Arts ຕ້ອງການໃຊ້ຄວາມສາມາດໃນການອອກແບບຂອງລາວຊ່ວຍແກ້ໄຂບັນຫາໂລກຮ້ອນ ດ້ວຍການເຮັດພາຊະນະບັນຈຸທົດແທນພລາສຕິກຈາກສາຫຼ່າຍທີ່ກິນໄດ້ຂຶ້ນມາ.

ສາຫຼ່າຍເປັນສິ່ງທົດແທນພລາສຕິກທີ່ຍືນຍົງ ທີ່ນັກວິທະຍາສາດ ແລະ ນັກວິໄຈພະຍາຍາມສຶກສາຄົ້ນຄວ້າຢ່າງຫຼວງຫຼາຍ, ສິ່ງທີ່ເຮັດໃຫ້ມັນໜ້າສົນໃຈກໍຄື ມັນສາມາດກິນໄດ້ ແລະ ມີຄຸນຄ່າທາງໂພຊະນາການ, ເຮົາໃຊ້ສາຫຼ່າຍໃນການກິນເປັນອາຫານ ລວມເຖິງຜະລິດຕະພັນຄວາມສວຍຄວາມງາມຢູ່ແລ້ວ ເຊິ່ງແນ່ນອນວ່າມັນຮອດເວລາແລ້ວທີ່ຈະເຮັດໃຫ້ສາຫຼ່າຍເປັນໄດ້ຫຼາຍກວ່ານັ້ນ.

ພາຊະນະບັນຈຸອາຫານຂອງ Wenwen Fan ທີ່ເຮັດມາຈາກສາຫຼ່າຍ ແລະ ຜັກສະກັດ ມັນສາມາດກິນໄດ້ ເອົາໄວ້ໃສ່ກັບເຂົ້າໜົມ ຫຼື ລະລາຍກັບນ້ຳກໍໄດ້ເພື່ອເພີ່ມຄຸນຄ່າທາງອາຫານໃຫ້ກັບວິຕາມິນ ຫຼື ຜະລິດຕະພັນສຸຂະພາບອື່ນໆ. ນອກຈາກນີ້ພາຊະນະບັນຈຸແບບນີ້ກໍບໍ່ເປັນອັນຕະລາຍຕໍ່ສັດເຊັ່ນກັນ.

ຍິ່ງໄປກວ່ານັ້ນສາຫຼ່າຍຍັງຊ່ວຍໂລກໃນເລື່ອງຂອງສະພາບອາກາດປ່ຽນແປງ ແລະ ໂລກຮ້ອນໄດ້ອີກດ້ວຍ ໂດຍທີ່ສາຫຼ່າຍທະເລຊ່ວຍດູດຊຶມເອົາຄາບອນໄດ້ເປັນຈຳນວນມະຫາສານ.

ພາຊະນະບັນຈຸຈາກສາຫຼ່າຍນີ້ ນອກຈາກຈະສວຍງາມ ແລະ ມີປະໂຫຍດຕໍ່ສຸຂະພາບ-ຕໍ່ໂລກແລ້ວ ມັນອາດຈະເປັນນະວັດຕະກຳໃໝ່ທີ່ມາທົດແທນພລາສຕິກທີ່ກໍ່ໃຫ້ເກີດມົນລະພິດໃຫ້ໂລກໃນອະນາຄົດອີກດ້ວຍ.

ທີ່ມາ: https://www.facebook.com/environman.th/posts/3312332225561868