ພະນັກງານສາຍການບິນລວມຕົວກັນແກ້ເສື້ອປະທ້ວງ ຫຼັງຈາກຖືກລົດຄ່າແຮງງານ ແລະ ຖືກຢຸດຈ້າງແບບບໍ່ເປັນທຳ


ເວັບໄຊ Unilad ລາຍງານວ່າແອໂຮສເຕສ ສາຍການບິນ ອາລີຕາເລຍ (Alitalia) ຂອງອີຕາລີ ປະມານ 50 ຄົນ ລວມຕົວກັນແກ້ເສື້ອຜ້າປະທ້ວງທີ່ຈະຕຸລັດ ກຳປີໂດລໂຍ (Campidoglio) ໃນ ນະຄອນ ໂຣມ ເພື່ອປະທ້ວງທີ່ຖືກລົດຄ່າແຮງງານ ແລະ ຖືກຢຸດຈ້າງແບບບໍ່ເປັນທຳ.

ກໍລະນີດັ່ງກ່າວສືບເນື່ອງມາຈາກ ສາຍການບິນອາລີຕາເລຍ ຢຸດຈ້າງ ແລະ ມີມາດຕະການລົດຈຳນວນພະນັກງານບາງສ່ວນນັ້ນ ເຊິ່ງສາຍການບິນໃຫ້ເຫດຜົນວ່າ ອາລີຕາເລຍ ໄດ້ສະຖາປະນາຕົນເອງເປັນສາຍການບິນຫຼັກຂອງອີຕາລີ ແລະ ຢຸດຈ້າງພະນັກງານຫຼາຍກວ່າ 7,000 ຄົນ ຈາກທັງໝົດ 10,500  ເຫຼືອໄວ້ພຽງ 2,800 ຄົນ ເຊິ່ງເປັນພະນັກງານທີ່ມີຄຸນະພາບເທົ່ານັ້ນ.

ຕາມລາຍງານລະບຸວ່າ ພະນັກງານຍິງປະມານ 50 ຄົນ ໄດ້ເດີນທາງມາທີ່ຈະຕຸລັດ ກໍາປີໂດລໂຍ ດ້ວຍເຄື່ອງແບບຂອງສາຍການບິນ ອາລີຕາເລຍ ກ່ອນຈະຖອດເສື້ອຜ້າ ແລະ ເຫຼືອພຽງຊຸດຊັ້ນໃນ ລວມໄປຮອດລຶບເຄື່ອງສຳອາງ ແລະ ພ້ອມໃຈກັນຮ້ອງຂຶ້ນວ່າ “we are Alitalia!” (ພວກເຮົາຄືອາລີຕາເລຍ).

ນອກຈາກພະນັກງານ 7,000 ກວ່າຄົນທີ່ຖືກຢຸດຈ້າງແລ້ວ ຍັງມີພະນັກງານຈໍານວນຫຼາຍ ທີ່ເຖິງວ່າຈະຖືກຈ້າງຕໍ່ ແຕ່ກໍຖືກບັງຄັບໃຫ້ລົງນາມໃນສັນຍາໃໝ່ແບບບໍ່ເປັນທຳ ໂດຍທາງພະນັກງານບໍ່ໄດ້ຮັບແຈ້ງລ່ວງໜ້າ ບໍ່ວ່າຈະເປັນການຢຸດຈ້າງ, ລົດເງິນເດືອນ ລວມໄປຮອດການເຊັນສັນຍາໃໝ່.

ຜູ້ບໍລິຫານຄົນໃໝ່ຂອງ ອາລີຕາເລຍ ໄດ້ອອກມາເວົ້າກ່ຽວກັບເລື່ອງນີ້ວ່າ ການປະທ້ວງຂອງພະນັກງານເທິງເຮືອບິນນັ້ນມີ ເຫດຜົນບໍ່ພຽງພໍ ເພາະມາດຕະການໃໝ່ໄດ້ດຳເນີນໄປແລ້ວ ແລະຈະບໍ່ມີການປ່ຽນແປງຢ່າງແນ່ນອນ ສ່ວນປະທານບໍລິຫານການຂົນສົ່ງທາງຂອງກາດ ກໍໄດ້ອອກມາຮຽກຮ້ອງໃຫ້ມີການຍົກເລີກການປະທ້ວງຄັ້ງນີ້ ເພາະເຮັດໃຫ້ພາບລັກຂອງປະເທດ “ເສື່ອມເສຍ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/