ພຣະສົງໃນປະເທດພູຕານຮຽນວິທີສອນເພດສຶກສາແລະນຳໄປສອນປະຊາຊົນເພື່ອໃຫ້ເຂົ້າໃຈກ່ຽວກັບເພດສຶກສາ


ທຸກມື້ນີ້ເລື່ອງເພດເປັນເລື່ອງຫຼາຍໆຄົນສາມາດເວົ້າເຖິງໄດ້ເກືອບເປັນປົກກະຕິແລ້ວ ຖ້າທຽບກັບສະໄໝກ່ອນແມ່ນເປັນເລື່ອງທີ່ໜ້ອຍຄົນຈະເວົ້າເຖິງ ແລະ ຫຼາຍຄົນກໍແນມວ່າມັນເປັນເລື່ອງບໍ່ສົມຄວນ, ບໍ່ເໝາະສົມ ແລະ ເປັນເລື່ອງທີ່ໜ້າອາຍ ຍ້ອນວ່າຄົນສະໄໝກ່ອນໄດ້ສ້າງຂອບເຂດ ແລະ ຂີດຈຳກັດໃນສະແດງແລະການສຶກສາຮຽນຮູ້ກ່ຽວກັບເລື່ອງເພດ. ແຕ່ວ່າປັດຈຸບັນນີ້ໂລກເຮົາໄດ້ປ່ຽນໄປຫຼາຍແລ້ວເລີຍເຮັດໃຫ້ເລື່ອງເພດສາມາດເຂົ້າເຖິງທຸກຄົນທຸກຊົນຊັ້ນວັນນະ.

ແຕ່ເລື່ອງເພດກັບສາສະໜາ ຫຼາຍຄົນອາດຄິດວ່າມັນເປັນເລື່ອງທີ່ບໍ່ເໝາະສົມຢ່າງຍິ່ງ ເພາະວ່າມັນເປັນເລື່ອງຂອງທາງໂລກ ແລະ ເປັນອະບາຍຍະມຸກຢ່າງໜຶ່ງຈາກມຸມທາງສາສະໜາ ເຊິ່ງມັນບໍ່ແມ່ນກັບພຣະສົງໃນປະເທດພູຕານ ເພາະພວກເຂົາໄດ້ຮຽນວິທີການສອນເພດສຶກສາໃຫ້ແກ່ຊາວບ້ານທົ່ວໄປ ທີ່ເປັນຄາລະວາດ ເພາະພຣະສົງກຸ່ມນີ້ຫວັງວ່າຈະສາມາດສ້າງຊີວິດທາງເພດທີ່ປອດໄພ ແລະ ມີຄວາມສຸກໃຫ້ປະຊາຊົນພາຍໃນປະເທດໄດ້.

ກຸ່ມພຣະສົງໃນ ເມືອງ ຕາຊິຍັງເຊ (Trashiyangtse) ຂອງພູຕານກຳລັງຮຽນຮູ້ວິທີການສອນເພດສຶກສາ ເພື່ອນຳໄປໃຊ້ສອນຄາລະວາດທົ່ວໄປໃນປະເທດ ເຊິ່ງພວກເຂົາມີການປຶກສາຫາລື, ໂຕ້ວາທີ ແລະ ຮຽນຮູ້ໃນປະເດັນດ້ານເພດຢ່າງເປີດເຜີຍ ຕ່າງຈາກຫຼາຍປະເທດໃນທະວີບເອເຊຍ ທີ່ມີຜູ້ນັບຖືສາສະໜາພຸດເປັນສ່ວນໃຫຍ່ເຊິ່ງມັກເບິ່ງວ່າເລື່ອງເພດບໍ່ແມ່ນກິດຂອງສົງ ແລະ ເປັນປະເດັນທີ່ຫ້າມແຕະຕ້ອງແລະເວົ້າເຖິງຢ່າງເດັດຂາດ.

“ໃນວັດວາອາຮາມສ່ວນໃຫຍ່ ມັກມີພຣະທີ່ມີລະດັບການສຶກສາໜ້ອຍ ດັ່ງນັ້ນໃນໄລຍະເວລາທີ່ຜ່ານມາພວກເຂົາບໍ່ຮູ້ເລື່ອງເພດສຶກສາ ຫຼື ປະເດັນການຊ່ວຍຕົນເອງເລີຍ” ໂຊກິ ກະເຍລເຊນ (Chokin Gyeltshen) ພຣະຈາກວິຫານ Thimphu Gompa ໄດ້ກ່າວ “ກ່ອນການເຝິກສອນ (ວິຊາເພດສຶກສາ) ພຣະບາງອົງຈະເວົ້າຕັ້ງແຕ່ທຳອິດເລີຍວ່າ ການຊ່ວຍຕົນເອງນັ້ນມັນເປັນຄວາມບາບ ແຕ່ຕອນນີ້ພວກເຂົາໄດ້ຮຽນຮູ້ກ່ຽວກັບປະເດັນນີ້ແລ້ວວ່າມັນບໍ່ແມ່ນຄວາມຈິງ”.

ເຖິງແມ່ນວ່າປະເດັນເລື່ອງເພດສຶກສາຈະເປັນສິ່ງທີ່ເວົ້າໄດ້ລຳບາກໃນສັງຄົມພຸດທະສາສະໜາບາງແຫ່ງ ແຕ່ວ່າວິຊາເພດສຶກສາໄດ້ຖືກບັນຈຸຢ່າງເປັນທາງການ ຕາມວັດວາອາຮາມທາງພຸດທະສາສະໜາໃນປະເທດພູຕານ ຕັ້ງແຕ່ປີ 2014 ເນື່ອງຈາກວ່າກຸ່ມພຣະສົງໃນພູຕານໄດ້ຮັບຄວາມນັບຖືຈາກປະຊາຊົນ. ດັ່ງນັ້ນ ພວກເຂົາຈຶ່ງເບິ່ງວ່າ ການໃຫ້ພຣະສົງໃນຖານະຜູ້ນຳທາງສາສະໜາ ໄດ້ເຂົ້າໄປມີສ່ວນຮ່ວມໃນປະເດັນທາງເພດ ຈະເຮັດໃຫ້ມີປະສິດທິພາບຢ່າງຫຼວງຫຼາຍ ໃນການປ່ຽນແປງທັດສະນະຄະຕິຂອງຄົນທີ່ມີຕໍ່ເພດ.

ຫຼັກສູດເພດສຶກສາຂອງພຣະສົງໃນພູຕານບໍ່ແຕກຕ່າງຫຍັງໄປຈາກວິຊາເພດສຶກສາທົ່ວໄປ ເພາະພວກເຂົາໄດ້ມີການໂອ້ລົມກັນໃນປະເດັນການຊ່ວຍຕົນເອງ, ຄວາມຍິນຍອມທາງເພດ, ການມີປະຈຳເດືອນ, ການຄຸມກຳເນີດ ແລະ ໂຣກຕິດຕໍ່ທາງເພດສຳພັນ. ພຣະສົງອົງໜຶ່ງໄດ້ກ່າວວ່າ “ແທນທີ່ພວກຂ້ອຍຈະຖືກໂຈມຕີຈາກປະເດັນເພດສຶກສານີ້ ແຕ່ພວກຂ້ອຍບໍ່ພົບກັບຂໍ້ກັງວົນໃດໆເລຍ” ນອກຈາກນີ້ ພວກເຂົາຍັງນຳເອົາເລື່ອງເພດສຶກສາມາໂອ້ລົມກັນໃນທິດທາງທີ່ເປັນຄວາມຮູ້ ແລະ ເພື່ອຄວາມສ້າງສັນ.

ຫົວໜ້າສະຖາບັນສົງກວ່າ 350 ຄົນ ແລະ ແມ່ຊີ 1,500 ຄົນ ໃນພູຕານ ລ້ວນແຕ່ອອກບວດ ແລະ ຖືພົມມະຈັນ, ແຕ່ວ່າພວກເຂົາຍັງໄດ້ຮັບການສຶກສາໃນປະເດັນເພດສຶກສາ ເພື່ອຫວັງວ່າຈະນຳເອົາຄວາມຮູ້ເຫຼົ່ານີ້ເຂົ້າມາພັດທະນາຄວາມຮູ້ໃນເລື່ອງເພດຂອງສັງຄົມໃນພູຕານ ທີ່ມີການສອນເລື່ອງເພດສຶກສາແບບບໍ່ທົ່ວເຖິງ. ສະນັ້ນ ໂຄງການເພດສຶກສາຂອງພຣະສົງພູຕານ ຈຶ່ງໄດ້ຮັບເງິນສະໜັບສະໜູນຈາກກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA) ໃນການສ້າງຄວາມສຳນຶກຮູ້ໃນເລື່ອງເພດການຄຸມກຳເນີດ ລວມໄປເຖິງປະເດັນທາງເພດ ແລະ ເພດວິຖີອີກພ້ອມ.

“ເພດມັກຖືກເບິ່ງວ່າເປັນເລື່ອງບໍ່ດີ ແຕ່ຕອນນີ້ ເຮົາໄດ້ເຂົ້າມາສູ່ຂັ້ນທີ່ພວກເຮົາເຊື່ອວ່າ ເລື່ອງເພດຄວນຖືກປະຕິບັດຢ່າງປອດໄພ ແລະ ເຮົາກໍຄວນໃຫ້ຄຳແນະນຳກັບເດັກນ້ອຍຂອງເຮົາວ່າ ພວກເຂົາຄວນຈັດການຕົນເອງແບບໃດ ຫຼາຍກວ່າການທີ່ເວົ້າວ່າມັນເປັນເລື່ອງທີ່ຜິດບາບ ແລະ ບໍ່ໄດ້ໃຫ້ຄວາມຮູ້ທີ່ເໝາະສົມກັບພວກເຂົາ” ພຣະສົງອົງໜຶ່ງໄດ້ກ່າວໄວ້.

ສາສະໜາພຸດກັບສັງຄົມພູຕານແມ່ນມີຄວາມຜູກພັນກັນຫຼາຍ ເຊິ່ງການນຳວິຊາເພດສຶກສາເຂົ້າມາສອນໃນກຸ່ມພຣະນັ້ນ ກໍປຽບເໝືອນການນຳຄວາມຮູ້ຕ່າງໆມາສອນຕໍ່ແບບຖືກວິທີໃຫ້ຊຸມຊົມ ແລະ ຊ່ວຍໃຫ້ສັງຄົມພູຕານເຂົ້າເຖິງຄວາມຮູ້ຄວາມເຂົ້າໃຈ ໃນປະເດັນທາງເພດໃຫ້ຫຼາກຫຼາຍຂຶ້ນກວ່າເກົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/