ຝຣັ່ງສັ່ງປັບໄໝ “Google – Amazon” ໂທດຖານລະເມີດກົດການໃຊ້ຂໍ້ມູນຄຸກກີ້


ສຳນັກງານຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງຝຣັ່ງໄດ້ສັ່ງປັບ Google ເຊິ່ງຢູ່ໃນເຄືອຂອງ Alphabet Inc ເປັນວົງເງິນສູງເຖິງ 100 ລ້ານຢູໂລ (121 ລ້ານດອນລ່າ) ເນື່ອງຈາກ Google ລະເມີດກົດໝາຍຂອງຝຣັ່ງທີ່ກ່ຽວກັບການໃຊ້ຂໍ້ມູນຄຸກກີ້ (cookies) ໃນການຕິດຕາມພຶດຕິກຳຂອງຜູ່ໃຊ້ງານ Google ເພື່ອໃຊ້ປະໂຫຍດໃນດ້ານການໂຄສະນາ online.

ສຳນັກງານ CNIL (Commission Nationale de I’informatique et des libertes) ຂອງຝຣັ່ງເປີດເຜີຍໃນວັນພະຫັດ 10 ທັນວາ 2020 ທີ່ຜ່ານມາວ່າທາງ CNIL ຍັງໄດ້ສັ່ງປັບບໍລິສັດ Amazon ເຊິ່ງເປັນຍັກໃຫຍ່ດ້ານ e-commerce ຂອງສະຫະລັດອາເມຣິກາໃນຂໍ້ຫາດຽວກັນໂດຍສັ່ງປັບເປັນວົງເງິນ 35 ລ້ານຢູໂລ.

CNIL ລະບຸໃນການຖະແຫຼງການວ່າ Website ໃນຝຣັ່ງຂອງ Google ແລະ Amazon ບໍ່ໄດ້ຮັບຄວາມຍິນຍອມຈາກຜູ່ໃຊ້ງານ Website ຂອງທັງສອງບໍລິສັດໃນການບັນທຶກຂໍ້ມູນຄຸກກີ້ເພື່ອນຳໄປໃຊ້ປະໂຫຍດໃນດ້ານການໂຄສະນາ.

ນອກຈາກນີ້ CNIL ລະບຸວ່າ Google ແລະ Amazon ບໍ່ໄດ້ໃຫ້ຂໍ້ມູນທີ່ຊັດເຈນກັບຜູ່ໃຊ້ງານກ່ຽວກັບຄວາມຕັ້ງໃຈຂອງບໍລິສັດທີ່ຈະໃຊ້ຂໍ້ມູນຄຸກກີ້ Online ເຫຼົ່ານີ້ ລວມເຖິງວິທີການທີ່ຜູ່ໃຊ້ງານ Website ໃນຝຣັ່ງຂອງທັງສອງບໍລິສັດຈະສາມາດປະຕິເສດການໃຊ້ນະໂຍບາຍຂອງຄຸກກີ້ຂອງບໍລິສັດເຫຼົ່ານັ້ນ.

CNIL ເປີດເຜີຍວ່າທັງ Google ແລະ Amazone ມີເວລາ 3 ເດືອນທີ່ຈະປ່ຽນແປງແຖບແຈ້ງເຕືອນການໃຊ້ຂໍ້ມູນຄຸກກີ້ຂອງຜູ້ໃຊ້ງານ Website ຂອງບໍລິສັດ ເຊິ່ງຫາກທັງສອງບໍລິສັດບໍ່ດຳເນີນການຕາມນັ້ນກໍຈະຖືກສັ່ງປັບເພີ່ມອີກ 100,000 ຢູໂລຕໍ່ມື້ຈົນກວ່າຈະປະຕິບັດຕາມຂໍ້ກຳໜົດດັ່ງກ່າວ.

ທີ່ມາ: https://today.line.me/th/v2/article/%E0%B8%9D%E0%B8%A3%E0%B8%B1%E0%B9%88%E0%B8%87%E0%B9%80%E0%B8%A8%E0%B8%AA%E0%B8%AA%E0%B8%B1%E0%B9%88%E0%B8%87%E0%B8%9B%E0%B8%A3%E0%B8%B1%E0%B8%9A%20%E2%80%9C%E0%B8%81%E0%B8%B9%E0%B9%80%E0%B8%81%E0%B8%B4%E0%B8%A5%E0%B9%81%E0%B8%AD%E0%B8%A1%E0%B8%B0%E0%B8%8B%E0%B8%AD%E0%B8%99%E2%80%9D%20%E0%B9%82%E0%B8%97%E0%B8%A9%E0%B8%90%E0%B8%B2%E0%B8%99%E0%B8%A5%E0%B8%B0%E0%B9%80%E0%B8%A1%E0%B8%B4%E0%B8%94%E0%B8%81%E0%B8%8E%E0%B8%81%E0%B8%B2%E0%B8%A3%E0%B9%83%E0%B8%8A%E0%B9%89%E0%B8%82%E0%B9%89%E0%B8%AD%E0%B8%A1%E0%B8%B9%E0%B8%A5%E0%B8%84%E0%B8%B8%E0%B8%81%E0%B8%81%E0%B8%B5%E0%B9%89-nRKzaD