ຜ່ານໄປໄວແທ້! ວິທະຍຸກະຈາຍສຽງແຫ່ງຊາດລາວຄົບຮອບ 62 ປີ ແລ້ວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

ວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ສ້າງຕັ້ງຂຶ້ນໃນທ່າມກາງປະເທດຊາດຕົກຢູ່ໃນພາວະສົງຄາມຕໍ່ສູ້ປົດປ່ອຍຊາດຕ້ານກັບຈັກກະພັດ ຜູ້ຮຸກຮານ ທີ່ເຂດປົດປ່ອຍເມືອງວຽງໄຊ ແຂວງຫົວພັນ ໄດ້ຜ່ານຂະບວນການເຝິກຝົນຫຼໍ່ແຫຼມຢ່າງຕັ້ງໜ້າໃນເເປວໄຟປະຕິວັດບໍ່ພຽງແຕ່ດໍາລົງຄົງຕົວຢູ່ໄດ້ ແຕ່ຫາກຍັງເຕີບໃຫຍ່ຂະຫຍາຍຕົວໃນຫລາຍດ້ານ ແບກຫາບພາລະໜ້າທີ່ຢ່າງມີກຽດສະຫງ່າ ຈົນເຖິງປັດຈຸບັນວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ກາຍເປັນກະບອກສຽງທີ່ແຫຼຼມຄົມ ຂອງພັກ ເປັນເພື່ອນມິດກັບປະຊາຊົນ ພ້ອມທັງເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນຢ່າງເເທ້ຈິງ.

ວິທະຍຸກະຈາຍສຽງແຫ່ງຊາດລາວ

ໃນໂອກາດວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ກໍຄືວິທະຍຸກະຈາຍສຽງຝ່າຍປະເທດລາວໃນເມື່ອກ່ອນວັນທີ 13 ສິງຫາຄົບຮອບ 62 ປີ ທ່ານສຸວັນ ວິໄລເເສງ ຜູ້ອໍານວຍການໃຫຍ່ວິທະຍຸ ກະຈາຍສຽງແຫ່ງຊາດລາວ ໃຫ້ສໍາພາດຕໍ່ສື່ມວນຊົນມີບາງຕອນວ່າ: ນັບແຕ່ວິທະຍຸກະຈາຍສຽງຝ່າຍປະເທດໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ໄດ້ເຮັດໜ້າທີ່ປຸກລະດົມຂົນຂວາຍປະຊາຊົນລຸກຮືຂຶ້ນເຮັດການປະຕິວັດ ເພື່ອຕ້ານກັບຈັກກະພັດອາເມຣິກາ ແລະ ພວກປະຕິການຂາຍຊາດຢ່າງພິລະອາດຫານ, ເຊິ່ງວິທະຍຸກະຈາຍສຽງ ຝ່າຍປະເທດລາວໃນເວລານັ້ນ ນອກຈາກເຮັດໜ້າທີ່ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມ ການປະຕິວັດເພື່ອຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານແລ້ວ ຍັງເຮັດໜ້າທີ່ສໍາຄັນເປັນກະບອກສຽງທີ່ເເຫຼມຄົມຂອງພັກ ແລະ ລັດ,ເປັນເພື່ອນມິດກັບປະຊາຊົນໃນເຂດປົດປ່ອຍ ໃນການສະໜອງຂໍ້ມູນຂ່າວສານອອກສູ່ສັງຄົມ ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ທົ່ວປວງຊົນເຂົ້າຮ່ວມຂະບວນການປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດ.

ວິທະຍຸກະຈາຍສຽງແຫ່ງຊາດລາວ

ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ວິທະຍຸກະຈາຍສຽງຝ່າຍປະເທດລາວໄດ້ປ່ຽນຊື່ມາເປັນວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໄດ້ພັດທະນາຕົນເອງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງທັງທາງດ້ານປະລິມານແລະຄຸນະພາບ, ດ້ານເນື້ອໃນແລະເທັກນິກຕ່າງໆທີ່ນໍາໃຊ້ລະບົບທັນສະໄໝ ເພື່ອເປັນພື້ນຖານໃນການຂະຫຍາຍ ສະຖານີວິທະຍຸຢູ່ແຕ່ລະທ້ອງຖິ່ນ ແລະ ອື່ນໆ.

62 ປີ ຜ່ານມາ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຮັບການພັດທະນາດ້ານເທັກໂນໂລຢີເທື່ອລະກ້າວ ປັດຈຸບັນໄດ້ພັດທະນາໄປສູ່ຄຸນະພາບໃໝ່ ຢ່າງຮອບດ້ານ ເຮັດໃຫ້ການກະຈາຍສຽງໄປໄກ, ສຽງດີ ມີເນື້ອໃນເລິກເຊິ່ງ, ວ່ອງໄວ ແລະ ທັນເຫດການ. ຄຽງຄູ່ກັນນີ້ຈະເອົາໃຈໃສ່ຍົກສູງຄວາມຮູ້ຄວາມສາມາດໃຫ້ສະມາຊິກພັກ, ພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຢ່າງຕໍ່ເນື່ອງ ເພື່ອຮັບປະກັນເຮັດໃຫ້ການສະໜອງຂໍ້ມູນຂ່າວສານຮັບໃຊ້ສັງຄົມກ້າວໄປສູ່ຄຸນະພາບໃໝ່.

ວິທະຍຸກະຈາຍສຽງແຫ່ງຊາດລາວ

ທ່ານສຸວັນ ວິໄລເເສງ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວໃຫ້ຮູ້ອີກສ່າ: ສຳລັບວິທະຍຸແມ່ນເປັນສື່ທີ່ໂຄສະນາເຜີຍແຜ່ແນວທາງຂອງການປະຕິວັດຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນສະໄໝຕໍ່ສູ້ກູ້ຊາດ ເພື່ອຍົກສູງຈິດໃຈຕໍ່ສູ້ປົດປ່ອຍຊາດໃນສະໄໝນັ້ນ ເພື່ອເຕົ້າໂຮມສອງແຂວງພາກເໝືອ, ໂດຍການໂຄສະນາໃຫ້ປະຊາຊົນເຂົ້າຮ່ວມຂະບວນການປະຕິວັດ ເປັນກຳລັງຂອງຕົນເອງ ແລະ ໃຫ້ກຳລັງໃຈແກ່ອ້າຍນ້ອງທະຫານທີ່ອອກສູ່ສະໜາມຮົບທີ່ຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ໃນໄລຍະນັ້ນວິທະຍຸແມ່ນເປັນອາວຸດທີ່ແຫຼມຄົມທີ່ສຸດ ໃນການລະດົມຈິດໃຈຂອງນັກຮົບປະຕິວັດໃນສະໄໝນັ້ນ, ໂຄສະນາໃຫ້ອ້າຍນ້ອງທະຫານທີ່ຢູ່ແນວໜ້າມີກຳລັງໃຈສູ້ຮົບ ຈົນສາມາດປົດປ່ອຍປະເທດຊາດໄດ້ໃນວັນທີ 2 ທັນວາ ປີ 1975 ແລະ ຈາກນັ້ນໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສື່ວິທະຍຸແມ່ນມີບົດບາດທີ່ສຳຄັນທີ່ສຸດ ເພາະວ່າຕອນນັ້ນໂທລະພາບຍັງບໍໍ່ທັງເກີດ ກໍມີແຕ່ສື່ວິທະຍຸທີ່ເຮັດໜ້າທີ່ໂຄສະນາແນວທາງຂອງພັກ-ລັດ ແລະ ເຂົ້າເຖິງປະຊາຊົນ ວ່າປະຊາຊົນມີຄວາມຕ້ອງການອັນໃດ ບ່ອນໃດມີຄວາມຫຍຸ້ງຍາກ ກໍຕ້ອງສ່ອງແສງລາຍງານຕາມຄວາມເປັນຈິງ ແລະ ບັນຫານີ້ເຮັດໃຫ້ວິທະຍຸ ຂະຫຍາຍຕົວຈົນມາເຖິງປັດຈຸບັນນີ້.

ວິທະຍຸກະຈາຍສຽງແຫ່ງຊາດລາວ

ປັດຈຸບັນ ສປປ ລາວ ມີສະຖານີວິທະຍຸກະຈາຍສຽງ ທັງໝົດ 168 ສະຖານີ. ໃນນີ້, ຢູ່ສູນກາງມີ 9 ສະຖານີ (FM 7 ສະຖານີ, AM 2 ສະຖານີ), ທ້ອງຖິ່ນ 75 ສະຖານີ, ເຄືອຂ່າຍ 77 ສະຖານີ ແລະ ວິທະຍຸສາກົນ 2 ສະຖານີ ວິທະຍຸແມ່ນໄດ້ກະຈາຍສຽງທາງພາກພື້ນດິນຂອງລະບົບ AM ແລະ FM ກວມ 90% ຂອງພື້ນທີ່ທົ່ວປະເທດ. ນອກນັ້ນ, ໄດ້ກະຈາຍຜ່ານດາວທຽມ ແລະ ອິນເຕີເນັດກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫຼາຍປະເທດໃນໂລກ ສາມາດຮັບຟັງໄດ້. ປັດຈຸບັນ ວິທະຍຸສາມາດກະຈາຍສຽງຜ່ານລະບົບສື່ອອນລາຍໄດ້ຢ່າງທົ່ວເຖິງ ໂດຍສະເພາະວິທະຍຸກະຈາຍສຽງແຫ່ງຊາດ ລວມທັງວິທະຍຸບາງທ້ອງຖິ່ນ ກໍໄດ້ກະຈາຍພາກພາສາລາວ, ພາສາຊົນເຜົ່າ (ພາສາມົ້ງ ແລະ ກຶມມຸ) ແລະ ໄດ້ກະຈາຍເປັນພາສາຕ່າງປະເທດເຊັ່ນ: ຫວຽດນາມ, ຈີນ, ອັງກິດ, ຝຣັ່ງ.

ຂໍ້ມູນຈາກ: https://cutt.ly/eXapXkp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply