ງານເປິດຕົວ

ໃນທີ່ສຸດກໍ່ເປັນໄປຕາມຄາດເມື່ອງານເປິດຕົວຂອງ Event ຂອງ Apple ທີ່ຈົບລົງໄປສົດໆຮ້ອນໆ ໃນວັນທີ່ 15 ກັນຍາ 2020 ທີ່ຜ່ານມາຕາມເວລາທ້ອງຖິ່ນຂອງສະຫະລັດອາເມຣິກາ Apple ໄດ້ເລືອກເປິດຕົວຜະລິດຕະພັນໃຫມ່ພຽງແຕ່ 2 ຢ່າງເທົ່ານັ້ນ ປະກອບດ້ວຍ Apple Watch ແລະ iPad ເຊິ່ງຍັງບໍ່ມີການປາກົດຕົວຂອງ iPhone 12  ທີ່ມີຂ່າວອອກມາກ່ອນໜ້ານີ້ວ່າຈະວາງຈຳໜ່າຍພ້ອມກັນຫຼາຍເຖິງ 4 Model ແລະ ສາມາດຮອງຮັບ 5G.

ໂດຍ ທິມ ຄຸກ ໄດ້ເວົ້າໃນຕອນຕົ້ນວ່າ Apple Watch ແລະ iPad ເປັນຜະລິດຕະພັນທີ່ມີອິດທິພົນກັບຕົວເຂົາ ແລະ ຍັງຊ່ວຍໃຫ້ຊີວິດຂອງຜູ້ໃຊ້ງານຫຼາຍໆຄົນມີປະສິດທິພາບ ແລະ ສະດວກສະບາຍຫຼາຍຂຶ້ນ ໂດຍສະເພາະຕົວເຂົາເອງທີ່ໃຊ້ໂມງ ທັງໃນການອ່ານຂໍ້ຄວາມ, ກວດສອບປະຕິທິນການເຮັດວຽກ, ການຕິດຕາມການເຮັດວຽກຂອງຫົວໃຈ ລວມເຖິງການຟັງເພງ.

ສ່ວນຝັ່ງ iPad ກໍ່ບໍ່ນ້ອຍໜ້າເພາະຕະຫຼອດໄລຍະເວລາກວ່າ 10 ປີທີ່ເລີ່ມວາງຈຳໜ່າຍ iPad ໄດ້ຖືກຈຳໜ່າຍໄປແລ້ວຫຼາຍກວ່າ 500 ລ້ານໜ່ວຍທົ່ວໂລກໂດຍໃນຈຳນວນນີ້ 53% ຂອງຜູ້ຊື້ iPad ທັ້ງໝົດຄືລູກຄ້າໜ້າໃຫມ່ທີ່ຕັດສິນໃຈຊື້ເຄື່ອງເທື່ອທຳອິດ.

ສ່ວນຜະລິດຕະພັນທີ່ Apple ເປີດຕົວອອກມາໃຫມ່ໃນເທື່ອນີ້ຈະມີອີຫຍັງໃຫມ່ໆທີ່ໜ້າສົນໃຈແດ່ ທີມງານ Lao X ໄດ້ສະຫຼຸບ ແລະ ລວບລວມມາໄວ້ໃຫ້ທ່ານແບບໝົດແລ້ວໃນໂພສນີ້ແລ້ວ.

ມາພ້ອມກັບ “ ເຊັນເຊີ້ວັດລະດັບອົກຊີແຊນໃນເລືອດ ” ໄດ້ດ້ວຍຕົວເອງພາຍໃນໄລຍະເວລາພຽງ 15 ວິນາທີ ວັດໄດ້ທຸກບ່ອນທຸກເວລາເພື່ອປະໂຫຍດດ້ານສຸຂະພາບ ແລະ ການອອກກຳລັງກາຍ ແຖມຍັງໃຊ້ຄຽງຄູ່ກັບລັກສະນະຕິດຕາມຂໍ້ມູນການນອນຫຼັບເທິງ Watch OS 7.

  • Gauge ວັດຄວາມສູງຂອງ Always-on-altimeter ກວດວັດລະດັບຄວາມສູງຈາກພື້ນດິນເໝາະກັບສາຍເທວ ( เทรล ) ຄົນອອກກຳລັງກາຍແນວປະຈົນໄພໃຊ້ງານເວລາປີນໜ້າຜາ ຫຼື ເດິນປ່າ ພ້ອມສະແດງຂໍ້ມູນໄດ້ແບບ Real time .
  • ໂຫມດ Always on Display ຫຼື ການສະແດງຜົນຕະຫຼອດເວລາເທິງ Retina ຖືກປັບປຸງໃຫ້ສະແດງຜົນໄດ້ແຈ້ງຂຶ້ນກວ່າລຸ້ນເກົ່າ ( Apple watch Series 5 ) ທີ່ 2.5 ເທົ່າ.
  • ໃຊ້ຊິບປະມວນຜົນ  S6 ພ້ອມ Dual-core Processor A13 Bionic ( ແບບດຽວກັບ iPhone 11 ) ຊ່ວຍໃຫ້ເຮັດວຽກໄດ້ໄວຂຶ້ນຈາກລຸ້ນເກົ່າ 20%.
  • Batteryໃຊ້ງານໄດ້ຕໍ່ເນື່ອງດົນເຖິງ 18 ຊົ່ວໂມງ.
  • ຕົວໂມງມີວັດສະດຸໃຫ້ເລືອກດ້ວຍກັນຫຼາຍເຖິງ 3 ແບບປະກອບດ້ວຍ:
  • Aluminum version ສີເງິນ, ສີຟ້າ, ສີເທົາ Space Gray, ສີທອງ ແລະ ສີແດງ ( Product ) RED ທີ່ມາພ້ອມສາຍສີແດງ.
  • ລຸ້ນ Stainless steel  Graphite color ( ດໍາເທົາ ) ແລະ Yellow Glow Color ແບບ
    Classic.
  • ລຸ້ນ Apple Watch Edition ຕົວໂມງ Titanium ສີດຳທຳມະຊາດ ແລະ ສີດຳ Space Black .
  • ສາຍແບບຊິລີໂຄນທີ່ມາພ້ອມຕົວໂມງທົ່ວໄປຖືກປັບມາໃຊ້ແບບ Solo Loop ບໍ່ມີຕົວຫມຸດ ( ກລັດ )  ແຕ່ຮັດໃຫ້ແນບໄປກັບຂໍ້ແຂນແທນ ມີໃຫ້ເລືອກ 7 ສີ, ສາຍຖັກເປຍທີ່ເຮັດມາຈາກດ້າຍໂພລີ Ester 5 ສີ, ສາຍໜັງ Leather Link, ສາຍ Nike Sport Band ແລະ Sport Loop ແລະ ສາຍແບບ Simple Tour ຫຼື Double Tour ຂອງ Hermès
  • ໜ້າປັດໃຫມ່ໆ Chronograph ແບບໃຫມ່, Typograph ຫຼີ້ນກັບຕົວເລກ, ຕົວອັກສອນ,​ Graphics ຮູບແບບຕ່າງໆ ທີ່ເຮັດຮ່ວມກັບສີ artist ແບບ Custom ໄປຈົນຮອດໜ້າປັດແບບ Memoji ທີ່ໃຊ້ໜ້າຕົວກາຕູນ 3 ມິຕິຂອງເຮົາມາຕັ້ງເປັນໜ້າຈໍໄດ້.
  • Features Family Setup ຊ່ວຍໃຫ້ຈັບຄູ່ໂມງຂອງລູກໆ ຫຼື ພໍ່ແມ່ ຜູ້ສູງອາຍຸທີ່ອາດຈະຍັງບໍ່ມີ iPhone ໄດ້ຜ່ານ iPhone ຂອງເຮົາເຄື່ອງດຽວ ເຊິ່ງໃຊ້ງານໃນໄທໄດ້ໂດຍຜ່ານ  Operator ທີ່ເປັນ Partners ໃຫ້ກັບ Apple ຢ່າງ AIS, TrueMove H ແລະ dtac ເໝາະກັບການໃຊ້ງານຕິດຕາມເດັກນ້ອຍ ເພື່ອປ້ອງກັນການຫຼົງຈາກກັນ.
  • ລາຄາການວາງຂາຍ: Apple Watch Series 6 ( ລຸ້ນ GPS ) ລາຄາເລີ່ມຕົ້ນແມ່ນ 13,400 ບາດ ແລະ Apple Watch Series 6 ( ລຸ້ນ GPS + Cellular ) ລາຄາເລີ່ມຕົ້ນແມ່ນ 16,900 ບາດ.
  • ກຳນົດການວາງຂາຍ: ຕ່າງປະເທດເລີ່ມວາງຈຳໜ່າຍຕັ້ງແຕ່ວັນສຸກທີ່ 18 ກັນຍາ 2020 ເປັນຕົ້ນໄປ ສ່ວນໃນປະເທດໄທໃຫ້ຂໍ້ມູນວ່າຈະເລີ່ມວາງຂາຍໄວໆນີ້:
  • Apple Watch Model ລາຄາປະຢັດເຂົ້າເຖິງໄດ້ງ່າຍຂຶ້ນ.
  • ຈໍ Retina ມີ Features ມາຕອນວັດຄວາມສູງ Always – on – altimeter ຄືກັບ Series 6 .
  • ໃຊ້ Sip S5ໄວກວ່າ Apple Watch Series 3 ເຖິງ 2 ເທົ່າ Processor ແບບ Dual – core Digital Crown.
  • ຮອງຮັບ Features ການໃຊ້ງານໃນໂຫມດ Family Setup.
  • ລາຄາວາງຈຳໜ່າຍ: Apple Watch SE ( GPS ) ເລີ່ມຕົ້ນທີ່ 9,400 ບາດ ແລະ Apple  Watch SE ( GPS + Cellular ) ເລີ່ມຕົ້ນທີ່ 10,900 ບາດ.
  • ກຳນົດເວລາວາງຂາຍ: ໄວໆນີ້
  • Package ບໍລິການແບບ Buffet ຈາກ Apple  ທີ່ຊ່ວຍໃຫ້ຜູ້ໃຊ້ງານສາມາດສະໝັກໃຊ້ບໍລິການໄດ້ຄົບທຸກບໍລິການຈົບໃນເຄື່ອງດຽວ.
  • ຄວບຄຸມຕັ້ງແຕ່ iCloud, Apple Music, Apple TV+, Apple Arcade, Apple News+ ແລະ Apple Fitness+ (ບາງບໍລິການບໍ່ໄດ້ຄວບຄຸມພື້ນທີ່ການໃຫ້ບໍລິການໃນທຸກປະເທດ ).
  • iPad ລຸ້ນທີ່ 8 ຈໍ Retina ຂະໜາດ 10.2 ນິ້ວ.
  • ໃຊ້ຊິບ A12 Bionic CPU ໄວກວ່າລຸ້ນເກົ່າ 40 % ປະມວນຜົນ Graphics ໄວກວ່າເກົ່າ 2 ເທົ່າມາພ້ອມ Neura Engine.
  • Apple Claim ອີກວ່າ iPad ລຸ້ນທີ່ 8 ສາມາດປະມວນຜົນໄດ້ໄວກວ່າ Notebook Tablet ລຸ້ນອື່ນໆ ໃນທ້ອງຕະຫຼາດແບບເຫີນຫ່າງ ( ໄວກວ່າ Laptop ຂອງຄ່າຍ Windows 2 ເທົ່າ, Tablet ຈາກ Android 3 ເທົ່າ, ແລະ Chromebook 6 ເທົ່າ ).
  • ເຮັດວຽກຄູ່ກັບ Apple Pencil ( ລຸ້ນທີ່ 1 ລາຄາ 3,400 ບາດ ) ແລະ Smart Keyborad ( ລາຄາ 5,290 ບາດ ), ( ຕ້ອງຊື້ອຸປະກອນເສິມແຍກ ).
  • ລາຄາວາງຈຳໜ່າຍ: ເລິ່ມຕົ້ນ 10,900 ບາດ ສຳຫຼັບລຸ້ນ Wi-Fi ແລະ 15,400 ບາດ ສຳຫຼັບລຸ້ນ Wi-Fi + Cellular ມີໃຫ້ເລືອກໃນສີເງິນ, ສີເທົາ Space Gray ແລະ ສີທອງ ໃນລຸ້ນຄວາມຈຳ 32 GB ແລະ 128 GB.
  • ກຳນົດການວາງຂາຍ: ໃນຕ່າງປະເທດເລີ່ມຂາຍຕັ້ງແຕ່ວັນສຸກ 18 ກັນຍາ 2020 ນີ້ເປັນຕົ້ນໄປ ສ່ວນໃນໄທ Apple ໄດ້ລະບຸວ່າຈະຈຳໜ່າຍໃນໄວໆນີ້.
  • iPad Air ຈໍ Lipuid Retina ຂະໜາດ 10.9 ນິ້ວ ( 2360 x 1650 ) ສະແດງຜົນແບບ True Tone.
  • ໃຊ້ Sip A14 Bionic 6 core CPU ຊ່ວຍໃຫ້ເຮັດວຽກໄວກວ່າລຸ້ນກ່ອນໜ້າ 40% ສະແດງຜົນ Graphics ໄດ້ໄວກວ່າເກົ່າ 30%.
  • ຍ້າຍປຸ່ມ Sensor Touch ID ມາໄວ້ບໍລິເວນດ້ານເທິງຕົວເຄື່ອງຝັ່ງຂວາ ທີປຸ່ມ Sleep/Wake ຂອງ iPad Air.
  • ມີໃຫ້ເລືອກຫຼາຍເຖິງ 5 ສີຄື: ສີເງິນ, ສີເທົາ Space Gray, ສີ Rose gold, ສີຂຽວ ແລະ ສີ Sky Bule.
  • ໃຊ້ USB – C Port ຊ່ວຍໃຫ້ໂອນຖ່າຍຂໍ້ມູນໄດ້ໄວກວ່າລຸ້ນເກົ່າ 10 ເທົ່າຜ່ານສາຍ.
  • ກ້ອງໜ້າ 7 MP ກ້ອງຫຼັງ 12 MP.
  • ຮອງຮັບ Apple PENCIL ລຸ້ນທີ 2 ສຳຫຼັບ iPad Air ( ລາຄາ 4,490 ບາດ ) ແລະ Magic Keyboard ສຳຫຼັບຜູ້ໃຊ້ iPad Air ແລະ Smart Keyboard Folio ມີຂາຍແຍກອີກຕ່າງຫາກ.
  • ລາຄາການວາງຂາຍ: ເລີ່ມຕົ້ນທີ່ 19,900 ບາດ ແລະລຸ້ນ WiFi + Cellular ຂາຍໃນລາຄາເລີ່ມຕົ້ນ 24,400 ບາດ ໂດຍມີໃຫ້ເລືອກທັ້ງຂະໜາດ 64 GB ແລະ 256 GB.
  • ກຳນົດການວາງຂາຍ: ແມ່ນຈະວາງຂາຍໃນໄວໆນີ້.

ຮຽບຮຽງໂດຍ: ກະຕຸກ.IQ2%

ກວດສອບໂດຍ: Tabee vorlasin

ທີ່ມາ: https://m.facebook.com/story.phpstory_fbid=2544655549160655&id=1683658098593742