ຜົນການສຶກສາຜູ້ຕິດເຊື້ອ Omicron ຈາກອາຟຣິກາໃຕ້ ເຜີຍວ່າມັນຊ່ວຍສ້າງພູມຕ້ານທານຕໍ່ສາຍພັນ Delta ໄດ້


ທີ່ປະເທດອາຟຣິກາໃຕ້, ທາງນັກວິທະຍາສາດໄດ້ໃຫ້ຄຳເຫັນຫຼັງຈາກການສຶກສາເຊື້ອໂຄວິດ-19 ສາຍພັນ ໂອໄມຄຣອນ (Omicron) ວ່າມັນສາມາດກຳຈັດສາຍພັນຮ້າຍແຮງຢ່າງ ເດລຕ້າ (Delta) ເນື່ອງຈາກວ່າຂໍ້ມູນໄດ້ເຜີຍວ່າ ການຕິດເຊື້ອດັ່ງກ່າວນັ້ນຈະເພີ່ມລະດັບພູມຕ້ານທານຕໍ່ເຊື້ອໂຄວິດສາຍພັນກ່ອນໜ້າໄດ້.

ເຖິງຢ່າງໃດກໍຕາມ, ການວິໄຈນີ້ຍັງທົດລອງກັບກຸ່ມອາສາສະໝັກຈຳນວນໜ້ອຍ ແລະ ຍັງບໍ່ໄດ້ຜ່ານການປະເມີນເທື່ອ. ຕົວອາສາສະໝັກນັ້ນມີທັງໝົດ 33 ຄົນ ພ້ອມທັງແບ່ງອອກເປັນກຸ່ມທີ່ໄດ້ຮັບວັກຊີນ ແລະ ກຸ່ມທີ່ຍັງບໍ່ໄດ້ຮັບວັກຊີນ ທີ່ໄດ້ມີການຕິດເຊື້ອໂຄວິດສາຍພັນໂອໄມຄຣອນ.

ຜົນໄດ້ສະແດງໃຫ້ເຫັນວ່າ ການຕິດເຊື້ອຈາກສາຍພັນໂອໄມຄຣອນໄດ້ເພີ່ມລະດັບການປັບພູມຕ້ານທານຂຶ້ນເປັນ 14 ເທົ່າ ພາຍໃນເວລາ 14 ມື້ ແລະ ຍັງພົບວ່າ ພູມຕ້ານທານຕໍ່ສາຍພັນເດລຕ້າເພີ່ມຂຶ້ນເຖິງ 4.4 ເທົ່າ. ມັນໄດ້ສະແດງໃຫ້ເຫັນວ່າ ຕົວຜູ້ທີ່ຕິດເຊື້ອໂອໄມຄຣອນນັ້ນມີພູມຕ້ານທານທີ່ສາມາດລົດປະສິດທິພາບຂອງສາຍພັນເດລຕ້າໄດ້ ຈຶ່ງແປວ່າອາດສາມາດກຳຈັດ ແລະ ຫຼຸດຜ່ອນຄວາມສ່ຽງທີ່ຈະກັບມາຕິດສາຍພັນເກົ່ານີ້ອີກ.

ຊ່ຽວຊານໄດ້ເພີ່ມອີກວ່າ ຫາກເຊື້ອຂອງໂອໄມຄຣອນນັ້ນຮຸນແຮງໜ້ອຍກວ່າຂອງເດລຕ້າ ການຕິດເຊື້ອໂຄວິດ-19 ທີ່ສາຫັດຈົນຕ້ອງເຂົ້າໂຮງໝໍ ຫຼື ສ່ຽງເສຍຊີວິດ ກໍຈະລົດລົງ ແລະ ຜູ້ທີ່ຕິດເຊື້ອກໍຈະບໍ່ສົ່ງຜົນໃຫ້ເກີດຄວາມຫຍຸ້ງຍາກຕໍ່ຜູ້ອື່ນລວມທັງສັງຄົມ. 

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/