ຜົນການວິໄຈເຜີຍວ່າການຢູ່ໃກ້ຫົນທາງຈະລາຈອນໜາແໜ້ນເຮັດໃຫ້ຄວາມສ່ຽງສະໝອງເສື່ອມເພີ່ມຂຶ້ນ


ຜົນການວິໄຈຫຼ້າສຸດຂອງແຄນນາດາ ເຊິ່ງຕີພິມໃນວາລະສານ Lancet ບົ່ງຊີ້ວ່າ ຜູ່ທີ່ອາໄສຢູ່ໃກ້ກັບຫົນທາງໃຫຍ່ທີ່ມີການຈະລາຈອນໜາແໜ້ນ ມີຄວາມສ່່ຽງຈະເປັນໂຣກສະໝອງເສື່ອມສູງກວ່າຜູ່ທີ່ຢູ່ຫ່າງໄກອອກໄປ, ເຊິ່ງມົນລະພິດ ແລະ ສຽງລົບກວນອາດຈະເປັນສາເຫດຫຼັກທີ່ເຮັດໃຫ້ເກີດອາການນີ້ໄດ້.

ນັກວິໄຈໄດ້ຕິດຕາມສຶກສາບັນທຶກສຸຂະພາບຂອງຄົນທີ່ເປັນປະຊາກອນຕົວຢ່າງ 2 ລ້ານຄົນ ພົບວ່າຜູ່ທີ່ຢູ່ອາໄສໃນລັດສະໝີ 50 ແມັດຈາກຫົນທາງສາຍຫຼັກ ມີຄວາມສ່ຽງເປັນໂຣກສະໝອງເສື່ອມສູງກວ່າ 7% ແລະ ຜູ່ທີ່ຢູ່ຫ່າງໃນໄລຍະ 50-100 ແມັດ ມີຄວາມສ່ຽງເປັນໂຣກສະໝອງເສື່ອມສູງກວ່າ 4% ສ່ວນຜູ່ທີ່ອາໄສຢູ່ໃນໄລຍະຫ່າງ 101-200 ແມັດ ມີຄວາມສ່ຽງເປັນໂຣກສະໝອງເສື່ອມສູງກວ່າ 2%.

ນາຍແພດ ຫົງ ເຊິນ ຈາກສຳນັກງານສາທາລະນະສຸກລັດອອນຕາຣີໂອ ໜຶ່ງໃນຄະນະນັກວິໄຈລະບຸວ່າ  ປະຊາກອນທີ່ເພີ່ມຂຶ້ນ ແລະ ການຂະຫຍາຍຂອງຕົວເມືອງໃຫຍ່ ເຮັດໃຫ້ຄົນຈຳນວນຫຼາຍຕ້ອງອາໄສຢູ່ໃກ້ກັບບໍລິເວນທີ່ການຈະລາຈອນໜາແໜ້ນ, ເຊິ່ງຈະພາໃຫ້ເກີດບັນຫາດ້ານສຸຂະພາບທີ່ເປັນບັນຫາໃຫຍ່ໃນອະນາຄົດ ໂດຍສຽງລົບກວນ ແລະ ມົນລະພິດທາງອາກາດທີ່ເກີດຈາກຝຸ່ນລະອອງຂະໜາດນ້ອຍ ເຊັ່ນອະນຸພາກຈາກຢາງລົດທີ່ຫຼຸດອອກມາສຽດສີກັບພື້ນຫົນທາງ ແລະ ໄນໂຕຣເຈນອອກໄຊ ອາດເປັນສາເຫດທີ່ເຮັດໃຫ້ເກີດສະໝອງເສື່ອມໄດ້, ແຕ່ນັກວິໄຈຕ້ອງສຶກສາເພີ່ມເຕີມຕໍ່ໄປ ເພື່ອໃຫ້ໄດ້ຂໍ້ມູນທີ່ຊັດເຈນເຖິງຄວາມກ່ຽວຂ້ອງກັນໃນກໍລະນີນີ້.

ປັດຈຸບັນ ມີຜູ່ທີ່ປ່ວຍໂຣກສະໝອງເສື່ອມຢູ່ປະມານ 50 ລ້ານຄົນທົ່ວໂລກ, ເຊິ່ງເຮັດໃຫ້ຄວາມຈື່ຈຳ ແລະ ຄວາມສາມາດໃນການປະມວນຜົນຂອງສະໝອງ ລວມທັງປະສິດທິພາບໃນການຄວບຄຸມສ່ວນຕ່າງໆຂອງຮ່າງກາຍລົດລົງ ແຕ່ວົງການການແພດຍັງບໍ່ສາມາດລະບຸສາເຫດທີ່ຊັດເຈນຂອງໂຣກນີ້ໄດ້, ການປ້ອງກັນສະໝອງເສື່ອມ ອາດເຮັດໄດ້ດ້ວຍການຮັບປະທານອາຫານທີ່ມີປະໂຫຍດ, ຢຸດການສູບຢາສູບ ແລະ ໝັ່ນອອກກຳລັງກາຍ.

ທີ່ມາ: https://www.bbc.com/thai/international-38515301