ງານວິໄຈ

ຂຶ້ນຊື່ວ່ານັກກິລາ ຫຼາຍຄົນອາດຈະຄິດວ່າຈະຕ້ອງເປັນຄົນທີ່ມີສຸຂະພາບແຂງແຮງ ແຕ່ຮູ້ຫຼືບໍ່ວ່າກິລາຫຼາຍປະເພດທີ່ບັນດານັກກິລາຈະຕ້ອງໃຊ້ກຳລັງ ແລະ ຮ່າງກາຍຂອງພວກເຂົາ ໃນການກະທົບໜັກໆໃນການແຂ່ງຂັນ ມັນເຮັດໃຫ້ນັກກິລາເຫຼົ່ານັ້ນສ່ຽງຕໍ່ການເກີດພາວະສະໝອງເສື່ອມຫຼາຍກວ່າຄົນປົກກະຕິຫຼາຍເທົ່າ.

ຈາກຜົນວິໄຈຂອງນັກວິທະຍາສາດຈາກ 9 ສະຖາບັນຊັ້ນນຳຂອງໂລກຢ່າງມະຫາວິທະຍາໄລ ຮາວາດ (Harvard University), ມະຫາວິທະຍາໄລ ບອສຕັນ (Boston University), ມະຫາວິທະຍາໄລ ແຫ່ງ ຊິດນີ້ (University of Sydney), ມະຫາວິທະຍາໄລແຫ່ງໂອກແລນ (University of Auckland), ມະຫາວິທະຍາໄລແຫ່ງ ມິຊິແກນ (University of Michigan), ມະຫະວິທະຍາໄລ ແຫ່ງແຄຣິຟໍເນຍ-ຊານຟຣານຊິສໂກ (University of California-San Francisco), ມະຫາວິທະຍາໄລແຫ່ງ ເຊົາເປົາໂລ (University of Sao Paulo), ມະຫາວິທະຍາໄລ ເມວເບີນ (University of Melbourne), ມະຫາວິທະຍາໄລ ອັອກຟອດ (Oxford Brookes University) ແລະ ມູນນິທິ ການກະທົບກະເທືອນທາງສະໝອງ ສະແດງໃຫ້ເຫັນວ່າ ນັກກິລາທີ່ມີການກະທົບກັນສູງ ມີທ່າອ່ຽງທີ່ຈະພັດທະນາເປັນໂຣກສະໝອງເຊື່ອມ ຈາກອາການບາດເຈັບຊຳເຮື້ອ ຫຼື ໂຣກ CTE ຫຼາຍກວ່າຜູ້ທີ່ບໍ່ໄດ້ຫຼິ້ນກິລາທີ່ມີການກະທົບ ເຖິງ 68 ເທົ່າ.

ງານວິໄຈ

ດຣ. ຄຣິສ ໂນວິສກີ້ (Dr. Chris Nowinski) ຫົວໜ້າທີມວິໄຈ ແລະ ຫົວໜ້າຜູ້ບໍລິຫານຂອງ ມູນນິທິ ການກະທົບກະເທືອນທາງສະໝອງ ກ່າວວ່າ: “ການວິໄຈຄັ້ງນີ້ເຮັດໃຫ້ເຮົາມີຄວາມໝັ້ນໃຈທາງວິທະຍາສາດສູງສຸດວ່າການກະທົບຂອງຫົວຊໍ້າໆ ເຮັດໃຫ້ເກີດໂຣກ CTE, ໜ່ວຍງານກຳກັບດູແລກິລາ ຄວນເຫັນເຖິງຄວາມສຳຄັນຂອງການກະທົບຂອງຫົວທີ່ສົ່ງຜົນໃຫ້ເກີດໂຣກ CTE ແລະ ພວກເຂົາບໍ່ຄວນເຮັດໃຫ້ປະຊາຊົນເຂົ້າໃຈຜິດກ່ຽວກັບສາເຫດຂອງໂຣກ CTE ໃນຂະນະທີ່ນັກກິລາເສຍຊີວິດ ແລະ ຖືກທຳຮ້າຍດ້ວຍໂຣກນີ້ມາຫຼາຍຄົນແລ້ວ”.

ງານວິໄຈ

ຜ່ານການຄົ້ນຄວ້າພົບວ່າ ກິລາທີ່ມີການກະທົບກັນຫຼາຍ ແລະ ສ່ຽງຕໍ່ການເປັນໂຣກ CTE ຫຼາຍທີ່ສຸດມີ: ບານເຕະ, ຣັກບີ້, ມວຍ ແລະ ຮັອກກີ້ນໍ້າແຂງ. ທາງຄະນະນັກວິໄຈຍັງກ່າວວ່ານີ້ເປັນໜ້າທີ່ຂອງສະມາຄົມກິລາລະດັບໂລກຢ່າງ FIFA, IOC, NHL, NFL ທີ່ຈະຕ້ອງແຈ້ງໃຫ້ນັກກິລາ ແລະ ຄອບຄົວ ພ້ອມກັບດຳເນີນການຕາມຂັ້ນຕອນທີ່ເໝາະສົມໃນການປ້ອງກັນ ແລະ ບັນເທົາໂຣກ CTE.

ງານວິໄຈ

ນອກຈາກນີ້ ທາງຄະນະວິໄຈຍັງໄດ້ກ່າວເຖິງລີກ ຣັກບີ້ ຂອງອາເມຣິກາ ຢ່າງ NFL ວ່າ: “ພວກເຂົາໃຊ້ເງິນຫຼາຍລ້ານໂດລາ ໃນການເຟັ້ນຫານັກກິລາໃນແຕ່ລະປີ ແຕ່ບໍ່ເຄີຍເປີດເຜີຍເຖິງຄວາມສ່ຽງຕໍ່ໂຣກ CTE ເລີຍ”.

ງານວິໄຈ

ສຳລັບກິລາບານເຕະເອງ ທີ່ນຳໂດຍ ສະມາຄົມບານເຕະປະເທດອັງກິດຢ່າງ FA ກໍໄດ້ປະກາດເມື່ອຕົ້ນເດືອນທີ່ຜ່ານມາວ່າ ຈະເລີ່ມທົດລອງການຍຸຕິໃນການໃຊ້ຫົວຕີບານ ໃນການແຂ່ງຂັນບານເຕະ ລະດັບສະໝັກຫຼິ້ນ ແລະ ລະດັບເຍົາວະຊົນ.

         ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply