ວັນທີ 7 ມັງກອນ ທີ່ປະເທດຍີ່ປຸ່ນ ລັດຖະບານໄດ້ປະກາດຈັບມືກັບອະນິເມະຊື່ດັງຢ່າງເລື່ອງ Tokyo Revengers ເພື່ອສ້າງວີດີໂອແຄມເປນສະໜັບສະໜູນການປ່ຽນແປງອາຍຸທີ່ຈະບັນລຸນິຕິພາວະຂອງໄວໜຸ່ມໃນປະເທດ. ເນື່ອງຈາກວ່າຕັ້ງແຕ່ໃດມາ ຍີ່ປຸ່ນໄດ້ມີກົດໝາຍການບັນລຸນິຕິພາວະເປັນໄວໜຸ່ມອາຍຸ 20 ປີ ແລະ ໃນເດືອນເມສາປີນີ້ ກໍຈະໄດ້ມີການລົດລົງມາຢູ່ທີ່ 18 ປີ ພວກເຂົາຈະໄດ້ກາຍເປັນຜູ້ໃຫຍ່ຢ່າງຖືກກົດໝາຍ.
ການຮ່ວມມືຄັ້ງນີ້ຈະມີປ່ອຍວິດີໂອໂຄສະນາ ແລະ ວີດີໂອລົງໃນເວັບໄຊອີກ 5 ສ່ວນ ພາຍໃຕ້ຊື່ “New Adults, make your own future” ຫຼື “ຜູ້ໃຫຍ່ຍຸກໃໝ່, ສ້າງອະນາຄົດຂອງຕົນເອງ” ເນື້ອໃນຂອງວິດີໂອແຄມເປນແມ່ນເພື່ອຍົກປະເດັນສິດທິຕ່າງໆ ທີ່ເມື່ອພວກເຂົາໃຫຍ່ຂຶ້ນກໍຈະໄດ້ຄຳນຶງເຖິງພວກມັນ ໂດຍຈະນຳໃຊ້ຕົວລະຄອນໃນອະນິເມະເລື່ອງ Tokyo Revengers ເຊິ່ງເປັນຕົວລະຄອນທີ່ມີອາຍຸໃກ້ຄຽງກັບກຸ່ມເປົ້າໝາຍ ມາຍົກປະເດັນສິ່ງທີ່ຕ້ອງຄວນລະວັງວ່າເມື່ອບັນລຸນິຕິພາວະກໍຈະບໍ່ມີຜູ້ປົກຄອງມາຮອງຮັບຫຍັງໃຫ້ພວກເຂົາອີກແລ້ວ.
ການປ່ຽນແປງນິຍາມຂອງການບັນລຸນິຕິພາວະ ທີ່ຈະເລີ່ມເປັນຜົນໃນວັນທີ 1 ເດືອນເມສາເປັນຕົ້ນໄປນີ້ ນັບວ່າເປັນການປ່ຽນແປງຄັ້ງທຳອິດໃນຮອບ 140 ປີ ຂອງປະເທດຍີ່ປຸ່ນ. ນອກຈາກນີ້ ມັນຍັງແມ່ນການສະແດງຄວາມນັບຖືບັນດາໄວໜຸ່ມອາຍຸ 18 ປີ ທີ່ລະບຸຕົນເອງວ່າເປັນຜູ້ໃຫຍ່ ເພື່ອຈະມີສ່ວນຮ່ວມທີ່ໃຫຍ່ຂຶ້ນໃນສັງຄົມ.
ເຖິງຢ່າງໃດກໍຕາມ, ການກຳນົດອາຍຸທີ່ຈະສາມາດດື່ມສິ່ງມຶນເມົາ, ການສູບຢາ ລວມໄປເຖິງການພະນັນຢ່າງຖືກກົດໝາຍກໍຍັງຢູ່ທີ່ອາຍຸ 20 ປີເທົ່າເດີມ.
ຂອບໃຈຂໍ້ມູນຈາກ:
ຮັບຊົມວິດີໂອຕົວຢ່າງ: https://cutt.ly/zIw89fb
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/