ຜູ້ສ້າງເວັບໄຊດັງທີ່ໃຊ້ຕິດຕາມໂຄວິດໃນອອສເຕເລຍແມ່ນກຸ່ມເດັກໄວໜຸ່ມອາຍຸ 14 – 15 ປີ


ໃນປະເທດອອສເຕເລຍໄດ້ມີເວັບໄຊຕິດຕາມສະຖິຕິໂຄວິດ-19 ທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ. ຈົນປັດຈຸບັນ, ຜູ້ກໍ່ຕັ້ງເວັບໄຊທັງ 3 ຄົນກໍໄດ້ເປີດເຜີຍຕົນເອງລົງທະວິດເຕີຂອງເວັບໄຊ. ປາກົດວ່າທັນທີທີ່ທົ່ວໂລກອອນລາຍໄດ້ເຫັນໜ້າຕາຂອງທັງສາມກໍພາກັນຕົກໃຈວ່າພວກເຂົາຍັງເປັນພຽງເດັກໜຸ່ມເທົ່ານັ້ນ.

Jack, Wesley ແລະ Darcy ອາຍຸ 14 ແລະ 15 ປີ ຈາກເມລເບີນ, ອອສເຕເລຍ. ພວກເຂົາໄດ້ຈັດຕັ້ງເວັບໄຊຊື່ວ່າ CovidBaseAU ໂດຍນິລະນາມ. ເນື່ອງຈາກຕົວ Jack ນັ້ນຮູ້ສຶກຫງຸດຫງິດກັບການຊອກຫາຂໍ້ມູນສະຖິຕິຂອງໂຄວິດ-19. ຍ້ອນວ່າຂໍ້ມູນຢ່າງເປັນທາງການຈາກທັງແປດລັດໃນອອສເຕເລຍນັ້ນມັກຈະລົງໃນເວລາທີ່ພ້ອມກັນ, ລາວຈຶ່ງມີຄວາມຄິດຢາກຮວບຮວມມາລົງໃນເວັບໄຊໃນບ່ອນດຽວ. CovidBaseAU ໄດ້ເປີດຕົວເດືອນເມສາປີ 2021 ໂດຍໃຫ້ຂໍ້ມູນການຕິດເຊື້ອ, ເຂົ້າຮັກສາ, ການເສຍຊີວິດ ແລະ ຈຳນວນການໄດ້ຮັບວັກຊີນທັງໃນອອສເຕເລຍ ແລະ ທົ່ວໂລກ.

CovidBaseAU ປະກອບມີທັງສາມຄົນ Jack, Wesley ແລະ Darcy. ໂດຍເລີ່ມທີ່ Jack ຈະເປັນຜູ້ເກັບກຳຂໍ້ມູນ, Darcy ຈະຮັບຜິດຊອບຂຽນ code ແລະ Wesley ຈະເບິ່ງພາບລວມພ້ອມກັບສ້າງອິນໂຟກຣາບຟິກ ແລະ ອີໂມຈິຕ່າງໆ.

ພວກເຂົາໄດ້ໃຫ້ຂໍ້ມູນວ່າໂປຣເຈັກນີ້ແມ່ນໄດ້ຖືກວາງແຜນເມື່ອເດືອນກຸມພາ ແລະ ມີຈຸດປະສົງພຽງເພື່ອຄວາມມ່ວນຊື່ນເທົ່ານັ້ນ ເນື່ອງຈາກພວກເຂົາມີຄວາມມັກຕໍ່ການຂຽນcode ແລະ ສື່ຂ່າວ. ແຕ່ປັດຈຸບັນດ້ວຍຜູ້ຕິດຕາມໃນທະວິດເຕີກວ່າ 25,000 ຄົນ ບວກກັບຂໍ້ມູນທີ່ໜ້າເຊື່ອຖືໄດ້ ເຮັດໃຫ້ເວັບໄຊເປັນທີ່ນິຍົມຢ່າງຫຼວງຫຼາຍໃນປະເທດ.

ໃນວັນທີ 23 ກັນຍາທີ່ຜ່ານມາ, ທັງສາມກໍໄດ້ລົງຮູບພວກເຂົາຕອນໄດ້ຮັບວັກຊີນໂມເດີນາເຂັມທຳອິດໃນໜ້າທະວິດເຕີເປັນໂອກາດເປີດເຜີຍຕົວຕົນ ເຊິ່ງມັນສ້າງຄວາມຕື່ນຕົກໃຈໃຫ້ກັບຜູ້ຕິດຕາມກວ່າໝື່ນຄົນຢ່າງຫຼວງຫຼາຍວ່າຜູ້ກໍ່ຕັ້ງເວັບໄຊຕິດຕາມໂຄວິດ-19 ທີ່ເປັນໜຶ່ງໃນເວັບໄຊທີ່ໜ້າເຊື່ອຖືທີ່ສຸດໃນອອສເຕເລຍນັ້ນເປັນໄວໜຸ່ມພຽງ 14 – 15 ປີເທົ່ານັ້ນ. ໃນໂພສຂອງພວກເຂົາຍັງໄດ້ບອກວ່າຮູ້ສຶກຕື່ນເຕັ້ນທີ່ໄດ້ມີຕົນເອງຮ່ວມຢູ່ໃນຕົວເລກສະຖິຕິ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/