ທົ່ວປວງຊົນຕ້ອງເປັນເຈົ້າການຮ່ວມກັນ ແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ


ຜູ້ວ່າການແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢືນຢັນວ່າ ບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳໃຊ້ຫຼາຍມາດຕະການ ເພື່ອແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນເພື່ອຮັບປະກັນການຕອບສະໜອງເງິນຕາຕ່າງປະເທດ ທີ່ນຳໃຊ້ໃນການຊຳລະນຳເຂົ້າສິນຄ້າ-ການບໍລິການ ແລະ ຊຳລະໜີ້ສິນຕ່າງປະເທດ ພ້ອມທັງສ້າງຄວາມຮັບຮູ້ໃຫ້ປະຊາຊົນບໍ່ຊຸກຍູ້ສົ່ງເສີມການແລກປ່ຽນເງິນຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍ.

ໃນໄລຍະ 4 ເດືອນຕົ້ນປີ 2022 ສະພາບການຮຸນແຮງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ສາກົນ ແລະ ພາຍໃນ ໄດ້ມີທ່າອ່ຽງຜ່ອນຄາຍລົງ ແລະ ເສດຖະກິດພາຍໃນປະເທດ ກໍໄດ້ຄ່ອຍເລີ່ມມີທ່າອ່ຽງຟື້ນຕົວດີຂຶ້ນ ແຕ່ເຖິງຢ່າງໃດກໍຕາມ ຄ່າເງິນກີບອັດຕາແລກປ່ຽນຍັງປະເຊີນກັບຫຼາຍດ້ານ ໂດຍໄດ້ອ່ອນຄ່າ 18.36% ທຽບກັບເງິນໂດລາ ແລະ 9.4% ທຽບກັບເງິນບາດ ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ການເພີ່ມຂຶ້ນຂອງຄ່າຄຳ, ລາຄານ້ຳມັນເຊື້ອໄຟ ໃນຕະຫຼາດສາກົນກໍເພີ່ມຂຶ້ນ ສົມທຽບກັບທ່າອ່ຽງເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ ໃນຂົງເຂດເສດຖະກິດສຳຄັນຂອງໂລກ ແລະ ພາກພື້ນ ທີ່ລ້ວນແຕ່ສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຍັງຢູ່ພາຍໃນປະເທດສູງຂຶ້ນ.

ບັນຫາສຳຄັນທີ່ເຮັດໃຫ້ອັດຕາແລກປ່ຽນຂອງເຮົາ ມີ່ທ່າອ່ຽງເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະນາຄານ ແລະ ຕະຫຼາດນອກລະບົບ ແມ່ນຍ້ອນສະຕິຕໍ່ການປະຕິບັດກົດໝາຍຂອງບຸກຄົນ, ນິຕິບຸກຄົນຈຳນວນບໍ່ໜ້ອຍໃນສັງຄົມຍັງບໍ່ສູງ ການປະຕິບັດກົດໝາຍລະບຽບການ ແລະ ມາດຕະການທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຍັງບໍ່ກົມກຽວເຂັ້ມງວດເທົ່າທີ່ຄວນ ສົ່ງຜົນເຮັດໃຫ້ສະພາບລາຍຮັບທີ່ເປັນເງິນຕ່າງປະເທດ ແລະ ການລົງທຶນຈາກຕ່າງປະເທດ ຈຳນວນຫຼາຍພໍສົມຄວນບໍ່ທັນເຂົ້າມາປະເທດເຮົາຕາມລະບຽບຫຼັກການ.

ໃນໄລຍະ 4 ເດືອນ ຕົ້ນປີ 2022 ເຖິງວ່າຕົວເລກດຸນການຄ້າຂອງ ສປປ ລາວ ຍັງຢູ່ໃນລະດັບ 589 ລ້ານໂດລາສະຫະລັດ ດີກວ່າໃນໄລຍະດຽວກັນຂອງປີຜ່ານມາເກືອບ 50% ແຕ່ໃນໄລຍະນີ້ມີພຽງແຕ່ 33% ຂອງມູນຄ່າສົ່ງອອກເທົານັ້ນທີ່ໂອນເຂົ້າສູ່ລະບົບທະນາຄານ. ໃນຂະນະເປີເຊັນທີ່ເຫຼືອການນຳເຂົ້ານັ້ນແມ່ນມີການໂອນອອກຜ່ານລະບົບທະນາຄານ ເຮັດໃຫ້ປະເຊີນໜ້າກັບສະພາບທີ່ມີກະແສເງິນອອກປະເທດຜ່ານລະບົບທະນາຄານຫຼາຍກວ່າກະແສເງິນເຂົ້າປະເທດຜ່ານລະບົບທະນາຄານ.

ທະນາຄານ ສປປ ລາວ ຈະສືບຕໍ່ກັບກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນມາດຕະການທີ່ເຂັ້ມງວດກວ່າເກົ່າຕໍ່ບຸກຄົນ ແລະ ນິຕິບຸກຄົນ ທີ່ເຄື່ອນໄຫວດ້ານເງິນຕາຕ່າງປະເທດແບບບໍ່ສອດຄ່ອງກັບຕາມລະບຽບກົດໝາຍ.

ຂໍ້ມູນຈາກ: https://cutt.ly/aHFfbbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/