ໃນການສະເເຫວງຫາຜ້າທຳມະຊາດທີ່ເປັນທາງເລືອກນອກຈາກຜ້າຝ້າຍ ເເລະ ເສັ້ນໃຍກັນຊົງເເລ້ວ ຜ້າອະບາກ້າຖືເປັນພູມປັນຍາທ້ອງຖິ່ນຈາກປະເທດຟິລິບປິນທີ່ປະດິດສ້າງຂຶ້ນຈາກເສັ້ນໃຍທີ່ມີຄວາມຫົດຢືດຂອງຕົ້ນອະບາກ້າ (ຕົ້ນກ້ວຍພື້ນເມືອງຂອງປະເທດຟິລິບປິນ) ເພື່ອນໍາໃຊ້ແທນຜ້າຝ້າຍ ຫຼື ສິ່ງທໍທີ່ເຮັດຈາກເສັ້ນໃຍກັນຊົງ.
ຕົ້ນກ້ວຍອະບາກ້ານັ້ນເຕີບໃຫຍ່ຢູ່ໃນເຂດເນີນສູງຂອງຟິລິບປິນ ທ່າມກາງລະບົບນິເວດທີ່ກົມກຽວຂອງການກະສິກໍາເເບບປະສົມປະສານ ແລະ ປ່າໄມ້ແບບຍືນຍົງ. ຕົ້ນກ້ວຍອະບາກ້າມີຄວາມຫົດຢືດທົນທານ ສາມາດຈະເລີນເຕີບໂຕໄດ້ໂດຍບໍ່ຕ້ອງໃຊ້ຢາຂ້າເເມງໄມ້, ປຸ໋ຍ ຫຼື ໃຫ້ນ້ຳຫຼາຍເກີນໄປ.

ນອກຈາກນີ້ ຕົ້ນກ້ວຍອະບາກ້າຍັງມີບົດບາດສຳຄັນໃນຄວາມພະຍາຍາມທີ່ຈະຟຶ້ນຟູປ່າ, ຮັກສາພື້ນທີ່ທີ່ເຄີຍຖືກກັດເຊາະໃນເມື່ອກ່ອນທີ່ໄດ້ຮັບຜົນກະທົບຈາກການປູກຕົ້ນປາມ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເກີດຄວາມຫຼາກຫຼາຍທາງຊີວະນານາພັນ ເເລະ ຊີວິດການເປັນຢູ່ດ້ານເສດຖະກິດຂອງຊາວກະສິກອນທ້ອງຖິ່ນນັບມື້ນັບພັດທະນາຂຶ້ນ.
ຜ້າທີ່ເຮັດຈາກຕົ້ນກ້ວຍອະບາກ້າຈະມີສີນ້ຳຕານອ່ອນ ເເລະ ສາມາດນຳໄປປ່ຽນສີຕ່າງໆໄດ້ຢ່າງງ່າຍດາຍ ເພື່ອໃຫ້ເໝາະກັບຄວາມຕ້ອງການໃນການຜະລິດທີ່ຫຼາກຫຼາຍ. ຜ້າອະບາກ້າຍັງມີຄວາມເເຂງເເຮງ ເເລະ ທົນທານສູງເໝາະສຳລັບການຜະລິດເຊືອກ ເເລະ ເສັ້ນດ້າຍ. ໂດຍຜ້າອະບາກ້ານັ້ນໄດ້ຮັບຄວາມນິຍົມຢ່າງເເຜ່ຫຼາຍໃນສະຕະວັດທີ 19 ເຊິ່ງຖືກນຳໃຊ້ເຂົ້າໃນການຂຶງເຮືອ ດ້ວຍຄວາມສາມາດຂອງເສັ້ນໃຍທີ່ມີຄວາມທົນທານຕໍ່ການສຳຜັດກັບນ້ຳເຄັມ. ໃນປັດຈຸບັນ ຂະບວນການຜະລິດຜ້າອາປາກ້າຍັງຄົງດຳເນີນການຢ່າງພິຖີພິຖັນ ເຊິ່ງມັກຈະຖືກທໍດ້ວຍມືທີ່ມີຄວາມຊໍານິຊໍານານ ເພື່ອຮັບປະກັນວ່າ ຜ້າເເຕ່ລະຜືນຈະໄດ້ຮັບການເອົາໃຈໃສ່ໃນທຸກລາຍລະອຽດ ເເລະ ມີການສ້າງສັນໃຫ້ມີຄວາມສວຍງາມທີ່ສຸດ.

ນອກເໜືອຈາກຄວາມທົນທານເເລ້ວ ຜ້າອະບາກ້າຍັງມີຄຸນະພາບທີ່ເປັນມິດກັບສິ່ງແວດລ້ອມ ໂດຍມີນໍ້າໜັກເບົາ ແລະ ບໍ່ມີກິ່ນ. ການປະສົມປະສານທີ່ເປັນເອກະລັກຂອງຄຸນສົມບັດນີ້ເສີມສ້າງສະຖານະພາບຂອງຜ້າອະບາກ້າໃນຖານະວັດສະດຸທີ່ຄຳນຶງເຖິງສິ່ງແວດລ້ອມ ແລະ ດຶງດູດຜູ້ທີ່ຊອກຫາວິທີແກ້ໄຂບັນຫາແບບຍືນຍົງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/