ຜາຖີ່ ກຳລັງຈະຖືກພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວລະດັບປະເທດ


ແຂວງຫົວພັນ ກໍເປັນອີກແຂວງໜຶ່ງທີ່ມີຄວາມສຳຄັນ ບໍ່ວ່າຈະເປັນທາງດ້ານວັດທະນະທຳ ແລະ ຊີວິດການເປັນຢູ່. ພ້ອມກັນນີ້, ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ຫຼາກຫຼາຍ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໂດດເດັ່ນ, ການພັດທະນາເມືອງ-ແຂວງ ກໍກຳລັງກ້າວຂຶ້ນໃນທາງທີ່ດີຢູ່ສະເໝີ. ທາງພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ ພັດທະນາຕົວເມືອງ ແລະ ເຂດນອກ ໃຫ້ດີຂຶ້ນ. ນອກຈາກນີ້, ຍັງມີການພັດທະນາແຫຼ່ງທ່ອງທ່ຽວທີ່ສຳຄັນໃຫ້ມີການພົ້ນເດັ່ນ ເປັນຕົ້ນການພັດທະນາຜາຖີ່ ໃຫ້ເປັນແຫຼ່ງທ່ຽວທ່ຽວລະດັບປະເທດອີກດ້ວຍ.

ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພະແນກ ຖວທ ແຂວງ ຫົວພັນ ແລະ ພາກສ່ວນກ່ຽວຂ້ອງ ກຽມພັດທະນາຜາຖີ່ ຢູ່ເມືອງຊໍາເໜືອ, ແຂວງຫົວພັນ ໃຫ້ເປັນແຫຼ່ງທ່ອງທ່ຽວລະດັບປະເທດ ແລະ ກາຍເປັນສະຖານທີ່ສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວແຂວງຫົວພັນ ໃຫ້ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

ທ່ານ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດທີ່ທ່ານເດີນທາງໄປເຂົ້າຮ່ວມພິທີມອບ-ຮັບຮາງວັນເມືອງວຽງໄຊ ເປັນເມືອງທ່ອງທ່ຽວສະອາດອາຊຽນ, ທັງໄດ້ໄປທ່ອງທ່ຽວຢູ່ຜາຖີ່ ເມື່ອບໍ່ດົນມານີ້ ວ່າ: ຜາຖີ່ ຍັງບໍ່ທັນໄດ້ເອົາເຂົ້າໃນບັນຊີແຫຼ່ງທ່ອງທ່ຽວຂອງລາວເທື່ອ ເນື່ອງຈາກຕ້ອງໄດ້ປັບປຸງພື້ນຖານໂຄງລ່າງ ກໍຄື ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ແຕ່ມາຮອດປັດຈຸບັນ ເຫັນວ່າພື້ນຖານໂຄງລ່າງຫຼາຍຢ່າງໄດ້ຮັບການພັດທະນາດີຂຶ້ນ, ລວມເຖິງດ້ານບຸກຄະລາກອນຂອງແຂວງຫົວພັນ ທີ່ຈະເຮັດໜ້າທີ່ການບໍລິການດ້ານການທ່ອງທ່ຽວຢູ່ສະຖານທີ່ແຫ່ງນີ້ມີຄວາມພ້ອມແລ້ວ. ດັ່ງນັ້ນ, ປັດຈຸບັນ ກົມພັດທະນາການທ່ອງທ່ຽວ,  ພະແນກ ຖວທ ແຂວງຫົວພັນ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ພວມຢູ່ໃນຂັ້ນຕອນປຶກສາຫາລື ເພື່ອກະກຽມພັດທະນາຜາຖີ່ ໃຫ້ເປັນແຫຼ່ງທ່ອງທ່ຽວລະດັບປະເທດ ໂດຍຈະສຸມໃສ່ປັບປຸງຫຼາຍຢ່າງ ໂດຍສະເພາະດ້ານພື້ນຖານໂຄງລ່າງບາງດ້ານທີ່ເຫັນວ່າຍັງບໍ່ດີເທົ່າທີ່ຄວນ ແລະ ການປັບປຸງດ້ານອື່ນໆ ທີ່ກ່ຽວຂ້ອງ ເພື່ອໃຫ້ກາຍເປັນສະ ຖານທີ່ທ່ອງທ່ຽວລະດັບປະເທດ  ແລະ ສາມາດເປີດບໍລິການນັກທ່ອງທ່ຽວຢ່າງເປັນທາງການໃນອີກບໍ່ດົນນີ້.

ທ່ານ ພອນມະລີ ອິນທະພົມ ກ່າວຕື່ມວ່າ: ເຖິງວ່າຍັງບໍ່ທັນໄດ້ເອົາເຂົ້າບັນຊີແຫຼ່ງທ່ອງທ່ຽວຂອງລາວ ແຕ່ໄລຍະຜ່ານມາ ໂດຍສະເພາະກ່ອນເກີດການລະບາດຂອງພະຍາດໂຄວິດ-19 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວຢູ່ຜາຖີ່ຫຼາຍສົມຄວນ. ຢ່າງໃດກໍຕາມ ການຈະພັດທະນາສະຖານທີ່ແຫ່ງນີ້ເປັນແຫຼ່ງທ່ອງທ່ຽວລະດັບປະເທດ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ປະຕິບັດວຽກຕ່າງໆ ຮ່ວມກັນຢ່າງໄກ້ຊິດ ແລະ ຕໍ່ເນື່ອງ, ຂະນະທີ່ນັກທ່ອງທ່ຽວເອງ ຕ້ອງມີສ່ວນຮ່ວມໃນການຮັກສາທໍາມະຊາດແລະ ຄວາມສວຍງາມໃນສະຖານທີ່ທ່ອງທ່ຽວແຫ່ງນີ້. ສິ່ງສໍາຄັນ ປະຊາຊົນ ກໍຄື ຊຸມຊົນທີ່ຢູ່ໃກ້ຄຽງຕ້ອງເຂົ້າມາມີສ່ວນຮ່ວມ ແລະ ມີລາຍໄດ້ຈາກສະຖານທີ່ທ່ອງທ່ຽວດັ່ງກ່າວ ຈຶ່ງຈະເຮັດໃຫ້ເປັນສະຖານທີ່ທ່ອງທ່ຽວລະດັບປະເທດທີ່ສາມາດສ້າງລາຍຮັບໃຫ້ຊຸມຊົນ ແລະ ມີຄວາມຍືນຍົງຕະຫຼອດໄປ.

ຜາຖີ່ ຕັ້ງຢູ່ໃນເຂດເມືອງຊໍາເໜືອ, ຫ່າງຈາກເທສະບານແຂວງຫົວພັນ 68 ກິໂລແມັດ. ໃນສະໄໝສົງຄາມເປັນທີ່ຕັ້ງທະຫານລັບຂອງສະຫະລັດອາເມຮິກາ ຮູ້ຈັກກັນໃນຊື່ລະຫັດ ລີມາ 85 ຫຼື LS-85 ຕັ້ງຢູ່ເທິງພູຜາສູງຈາກລະດັບນ້ຳທະເລປະມານ 1.700m, ຕ້ອງໃຊ້ເຮລິຄັອບເຕີເທົ່ານັ້ນ ສໍາລັບລໍາລຽງອາວຸດຍຸດໂທປະກອນຕ່າງໆ ຂຶ້ນໄປຕິດຕັ້ງປະຈໍາການ, ເຊິ່ງທະຫານກອງທັບລາວອິດສະຫຼະ ໄດ້ປີນຜາຖີ່ເພື່ອຂຶ້ນໄປດັບສູນສັດຕູ, ທໍາລາຍຖານເຣດາ ແລະ ຄື້ນວິທະຍຸສື່ສານອັນສຳຄັນຂອງສັດຕູໄດ້ໃນວັນທີ 11 ເດືອນມີນາ ປີ 1968, ເຊິ່ງຖືເປັນໄຊຊະນະທີ່ອົງອາດກ້າຫານ, ດຸເດືອດທີ່ສຸດ ແລະ ເປັນບັ້ນຮົບທີ່ປະເທດຊາດຕ້ອງຈາລຶກໄວ້ຕະຫຼອດໄປ.

ໃນປີ 2018 ຜ່ານມາ, ພັກ ແລະ ລັດຖະບານ ໄດ້ຕົກລົງໃຫ້ຈັດພິທີສະເຫຼີມສະຫຼອງ ວັນປົດປ່ອຍຜາຖີ່ ຄົບຮອບ 50 ປີ ແລະ ໄດ້ພັດທະນາພື້ນຖານໂຄງລ່າງຫຼາຍຢ່າງ, ໃນນີ້ ລວມທັງຂັ້ນໄດຂຶ້ນຜາຖີ່ທີ່ສວຍງາມ ແລະ ມີຫຼາຍກວ່າ 1,000 ຂັ້ນ.

ຂອບໃຈຂໍ້ມູນຈາກ: https://bit.ly/3pDhdSG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/