ຜະລິດຕະພັນເຂົ້າລາວ ກຽມສົ່ງອອກໄປ EU


ໃນວັນທີ 14 ມິຖຸນາ 2023 ທີ່ຜ່ານມາ ບໍລິສັດ ຈໍາປາຫອມການຄ້າ ໄດ້ມີພິທີ ສົ່ງເຂົ້າ ຈໍາປາຫອມ ແລະ ເຂົ້າການົກນ້ອຍ ໄປ ປະເທດຝຣັ່ງ ເປັນຄັ້ງທີ 2 ປະກອບມີ ເຂົ້າສານຈຳນວນ 25 ໂຕນ ລວມມີ ເຂົ້າສານຈ້າວ 23 ໂຕນ ແລະ ເຂົ້າສານໜຽວໄກ່ ນ້ອຍ 2 ໂຕນ ທີ່ເພິ່ນທົດລອງເອົາໄປຈຳໜ່າຍຢູ່ທີ່ປະເທດຝຣັ່ງ ຕື່ມອີກ ເພື່ອເຮັດໃຫ້ ຜະລິດຕະພັນຂອງຄົນລາວເຮົາເປັນທີ່ຮູ້ຈັກ ແລະ ຖືກຍອມຮັບໃນຕະຫຼາດສາກົນ ໂດຍສະເພາະແມ່ນ ຕະຫຼາດທາງ ທະວີບຢູໂຣບ. ທ້າຍປີ 2023 ທາງບໍລິສັດ ຍັງໄດ້ມີແຜນ ກຽມເຊັນສັນຍາສົ່ງອອກ-ເຂົ້າ ໄປສະຫະລັດອາເມຣິກາ ເຊິ່ງຄາດວ່າຈະໄດ້ສົ່ງເຂົ້າໄປ ອາເມຣິກາ ໃນຕົ້ນປີ 2024 ນີ້.

ຂໍ້ມູນຈາກ: https://cutt.ly/WwrBqiH4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/