ກາຍເປັນຂ່າວໃຫຍ່ເລີຍ ເມື່ອ Google ຈຳກັດປະລິມານການອັບໂຫລດ Google Photos ແລະ ຄິດພື້ນທີ່ File Google Docs ເຮັດໃຫ້ເກີດຄຳຖາມຕາມມາທັນທີວ່າ Google Drive / Google One ຍັງເປັນບໍລິການ Storage ເທິງ Cloud ທີ່ຄຸ້ມຄ່າຢູ່ ຫຼື ບໍ່ ?
ບົດຄວາມຈຶ່ງມາສຳຫຼວດລາຄາຂອງບໍລິການ Cloud Storage ຍອດນິຍົມ 4 ລາຍໃນຕະຫຼາດຄື Google Drive / One Microsoft, OneDrive, Apple iCloud ແລະ Dropbox ສະບັບຮອບປາຍປີ 2020 ເພື່ອເບິ່ງວ່າແຕ່ລະລາຍມີຈຸດອ່ອນຈຸດແຂງແບບໃດແດ່.
ໝາຍເຫດ:
- ຄັດສະເພາະລາຄາແບບ consumer / individual ເທົ່ານັ້ນ ຜູ່ໃຫ້ບໍລິການເກືອບທຸກລາຍຍັງມີລາຄາແບບ business / corporate / enterprise ເຊິ່ງອາດຖືກ ຫຼື ແພງກວ່າ ແຕ່ຢູ່ນອກຂອບເຂດຂອງບົດຄວາມນີ້
- ຍຶດລາຄາ Package ຕໍ່ເດືອນຜູ່ໃຫ້ບໍລິການບາງລາຍອາດຈະມີ Package ຕໍ່ປີທີ່ລາຄາຖືກກວ່າ
- ໃຊ້ລາຄາເປັນເງິນບາດຄຳນວນ ໃນກໍລະນີທີ່ມີສະເພາະລາຄາເປັນດອນລ່າສະຫະລັດອາເມຣິກາ ໃຊ້ເລດເງິນ 30.20 ບາດ / ດອນລ່າ
- ບໍ່ໄດ້ຄຳນຶງເລື່ອງປັດໄຈການໃຊ້ງານຄອບຄົວຫຼາຍຄົນ (Family plan / family sharing) ໂດຍປຽບທຽບໃນຖານະການໃຊ້ງານສ່ວນບຸກຄົນພຽງຄົນດຽວ

Google Drive / Google One
ປັດຈຸບັນ Google ເອີ້ນບໍລິການ Storage ຂອງຕົວເອງວ່າ Google One ໂດຍເປັນພື້ນທີ່ Storage ດຽວໃຊ້ໄດ້ກັບບໍລິການທຸກຢ່າງຂອງ Google ທັ້ງ Gmail, Google Photos, Google Drive ຫຼ້າສຸດຍັງເພິ່ມບໍລິການເສີມອື່ນໆເຊັ່ນ: VPN ຟຣີໆແຕ່ສຳຫຼັບ Package ຂະໜາດ 2TB ຂຶ້ນໄປ.
Platform ທີ່ຮອງຮັບ: Android, iOS ,Windows, Mac ,Web
Package free:
- Google One ໃຫ້ພື້ນທີ່ເກັບຂໍ້ມູນເລີ່ມຕົ້ນທີ່ 15GB ກັບຜູ່ທີ່ມີບັນຊີ Google Account ທຸກທ່ານຖືວ່າສູງທີ່ສຸດໃນບັນດາຜູ້ຫຼິ້ນທັ້ງ 4 ທ່ານ
Package ລະດັບເລີ່ມຕົ້ນ:
- ພື້ນທີ່ 100GB ລາຄາ $1.99 / ເດືອນ
- ພື້ນທີ່ 200GB ລາຄາ $3.98 / ເດືອນ

Package size big:
- ບໍ່ມີ Package ຂະໜາດ 1TB
- ພື້ນທີ່ 2TB ລາຄາ $19 / ເດືອນ
- ພື້ນທີ່ 10TB ລາຄາ $99.99 / ເດືອນ
- ພື້ນທີ່ 20TB ລາຄາ $199.99 / ເດືອນ
- ພື້ນທີ່ 30TB ລາຄາ $299.99 / ເດືອນ
ຂໍ້ມູນລາຄາອ້າງອິງ: Google One

Microsoft OneDrive:
Microsoft ມີບໍລິການ Storage OneDrive ທັ້ງໃນຖານະບໍລິການແບບ Standalone ແລະ ຂາຍພ່ວງກັບ Office 365 / Microsoft 365 Platform ທີ່ຮອງຮັບ: Android, iOS , Windows, Mac, Web
Package free:
- OneDrive ໃຫ້ພື້ນທີ່ຟຣີ 5GB ຖືວ່າມາດຕະຖານ
Package ລະດັບເລີ່ມຕົ້ນ:
- ພື້ນທີ່ 100 GB ລາຄາ $2.3 / ເດືອນ
Package size big (ເປັນ Package ທີ່ພ່ວງ office 365)
- ພື້ນທີ່ 1TB ລາຄາ $9.9 / ເດືອນ
- ມີ Package ແບບ Family ໃຊ້ໄດ້ 6 ຄົນ ຄົນລະ 1 TB / ເດືອນລາຄາ $9.57 ຖ້າສາມາດຫາຕົວຫານໄດ້ຄົບ 6 ຄົນຖືວ່າລາຄາດີທີ່ສຸດໃນ Package ທຸກຄ່າຍ.
ຂໍ້ມູນລາຄາອ້າງອິງ: Microsoft

Apple iCloud:
ບໍລິການ iCloud ຂອງ Apple ມີຈຸດເດັ່ນທີ່ Package ລາຄາເລີ່ມຕົ້ນຖືກທີ່ສຸດ ເໝາະສຳຫຼັບຄົນທີ່ຢາກຈ່າຍນ້ອຍໆຫາກໃຊ້ພື້ນທີ່ບໍ່ຫຼາຍ ສ່ວນລາຄາ Package ອື່ນໆຄື 200GB ແລະ 2TB ເທົ່າກັບ Google ທັງໝົດ. ຈຸດອ່ອນສຳຄັນຄືບໍ່ຮອງຮັບ Android ຈຶ່ງເໝາະສຳຫຼັບຜູ້ໃຊ້ Smart Phone Apple ເທົ່ານັ້ນ.
Package free:
- iCloud ໃຫ້ພື້ນທີ່ຟຣີໆ 5 GB ຖືວ່າມາດຕະຖານເທົ່າກັບ OneDrive ແຕ່ເປັນຮອງ Google Drive
Package ລະດັບເລີ່ມຕົ້ນ:
- ພື້ນທີ່ 50GB ລາຄາ $2 / ເດືອນ
- ພື້ນທີ່ 200GB ລາຄາ $4 / ເດືອນ
Package size big:
- ພື້ນທີ່ 2TB ລາຄາ $12 / ເດືອນ
ຂໍ້ມູນລາຄາອ້າງອີງ: Apple

Dropbox
Dropbox ເປັນຜູ່ໃຫ້ບໍລິການ Cloud Storage ເຈົ້າທຳອິດໃນຕະຫຼາດທີ່ປັດຈຸບັນກໍຍັງໃຫ້ບໍລິການຢູ່ ຊ່ວງຫຼັງຍັງເພີ່ມ Feature ຄືຕົວຈັດການລະຫັດຜ່ານ ຫຼື ສົ່ງ File ຂະໜາດໃຫຍ່ເຂົ້າມາອີກດ້ວຍ.
ຈຸດອ່ອນຂອງ Dropbox ຄືບໍ່ມີ Package ໃນລະດັບເລີ່ມຕົ້ນເລີຍ ຂັ້ນຕ່ຳມາກໍ 2TB ແລ້ວ. Platform ທີ່ຮອງຮັບ: Android, iOS ,Windows, Mac, Linux, Web
Package Free:
- Dropbox ໃຫ້ພື້ນທີ່ຟຣີ 2GB ໜ້ອຍທີ່ສຸດໃນທຸກຄ່າຍ
Package ລະດັບເລີ່ມຕົ້ນ:
- Dropbox ບໍ່ມີ Package ລະດັບເລີ່ມຕົ້ນ
Package size big:
- ພື້ນທີ່ 2TB ລາຄາ $9.99 / ເດືອນ
- ພື້ນທີ່ 3TB ລາຄາ $16.58 / ເດືອນ (ໄດ້ Feature ບາງຢ່າງຂອງ Business ດ້ວຍ)
ຂໍ້ມູນລາຄາອ້າງອີງ: Dropbox

ປຽບທຽບຄວາມຄຸ້ມຄ່າຂອງພື້ນທີ່ / ລາຄາ
ຫາກເຮົາປຽບທຽບບໍລິການ Cloud Storage ທັ້ງ 4 ເຈົ້າໃນແງ່ຂອງຄວາມຄຸ້ມຄ່າລະຫວ່າງພື້ນທີ່ຕໍ່ລາຄາພຽງຢ່າງດຽວເຮົາອາດພໍແຍກໄດ້ 3 ລະດັບດັ່ງນີ້:
Package Free:
Google Drive ໃຫ້ພື້ນທີ່ຫຼາຍທີ່ສຸດ 15 GB ຫຼາຍກວ່າຄູ່ແຂ່ງອັນດັບສອງ (OneDrive / iCloud) ເຖິງ 3 ເທົ່າ ສ່ວນ Dropbox ໃຫ້ໜ້ອຍທີ່ສຸດພຽງ 2GB.
Package ລະດັບເລີ່ມຕົ້ນ:
ຫາກຕ້ອງການຈ່າຍໃນລາຄາໜ້ອຍຕໍ່ເດືອນທັງ Google Drive, OneDrive, iCloud ມີລະດັບລາຄາຕໍ່ GB ເທົ່າກັນໂດຍ iCloud ເໜືອກວ່າບ່ອນທີ່ລາຄາ Package ຕໍ່າສຸດພຽງ $1.155 / ເດືອນ ໃນຂະນະທີ່ຄູ່ແຂ່ງອີກ 2 ເຈົ້າເລີ່ມຕົ້ນທີ່ $2.31
OneDrive ອາດມີຕົວເລືອກ Package ໜ້ອຍ ມີຮຸ່ນ 100GB ພຽງຢ່າງດຽວ (ຄູ່ແຂ່ງອີກ 2 ເຈົ້າມີ 2 ລະດັບ) ສ່ວນ Dropbox ບໍ່ມີບໍລິການໃນລະດັບນີ້ເລີຍ.
Package size big:
ຖ້າມາເບິ່ງ Package ລະດັບ TB ລາຄາສະເລ່ຍຕໍ່ GB ຂອງ Google Drive, iCloud, Dropbox ຄ່ອນຂ້າງໃກ້ຄຽງກັນ.
ເຈົ້າທີ່ຕ່າງໄປຢ່າງຊັດເຈນຄື OneDrive Package 2TB ທີ່ບໍ່ມີຂາຍແຍກພື້ນທີ່ຢ່າງດຽວແຕ່ລວມສິດທິການໃຊ້ Microsoft Office 365 ດ້ວຍ ເຊິ່ງຖ້າໃຜຈຳເປັນຕ້ອງໃຊ້ງານໂປຣແກຣມຕະກູນ Office ການ “ເພີ່ມເງິນອີກຈັກໜ້ອຍ” ແລ້ວໄດ້ສິດເພີ່ມມາອີກຫຼາຍກໍເປັນຕົວເລືອກທີ່ໜ້າສົນໃຈໃນດ້ານຄວາມຄຸ້ມຄ່າໂດຍລວມ.

ແຕ່ເຖິງຢ່າງກໍຕາມໃນການເລືອກໃຊ້ງານ Cloud Storage ຍ່ອມມີປັດໄຈອື່ນໆນອກເໜືອຈາກພື້ນທີ່ / ລາຄາມາກ່ຽວຂ້ອງ ແລະ ແຕ່ລະຄົນຍ່ອມມີຄວາມຕ້ອງການທີ່ແຕກຕ່າງກັນໄປເຊັ່ນ:
- ຄວາມໄວໃນການ Sync ຂໍ້ມູນ (ແຕກຕ່າງກັນຕາມພື້ນທີ່)
- ຄຸນນະພາບຂອງ Client (ໜ້າຕາ, UX, Feature)
- Platform ທີ່ມີ Client ຊັບພອດ (Dropbox ມີ Linux, iCloud ບໍ່ມີ Android)
- Feature ສະເພາະທາງບາງຢ່າງ (Dropbox ມີຕົວຈັດການລະຫັດໃຫ້, Google ມີເຊື່ອມ Google Photos)
ສຸດທ້າຍເຮົາອາດບໍ່ຈຳເປັນຕ້ອງເລືອກ Cloud Storage ພຽງຕົວດຽວກໍໄດ້ ອາດຢູ່ໃນຮູບໃຊ້ບໍລິການຟຣີຈາກຫຼາຍໆຕົວ ແຍກເກັບ File ຄົນລະປະເພດກັນແລ້ວເລືອກຈ່າຍເງິນສະເພາະຕົວທີ່ຄິດວ່າຈຳເປັນແທ້ໆກໍໄດ້ເຊັ່ນກັນ (ຍັງບໍ່ລວມເຖິງບາງຄົນອາດໄດ້ພື້ນທີ່ Google Drive ຫຼື OneDrive ຈາກບັນຊີທີີ່ເຮັດວຽກເພື່ອແຍກເກັບສະເພາະ File ງານບໍ່ເກັບ File ສ່ວນຕົວ).
ທີ່ມາ: https://www.blognone.com/node/119560