ປູຊະນີຍະສະຖານ ຍັງເຫຼືອຢູ່ໃນສະໄໝພຣະເຈົ້າໄຊຍະເສດຖາທິຣາດ ທີ່ຫາຍສາບສູນພາຍຫຼັງນ້ຳຂອງໄດ້ປ່ຽນທາງເດີນນ້ຳ


ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ໃນເຂດເກາະເຂີນ ເຊິ່ງໄດ້ຫາຍສາບສູນໄປແລ້ວ ພາຍຫຼັງທີ່ນ້ຳຂອງໄດ້ປ່ຽນທາງເດີນນ້ຳ ຍັງຄົງເຫຼືອຮ່ອງຮອຍຂອງເມືອງເປັນບຶງໂຄ້ງຍາວປະມານ 3 ກິໂລແມັດ ເອີ້ນວ່າ ໜອງວັງຄຳ ທີ່ຕັ້ງຂອງເມືອງຕົ້ນເຜິ້ງ ຫຼື ເມືອງສຸວັນນະໂຄມຄຳ ແລະ ຫ່າງຈາກເມືອງຫ້ວຍຊາຍໄປທາງທິດ ຕາເວັນຕົກປະມານ 40 ກິໂລແມັດທາງບົກ ຫຼື 60 ກິໂລແມັດທາງນ້ຳ.

ເປັນບູຮານສະຖານບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງນະຄອນບູຮານເກົ່າແກ່ເອີ້ນວ່າ: ນະຄອນສຸວັນນະໂຄມຄຳ ເຊິ່ງຕໍ່ມາໄດ້ກາຍເປັນ ນະຄອນຊຽງລາວ, ນະຄອນເງິນຍວງ (ເງິນຍາງ) ຫິຣັນນະ ຄອນ ແລະ ນະຄອນຊຽງແສນ (ເກົ່າ) ມີບູຮານສະຖານ 44 ແຫ່ງ ສ້າງໂດຍດິນຈີ່ ແລະ ປູນ ໄດ້ແກ່: ພຣະອຸໂບສົດ, ພຣະທາດ, ພຣະພຸດທະຮູບ, ໜອງນໍ້າ ແລະ ອື່ນໆ.

ສິ່ງທີ່ຍັງຄົງງົດງາມ ແລະ ສະຫງ່າຕະການຕາຍັງເຫຼືອໃຫ້ເຫັນ ທີ່ພົ້ນຈາກການປຸ້ນສົມບັດໃນສະໄໝກ່ອນໄດ້ແກ່: ພຣະພຸດທະຮູບປາງສະມາທິ ສ້າງໂດຍດິນຈີ່ ແລະ ປູນ. ເປັນພຣະພຸດຮູບອົງໃຫຍ່ເຊິ່ງມີຄວາມກວ້າງໜ້າຕັກ 7,10 ແມັດ, ຄວາມສູງ 7,22 ແມັດ, ບ່າແຕ່ລະຂ້າງມີຂະໜາດ 1,10 ແມັດ, ດ້ານຂ້າງແຕ່ກະໂພກເຖິງເຂົ່າ 3,60 ແມັດ ນັບວ່າເປັນພຣະພຸດທະຮູບທີ່ໃຫຍ່ອົງໜຶ່ງຂອງລາວ ແລະ ອາຊີຕາເວັນອອກສຽງໃຕ້. ດ້ວຍຂະໜາດທີ່ໃຫຍ່ຂອງພຣະພຸດທະຮູບໄດ້ມີການສັນນິຖານວ່າ ເປັນພຣະພຸດທະຮູບປະຈຳວັດຂອງພຣະຣາຊະວັງ. ນອກນີ້ຍັງມີອີກອົງໜຶ່ງທີ່ມີຂະໜາດເກືອບເທົ່າກັນແຕ່ຖືກນ້ຳກັດເຊາະພັງທະລາຍໄປແລ້ວ ນັ້ນກໍຄືພຣະນະວະລ້ານຕື້ ຫຼື ພຣະຣັດສະໝີທອງສຳລິດທີ່ຈົມຢູ່ໃຕ້ແມ່ນ້ຳຂອງທີ່ດອນແຫ້ງນີ້ຂອງລາວເຮົາ.

ປູຊະນິຍະສະຖານທີ່ເຫຼືອຢູ່ນີ້ສ່ວນຫຼາຍມາຈາກຍຸກນະຄອນຊຽງແສນເກົ່າ ສະໄໝພຣະເຈົ້າໄຊເສດຖາທິຣາດ ພຣະອົງໄດ້ຊົງຮັບສັ່ງໃຫ້ສະຖາປະນາບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມເທິງສອງຝາກຝັ່ງແມ່ນ້ຳຂອງ ທີ່ມີສູນກາງຢູ່ຝັ່ງຊ້າຍຂອງແມ່ນ້ຳຂອງ ເຊິ່ງກໍແມ່ນເມືອງຕົ້ນເຜິ້ງນັ້ນເອງ. ນະຄອນນີ້ຖືກທຳລາຍຈາກການບຸກຂອງກອງທັບພະມ້າ ໃນສະໄໝຂອງພຣະເຈົ້າໄຊເສດຖານັ້ນເອງ. ອັນເປັນເຫດໃຫ້ດິນແດນລ້ານນາຖືກຢຶດ ແລະ ແຍກອອກຈາກດິນແດນລ້ານຊ້າງໃນເວລາຕໍ່ມາ.

ຂອບໃຈຂໍ້ມູນຈາກ: https://bit.ly/3oikXvo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/