ພາຍຫຼັງ ລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການເປັນຕົ້ນມາໄດ້ສ້າງເງື່ອນໄຂສະດວກຫຼາຍດ້ານ ແລະ ທັງຍັງເປັນທ່າແຮງສຳຄັນຢ່າງໜຶ່ງໃນການຂັບເຄື່ອນເສດຖະກິດຂອງລາວ ທັງໃນດ້ານການທ່ອງທ່ຽວ ແລະ ການຄ້າ ໂດຍສະເພາະການສະໜອງສິນຄ້າກະສິກຳ ໃຫ້ແກ່ ສປ ຈີນ ເຊິ່ງຖືເປັນຄູ່ຄ້າຫຼາຍໃຫຍ່ທີ່ສຸດຂອງລາວ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຫຼາຍຂຶ້ນ.

ກອງປະຊຸມສຳມະນາກ່ຽວກັບການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກສິນຄ້າກະສິກຳ ຈາກ ສປປ ລາວ ໄປ ສປ ຈີນ ໃນໄລຍະໃໝ່ໃນວັນທີ 1 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນ ທ່ານ ສົມສະໝອນ ຜະລິຈັນ ຮັກສາການຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຊຽງຂວາງ ໃຫ້ຮູ້ວ່າ: ລົດໄຟລາວ-ຈີນໄດ້ສ້າງເງື່ອນໄຂໃຫ້ຊາວກະສິກອນແຂວງຊຽງຂວາງສົ່ງອອກສິນຄ້າກະສິກຳໄປຈີນຫຼາຍຂຶ້ນ, ສະເພາະປີຜ່ານມາ, ການສົ່ງອອກສິນຄ້າກະສິກໍາຂອງຊຽງຂວາງບັນລຸໄດ້ 675 ຕື້ກີບ ແລະຄາດວ່າປີ 2022 ນີ້ ການສົ່ງອອກສິນຄ້າກະສິກໍາຈະບັນລຸເຖິງ 1,000 ຕື້ກີບ.

ທ່ານຮັກສາການຫົວໜ້າພະແນກໃຫ້ຮູ້ອີກວ່າ: ສໍາລັບແຂວງຊຽງຂວາງ, ອີງໃສ່ຍຸດທະສາດພູມສັນຖານແລ້ວແມ່ນມີຢູ່ 2 ດ້ານໃນການສົ່ງອອກສິນຄ້າຄື: ການລ້ຽງສັດໃຫຍ່ເປັນສິນຄ້າສົ່ງອອກ ເຊິ່ງລັດຖະບານຈີນກໍໄດ້ໃຫ້ໂອກາດ ສປປ ລາວ ສົ່ງອອກສັດໃຫຍ່ປະເພດງົວຈໍານວນ 5 ແສນໂຕຕໍ່ປີ. ສະນັ້ນ, ອັນນີ້ກໍແມ່ນໂອກາດຂອງຊາວກະສິກອນຊຽງຂວາງໃນການລົງທຶນລ້ຽງສັດສົ່ງອອກ. ນອກຈາກນັ້ນ, ຍັງມີການປູກພືດກະສິກໍາຈໍານວນໜຶ່ງທີ່ເປັນທ່າແຮງຂອງແຂວງ ໂດຍສະເພາະແມ່ນການປູກເຂົ້າໄກ່ນ້ອຍ, ຊາພູຊັນ, ກາເຟ, ສາລີ, ໝາກຖົ່ວດິນ, ໝາກໜອດ… ອັນນີ້ກໍໄດ້ເລີ່ມຈັດຕັ້ງຜັນຂະຫຍາຍແລ້ວ ພ້ອມກັນນັ້ນ, ຍັງໄດ້ປູກມອນລ້ຽງມ້ອນນໍາອີກ ແລະກໍເລີ່ມມີການສົ່ງອອກເຊັ່ນກັນ.
ຂອບໃຈຂໍ້ມູນຈາກ: https://cutt.ly/OCs2Zg4
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment