ປີໃໝ່ສາກົນປີນີ້! ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ສັ່ງຫ້າມບໍ່ໃຫ້ຂຶ້ນລາຄາສິນຄ້າອຸປະໂພກ-ບໍລິໂພກ


ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະປີໃໝ່ສາກົນທີ່ຈະມາເຖິງນີ້ ໃນນັ້ນຊີ້ນໝູປະເພດໜຶ່ງສູງສຸດບໍ່ໃຫ້ເກີນລາຄາ 48,000 ກີບ/ກິໂລ.

ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃຫ້ເຂົ້າສູ່ລະບຽບກົດໝາຍ ບົນພື້ນຖານກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງ ແລະ ດັດສົມຂອງລັດ ພ້ອມດຽວກັນນັ້ນເຮັດໃຫ້ການສະໜອງສິນຄ້າອຸປະໂພກ-ບໍລິໂພກ ພຽງພໍກັບການນຳໃຊ້ ແລະ ມີຄວາມເປັນທຳທາງດ້ານລາຄາປະລິມານ ແລະ ຄຸນະພາບ, ຫຼີກເວັ້ນບໍ່ໃຫ້ມີການເອົາລັດເອົາປຽບ ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ເຊິ່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ໃຫ້ປະຊາຊົນ ລວມທັງຮັບປະກັນທົ່ວສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ດັ່ງນັ້ນ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຈຶ່ງອອກແຈ້ງການຄື: ໃຫ້ຜູ້ປະກອບການທຸລະກິດຊາວຄ້າຂາຍນຳສິນຄ້າຂອງຕົນອອກມາຈຳໜ່າຍເປັນປົກກະຕິ ແລະ ຂາຍໃນລາຄາທີ່ລັດກຳນົດໃຫ້ ໂດຍສະເພາະລາຍການສິນຄ້າ ທີ່ລັດຄວບຄຸມລາຄາເປັ້ນຕົ້ນແມ່ນ: ເຂົ້າສານ, ຊີ້ນໝູ, ປາ. ສ່ວນສິນຄ້າປະເພດອື່ນໆ ແມ່ນຂາຍໃນລາຄາປົກກະຕິຕາມທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ຫ້າມກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າທຸກຮູບແບບ, ໃຫ້ຄະນະຈັດສັນຕະຫຼາດຊຸກຍູ້ໃຫ້ຊາວຄ້າຂາຍມາຂາຍສິນຄ້າໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ການສະໜອງສິນຄ້າພຽງພໍ, ພ້ອມດຽວກັນນັ້ນ ກໍໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ຂອບໃຈຂໍ້ມູນຈາກ:

https://web.facebook.com/watch/?ref=saved&v=449709283199759

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/